ຄໍາວ່າ “ສະເໜີ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສະເໜີ” ມີຄວາມໝາຍແນວໃດ?

ຄໍາວ່າ “ສະເໜີ” ຫຼື ສະເໜີແນະ ແມ່ນການທີ່ເຮົາ ຫຼື ບຸກຄົນ, ອົງກອນໃດນຶ່ງ ເອົາສິ່ງໃດສິ່ງນຶ່ງ ເພື່ອມາບອກ, ແນະນໍາຜູ້ອື່ນໃຫ້ຮູ້ກ່ຽວກັບສິ່ງນັ້ນໆ ດັ່ງ: ສະເໜີຕົວ, ສະເໜີໃຫ້ຮູ້ຈັກສັບພະຄູນ, ສະເໜີໃຫ້ຮູ້ຈັກໜ້າຕາ, ສະເໜີໃຫ້ຮູ້ຈຸດພິດເສດຂອງສິນຄ້າ, ສະເໜີວັດທະນາທໍາຂອງປະເທດລາວ. “ສະເໜີ” ຍັງໝາຍເຖິງການຍື່ນ ຄໍາຮ້ອງຕໍ່ເຈົ້າໜ້າທີ່ ຫຼື ອົງກອນໃດນຶ່ງ ດັ່ງ ສະເໜີ ເພື່ອໄຖ່ຖາມ, ສະເໜີສອບຖາມ, ສະເໜີໃຫ້ໄກ່ເກ່ຍ ບັນຫາ ແລະ ອື່ນໆ.

ນອກຈາກນີ້, “ສະເໜີ” ຍັງໝາຍເຖິງການຍົກສິ່ງໃດສິ່ງນຶ່ງຂຶ້ນເວົ້າ, ມາສະແດງ, ມາໂຊ ເພື່ອສື່ ຫຼື ໃຫ້ຄົນອື່ນ ເປັນຕົ້ນທ່ານຜູ້ຊົມ, ຜູ້ຟັງ, ຜູ້ສໍາພັດ, ຜູ້ຊີມ ໄດ້ເຫັນ ໄດ້ຮູ້ ໄດ້ສໍາພັດ ໄດ້ຈັບ ໄດ້ບາຍ ໃຫ້ເຂົ້າ ໃຈ ຫຼື ຮັບຮູ້ໃນສິ່ງທີ່ນໍາມາສະເໜີ ເຊັ່ນ: ສະເໜີຂ່າວຜ່ານໂທລະພາບ, ສະເໜີບົດຮຽນທີ່ໄດ້ພົບພໍ້, ສະເໜີສິນຄ້າອອກໃໝ່, ສະເໜີນະວັດຕະໃໝ່ ແລະ ອື່ນໆ. ພ້ອມນັ້ນ, ຄົນເຮົາຍັງມັກເວົ້າຢອກຫຼີ້ນກັນ ດັ່ງ ຖ້າສະເໜີກໍສະໜອງ, ຖ້າສະເໜີກໍຈັດໃຫ້ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສະເໜີ”.

“ສະເໜີ” (1. ຄໍາກິລິຍາ) ບອກໃຫ້ຮູ້, ຍື່ນຄໍາຮ້ອງຕໍ່, ຍົກຂຶ້ນເວົ້າ ສະແດງໃຫ້ເຫັນ.

ຕົວຢ່າງ:

  • ນັກການຕະຫຼາດໄດ້ນໍາລົດໄຟຟ້າມາວາງສະເດີ ເພື່ສະເໜີຄຸນນະພາບ, ນະວັດຕະກໍາຕ່າງໆກ່ຽວ ກັບລົດລວມທັງລາຄາ ໃຫ້ຄົນທີ່ເຂົ້າມາຊົມ.
  • ຕົວແທນປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງອາຄານໄດ້ສະເໜີຕໍ່ເຈົ້າໜ້າທີ່ກ່ຽວກັບ ສຽງດັງລົບກວນຂອງການກໍ່ສ້າງ ເພື່ອໃຫ້ຫາທາງແກ້ໄຂ.
  • ໃນການເສວະນາເລື່ອງສິ່ງແວດລ້ອມສັງຄົມ ຫົວຂໍ້ ໂລກຮ້ອນ ໄດ້ຖືກສະເໜີຂຶ້ນກ່ອນໝູ່ ເພາະເປັນຫົວຂໍ້ທີ່ສໍາຄັນຕໍ່ການຢູ່່ລອດຂອງມະນຸດ.

ສະຫຼຸບ.

ຄໍາວ່າ “ສະເໜີ” ແມ່ນການແນະນໍາຢ່າງໃດຢ່າງນຶ່ງຈາກບຸກຄົນ, ອົງກອນໃດນຶ່ງ ເພື່ອໃຫ້ຜູ້ອື່ນ ອາດຈະເປັນທ່ານຜູ້ເບີ່ງຜູ້ຊົມ, ທ່ານຜູ້ຟັງ, ທ່ານຜູ້ໄດ້ສໍາພັດ ໃຫ້ຮູ້ກ່ຽວກັບສິ່ງນັ້ນໆວ່າແມ່ນຫຍັງຕາມວັດຖຸປະສົງການສະເໜີ. “ສະເໜີ” ຍັງແມ່ນການຍື່ນຄໍາຮ້ອງຕໍ່ອົງກອນ, ເຈົ້າໜ້າທີ່ລັດ ຫຼື ເອກະຊົນ ຕໍ່ເລື່ອງໃດນຶ່ງ.

ນອກຈາກນີ້, “ສະເໜີ” ຍັງແມ່ນການຍົກຢ່າງໃດຢ່າງນຶ່ງມາສະແດງ, ມາເວົ້າໃຫ້ຄົນອື່ນ ຫຼື ຜູ້ອື່ນໄດ້ຮູ້ ຫຼື ເຂົ້າໃຈ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo