ຄໍາວ່າ “ສະໝອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສະໝອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ສະໝອງ” ແມ່ນອະໄວຍະວະຢ່າງນຶ່ງຂອງຄົນ ຫຼື ສັດ ຢູ່ຈຸດແຕກຕ່າງກັນໄປ. ສໍາລັບຄົນ ແລະ ສັດສ່ວນໃຫຍ່ສະໝອງແມ່ນຢູ່ສ່ວນຫົວ. ສະໝອງຄົນເປັນກ້ອນສີຂາວມີລັກສະນະອ່ອນໆຢູ່ໃນກະໂຫຼກຫົວ ຊຶ່ງຈຸດລວມປະສາດ ເປັນຈຸດເກັບກໍາຄວາມຈໍາ, ຄົ້ນຄິດ, ປະເມີນຜົນຕ່າງໆ ແລະ ສັ່ງ ຫຼື ບັນຊາໃຫ້ຮ່າງ ກາຍປະຕິບັດຕາມຄວາມຄິດ, ຄົນເຮົາສະຫຼາດກວ່າສັດກໍຍ້ອນສະໝອງ ນັ້ນເອງ. ສ່ວນສະໝອງສັດຫຼາຍ ສະນິດໂດຍສະເພາະສັດມີກະດູກສັນຫຼັງ ດັ່ງ ຕະກຸນລິງ, ເສືອ, ງົວ, ຄວາຍ ກໍມີຮູບຮ່າງຄ້າຍຄືກັນ. ມະນຸດເຮົາສ່ວນໃຫຍ່ຍັງມັກນໍາສະໝອງສັດມາບໍລິໂພກອີກດ້ວຍ.

ນອກຈາກນີ້, “ສະໝອງ” ຍັງໃຊ້ເວົ້າ ຫຼື ເອີ້ນຄົນທີ່ມີປັນຍາສະຫຼາດຫຼັກແຫຼມ, ສະຫຼາດປາດເປື່ອງວ່າເປັນ ຄົນມີສະໝອງ ດັ່ງ ນັກວິທະຍາສາດ, ນັກປາດ, ນັກຄົ້ນຄວ້າ, ອັດສະລິຍະ ເປັນຕົ້ນ. ກົງກັນຂ້າມ, ຄົນ ທີ່ໂງ່ ຫຼື ປືກ, ຄົນຈ້າ, ຄົນບໍ່ສະຫຼາດປາດເບື່ອງ ບໍ່ມີປັນຍາ, ເຊີ້ຊ້າ ຈື່ຈໍາບໍ່ດີ, ບໍ່ເກັ່ງ ເຮົາເອີ້ນຄົນບໍ່ມີ ສະໝອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າສະໝອງ”.

“ສະໝອງ” (1. ຄໍານາມ). ຂະໝອງ, ຮຽກສ່ວນທີ່ຢູ່ພາຍໃນກະໂຫຼກຫົວມີລັກສະນະອ່ອນໆ ຫົດເປັນກ້ອນ ເປັນບ່ອນໂຮມປະສາດໃຫ້ເກີດຄວາມຮູ້ສຶກ, ຮູ້ເມື່ອ ເອີ້ນ ມັນສະໝອງ ຫຼື ຂະໝອງ. ຄົນມີສະຕິປັນຍາດີ, ມີຄວາມສະຫຼາດ ເອີ້ນ ຄົນມີສະໝອງ.

ຕົວຢ່າງ:

  • ຄົນເຮົາມີສະໝອງຂະໜາດນ້ອຍກວ່າງົວ ແລະ ຄວາຍ ແຕ່ຍ້ອນສະໝອງດີກວ່າຈຶ່ງເຮັດໃຫ້ຄົນ ເຮົາສະຫຼາດກວ່າ.
  • ແມ່ຄ້າຮ້າຍໃຫ້ລູກຂອງຕົນເອງທີ່ທອນເງິນໃຫ້ລູກຄ້າຜິດເຮັດໃຫ້ຫຼຸບທຶນວ່າ “ຈັ່ງແມ່ນບໍ່ມີສະໝອງ ເນາະ”.

ສະຫຼຸບ.

ຄໍາວ່າ “ສະໝອງ” ແມ່ນອະໄວຍະວະເປັນກ້ອນສີຂາວມີລັກສະນະອ່ອນໆຢູ່ໃນກະໂຫຼກຫົວຂອງຄົນ ຫຼື ສັດ. ສະໝອງເປັນຈຸດລວມປະສາດເຮັດໃຫ້ຄົນ ແລະ ສັດແຕກຕ່າງກັນໄປເພາະມັນມີຄວາມສາມາດແຕກ ຕ່າງກັນອອກໄປ. ນອກຈາກນີ້, ຄົນທີ່ສະຫຼາດຫຼັກແຫຼມເອີ້ນ ຄົນມີສະໝອງ. ກົງກັນຂ້າມ, ຄົນໂງ່ເອີ້ນ ຄົນບໍ່ມີສະໝອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo