ຄໍາວ່າ “ສຽດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສຽດ” ມີຄວາມໝາຍແນວໃດ?

ຄໍາວ່າ “ສຽດ” ແມ່ນອາການເຈັບທ້ອງແບບຈຸກ, ແສບຂອງຄົນ ຊຶ່ງເປັນອາການຢ່າງນຶ່ງທີ່ເຮັດໃຫ້ຄົນຮູ້ ສຶກບໍ່ສະບາຍ ເກີດຂຶ້ນຍ້ອນຫຼາຍສາເຫດ ເປັນຕົ້ນ ກະເພາະປັ້ນ, ກະເພາະກົດໃຫ້ຢ້ອນກັບ, ກະເພາະ ມີບາດແຜ, ອາຫານເປັນພິດ, ພະຍາດທ້ອງບິດ, ກິນບໍ່ສະອາດ, ກິນເຜັດ, ເຈັບໃສ້ຕິ່ງ, ມີແມ່ທ້ອງຫຼາຍ, ລໍາໃສ້ມີບາດແຜ ແລະ ອາການອື່ນໆ ທີ່ເກີດຂຶ້ນ ແລະ ເຮັດໃຫ້ເຈັບທ້ອງຮຸ່ນແຮງ.

ນອກຈາກນີ້, “ສຽດ” ຍັງໝາຍເຖິງການເຮັດສຽດສີໃຫ້ເຈັບໃຈ ຊຶ່ງເປັນການປະພຶດກົງກັນຂ້າມກັບການສັນ ລະເສີນຍົກຍ້ອງ ແລະ ໃຫ້ການຊ່ວຍເຫຼືອເກື້ອກຸນ. “ສຽດ” ຍັງແມ່ນການເວົ້າສຽດສີ ເຮັດໃຫ້ຜູ້ອື່ນຄຽດ ແລະ ຮູ້ສຶກເຈັບໃຈ ຊຶ່ງກົງກັນຂ້າມກັນກັບການເວົ້າຍ້ອງ ຫຼື ຍົກຍ້ອງ, ເອົາໃຈ, ປະຈົບປະແຈງ. “ສຽດ” ຍັງແມ່ນການສຽດສີ, ດາດກັນ ຫຼື ບຽດກັນໄປມາ ເຊັ່ນ ຍ່າງສຽດກັນ, ລົດແລ່ນສຽດກັນ, ລົມຕ້ອງກົກໄມ້ ໃຜ່ເຮັດໃຫ້ສຽດກັນໄປມາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສຽດ”.

“ສຽດ” (1. ຄໍາກິລິຍາ) ອາການເຈັບທ້ອງ ຫຼື ຮ່າງກາຍທີ່ມີອາການເຈັບສຽບ (ເບີ່ງສຽບ ດ້ວຍ). (2. ຄໍາກິລິຍາວິເສດ) ເວົ້າ ຫຼື ເຮັດໃສ່ໃຫ້ເຈັບໃຈ (ເວົ້າສຽດ). (3. ຄໍານາມ) ການສຽດສີ.

ຕົວຢ່າງ:

  • ມື້ວານນີ້ ຢູ່ໆພີ່ນ້ອງເຈັບທ້ອງສຽດຂຶ້ນແບບກະທັນຫັນຈົນໄດ້ພາກັນໄປໂຮງໝໍ, ຜົນກວດອອກມາ ແມ່ນລໍາໃສ້ມີບາດແຜ.
  • ແມ່ຄ້າສອງຄົນຍາດລູກຄ້າຈົນບໍ່ປາກນໍາກັນ ແລະ ໄດ້ເວົ້າສຽດສີກັນຢູ່ຕະຫຼອດ ຊຶ່ງມີແນວໂນ້ມກ້າວ ໄປສູ່ການຜິດຖຽງກັນ.
  • ຕອນເຊົ້າຟ້າລົມແຮງຫຼາຍ ເຮັດໃຫ້ຕົ້ນໄມ້ໃຜ່ສຽດສີກັນໄປມາ ສຽງດັງອອດແອດ ອອດແອດ ຄິດວ່າ ຊິຫັກ ພັດບໍ່ຫັກ.

ສະຫຼຸບ.

ຄໍາວ່າ “ສຽດ” ໝາຍເຖິງອາການເຈັບທ້ອງຢ່າງນຶ່ງ ຊຶ່ງເຈັບແບບຮຸ່ນແຮງ, ແສບຫຼາຍ ເປັນຕົ້ນ. “ສຽດ” ຍັງແມ່ນການເຮັດສຽດສີໃຫ້ເຈັບໃຈ ຊຶ່ງສະແດງອອກຈາກການປະພຶດ ຫຼື ຄໍາເວົ້າ ຫຼື ເວົ້າໃສ່ໃຫ້ເຈັບໃຈ, ກົງກັນຂ້າມກັບການສັນລະເສີນຍົກຍ້ອງ, ການຊ່ວຍເຫຼືອເກື້ອກຸນ, ການເອົາໃຈ ແລະ ປະຈົບປະແຈງ. ນອກຈາກນີ້, “ສຽດ” ຍັງແມ່ນການບຽດ, ຖູ, ສີກັນໄປມາ ຫຼື ດາດກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo