ຄໍາວ່າ “ສັ່ນ” ແລະ “ສັ້ນ” ມີຄວາມໝາຍຄືກັນ ຫລື ຕ່າງ​ກັນ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ສັ່ນ” ແລະ “ສັ້ນ”

ຄໍາວ່າ “ສັ່ນ” ແລະ “ສັ້ນ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ສັ່ນ” ໝາຍເຖິງການສັ່ນໄຫວ, ເໜັງຕີງ ຫຼື ສະເທືອນ ຊຶ່ງເກີດຈາກສາເຫດຕ່າງໆ ຊຶ່ງບໍ່ແມ່ນການຢຸດນິ້ງ ຢູ່ ຫຼື ແກວ່ງໄກວໄປມາ ເຊັ່ນ: ແຜ່ນດິນສັ່ນຈາກການລະເບີດຂອງພູເຂົາໄຟ, ຕຶກອາຄານສັ່ນຍ້ອນແຜ່ນດິນໄຫວ, ຈັກລົດສັ່ນ, ສັ່ນໜາວຄາງສັ່ນດັງກັກໆ, ເປັນໄຂ້ສັ່ນ, ຢ້ານຈົນຕົວສັ່ນ, ຫົວໃຈສັ່ນ, ສັ່ນຫົວ, ຫົວສັ່ນຫົວຄອນ, ສັ່ນຂາ, ຂາສັ່ນ, ການເມືອງ ສັ່ນຄອນ, ສັ່ນສະເທືອນທັງວົງການ ເປັນຕົ້ນ.

ຄໍາວ່າ “ສັ້ນ” ໝາຍເຖິງສີ່ງທີ່ບໍ່ຍາວ ສັ້ນກຸດດຸດ (ບາງກໍລະນີສາມາດໃຊ້ແທນເຕ້ຍ ຫຼື ຕໍ່າ ກໍວ່າ), ກິ ຫຼື ກ້ອມ ເຊັ່ນ: ຜົມສັ້ນ, ຂາສັ້ນ, ແຂນສັ້ນ, ຄາງສັ້ນ, ນີ້ວມືສັ້ນ, ໂຕສັ້ນ, ຮູບຮ່າງສັ້ນ, ສາຍຕາສັ້ນ, ເລື່ອງສັ້ນ, ໜັງສັ້ນ, ຂໍ້ຄວາມສັ້ນ, ຫຼັກສູດຮຽນສັ້ນໆ, ຫຍໍ້ບົດສະຫຼຸບໃຫ້ສັ້ນ, ລາຍງານສັ້ນໆ, ເວົ້າສັ້ນໆ, ຮ້ອງສັ້ນໆ,ຄື້ນຄວາມຖີ່ສັ້ນໆ, ເສັ້ນທາງສັ້ນ, ແມ່ນໍ້າສັ້ນ, ໂສ້ງສັ້ນ, ເສື້ອສັ້ນ, ດາບສັ້ນ, ມີດສັ້ນ, ປືນສັ້ນ, ຂອງສັ້ນ ແລະ ອື່ນໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າສັ່ນ”.

“ສັ່ນ” (1. ຄໍາກິລິຍາ) ເໜັງ, ເໜັງຕີງໄວໆ. ສະເທືອນ, ສັ່ນສາຍ. ຢ້ານຫຼາຍຈົນສັ່ນຕິດໆກັນ.

ຕົວຢ່າງ:

  • ອາທິດແລ້ວນີ້ ມີເຫດການແຜ່ນດິນໄຫວຢູ່ປະເທດອິນເດຍ ຫຼາຍຄັ້ງຕິດຕໍ່ກັນ ເຮັດໃຫ້ຕຶກ, ເຮືອນຊານ ບ້ານຊ່ອງສັ່ນສະເທືອນ, ຫັກພັງເປ່ເພເສຍຫາຍຫຼາຍຫຼັງ ແລະ ມີຄົນ ບາດເຈັບຈໍານວນນຶ່ງ.
  • ລາວໄຂ້ຂຶ້ນສູງສັ່ນຢູ່ວາບໆ ແລະ ຈົ່ມວ່າໜາວຢາກຫົ່ມຜ້າໃຫ້ອຸ່ນ ແຕ່ເມື່ອແທກອຸຫະພູມພັດເກືອບ 38 ອົງສາເຊເຊັດສ໌.
  • ລົດບັນທຸກແລ່ນໄວຫຼາຍ ແລະ ເກືອບຕໍາເດັກນ້ອຍທີ່ຍ່າງຢູ່ແຄມທາງ ເຮັດໃຫ້ລາວຕົກໃຈແຮງ ທັງໃຫ້ ທັງສັ່ນບໍ່ຮູ້ເຮັດຫຍັງ ຢ່າງໄປທາງໃດກໍບໍ່ໄດ້.

ຄວາມໝາຍຄຳວ່າສັ້ນ”.

“ສັ້ນ” (1. ຄໍາກິລິຍາວິເສດ) ບໍ່ຍາວ. ກ້ອມ.

ຕົວຢ່າງ:

  • ເຖິງວ່າລາວຈະເປັນຄົນເຕ້ຍ ແຂນຂາສັ້ນ ແຕ່ລາວກໍເປັນຄົນກໍນິດໃສດີ, ຄົນອື່ນຢອກລາວກໍບໍ່ຄຽດ ແຖມ ຍັງເປັນຄົນຕະຫຼົກອີກດ້ວຍ.
  • ຍ້ອນສາຍຕາສັ້ນ ເຮັດໃຫ້ລາວເບີ່ງບໍ່ເຫັນແຈ້ງດີ ໄປໃສຕ້ອງໃສ່ແວ່ນຕາ ຖ້າບໍ່ດັ່ງນັ້ນແມ່ນບໍ່ສາມາດອ່ານ ຮອດໜັງສືໄດ້.
  • ໃນກອງປະຊຸມຫົວໜ້າແນະນໍາໃຫ້ລູກນ້ອງແຕ່ລະຄົນລາຍງານວຽກຕົນເອງສັ້ນໆ ແລະ ຟ້າວເລີກເພາະ ຊ່ວງນີ້ຢ້ານໂຄວິດ-19.
  • ອາກາດຮ້ອນຫຼາຍນຸ່ງໂສ້ງສັ້ນເສື້ອສັ້ນ ຈິ່ງເໝາະສົມ ຖ້ານຸ່ງເຄື່ອງຍາວແມ່ນເຫື່ອແຕກເຫື່ອແຕນປານ ອາບນໍ້າ.

ສະຫຼຸບ.

ຄໍາວ່າ “ສັ່ນ” ແລະ “ສັ້ນ” ເຖິງຈະອອກສຽງໃກ້ຄຽງກັນ ແຕ່ພັດມີຄວາມໝາຍແຕກຕ່າງກັນຢ່າງຊີ້ນເຊີງ ເພາະຄໍາວ່າ “ສັ່ນ” ໝາຍເຖິງການສັ່ນໄຫວ ຫຼື ບໍ່ນິ້ງ ແລະ ເໜັງຕີງໄປມາ ຊຶ່ງອາດຈະເກີດຈາກການສະເທືອນ, ການ ເຄື່ອນໄຫວຂອງສິ່ງໃດນຶ່ງ ຫຼື ເກີດຈາກສາເຫດຕ່າງໆ. ສ່ວນຄໍາວ່າ “ສັ້ນ” ໝາຍເຖິງກິ, ກ້ອມ ບໍ່ຍາວ ຊຶ່ງກົງກັນ ຂ້າມກັບຍາວ ຊຶ່ງສັ້ນແມ່ນໄດ້ມາຈາກການປຽບທຽບດ້ວຍການວັດແທກຮູບຮ່າງ ຫຼື ລັກສະນະສັນຖາຂອງສິ່ງນັ້ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo