ຄໍາວ່າ ສະເດີດ ແລະ ສະດຸ້ງ ສອງຄຳນີ້ມີຄວາມໝາຍແນວໃດ?

SA Game

DooDiDo

ຄໍາວ່າ ສະເດີດ ແລະ ສະດຸ້ງ ຄວາມໝາຍຕ່າງກັນ ແລະ ຄືກັນແນວໃດ?

ສ່ວນຫຼາຍຄົນລາວມັກສັບສົນໃນການຈໍາແນກຄວາມຂອງຄໍາສັບ ຍ້ອນວ່າມັນມີຄວາມຫຼາກຫຼາຍ ຈຶ່ງເຮັດໃຫ້ເກີດຄວາມສັບສົນໃນການນໍາໃຊ້ ທັງທາງດ້ານການຂຽນ, ການເວົ້າ ແລະ ການແປຄວາມໝາຍ ເພາະວ່າຄໍາສັບໜຶ່ງສາມາດແປໄດ້ຫຼາຍຄວາມໝາຍ ເວ​ລາ​ນຳ​ໄປ​ໃຊ້ຕົວຈິງສໍານຽງສຽງເວົ້າກໍ່ອາດແຕກຕ່າງກັນໄປ​ ຂື້ນກັບຄົນຢູ່ແຕ່​ລະຂົງ​ເຂດຂອງ​ປະ​ເທດ​ລາວ.

ໃນບົດນີ້ເຮົາຈະຍົກເອົາຄໍາວ່າ ສະເດີດ ແລະ ສະດຸ້ງ ມາອະທິບາຍເຖິງວິທີການນໍາໃຊ້ ແລະ ຄວາມມາຍຂອງມັນ, ເຊິ່ງສອງຄໍານີ້ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນພໍປານໃດ ເພາະຄິດວ່າມີຄວາມໝາຍດຽວກັນ ແລະ ສາມາດໃຊ້ຄໍາໃດກໍໄດ້, ແຕ່ວ່າອັນທີ່ຈິງແລ້ວຄວາມໝາຍມັນຕ່າງກັນ ເຮົາຄວນຈໍາແນກໃຫ້ອອກລະຫວ່າງ ສະເດີດ ແລະ ສະດຸ້ງເພາະວ່າມັນມີຮູບແບບການນໍາໃຊ້ໃນໂຄງສ້າງປະໂຫຍກທີ່ບໍ່ຄືກັນ.

SA Game
DooDiDo

ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ:

ຄຳວ່າ ສະເດີດ.

ສະເດີດ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ດິ້້ນດຶບຂຶ້ນ, ເໜັງຕົວຂຶ້ນທັນທີດ້ວຍຄວາມຕົກໃຈ, ຊວດຮູ້ເມື່ອຄີງ.

ຕົວຢ່າງ:

ມື້ຄືນນອນຫຼັບຢູ່ດີໆ ເມື່ອຝັນເຫັນໂຕໝາໄລ່ກັດກໍສະເດີດຂຶ້ນທັນທີ.

ຄຳວ່າ ສະດຸ້ງ.

ສະດຸ້ງ ໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມ ເຊິ່ງມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ:

ສະດຸ້ງ (ຄໍາກໍາມະ) ໝາຍເຖິງ ຕື່ນ, ຕົກໃຈ, ຕື່ນຕົກໃຈໝົດແຮງ.

ຕົວຢ່າງ:

ຂ້ອຍກໍາລັງນັ່ງເຮັດວຽກດ້ວຍຄວາມຕັ້ງໃຈ, ທັນທີທັນໃດຟ້າຮ້ອງສຽງດັງເຕີງຂ້ອຍຈົນສະດຸ້ງ.

ສະດຸ້ງ (ຄໍານາມ) ແມ່ນ ເຄື່ອງມືຫາປາ ສານດ້ວຍເສັ້ນປ່ານ ຫຼືເສັ້ນນິລົງ ເປັນຮູບສີ່ແຈມີຂາສຸບໃສ່ສີ່ແຈ ແລະ ມີຄັນສໍາລັບຍົກ.

ຕົວຢ່າງ:

ແມ່ຂ້ອຍຫາປາດ້ວຍການໃຊ້ສະດຸ້ງສ້ອນເອົາປາຂຶ້ນມາຈາກໜອງນໍ້າ

ສະຫຼຸບ.

ຄໍາວ່າ ສະເດີດ ແລະ ສະດຸ້ງ ແທ້ຈິງແລ້ວມີຄວາມໝາຍຕ່າງກັນ ແລະ ໃຊ້ຮູບແບບຂອງປະໂຫຍກທີ່ຕ່າງກັນ, ຄໍາວ່າ ສະເດີດ ໝາຍເຖິງເໜັງຕົວຂຶ້ນທັນທີດ້ວຍຄວາມຕົກໃຈ ຫຼື ຊວດຮູ້ເມື່ອຄີງທັນທີ, ສ່ວນຄໍາວ່າ ສະດຸ້ງ ໝາຍເຖິງ ຕື່ນຕົກໃຈໝົດແຮງ ແລິ ຍັງໃຊ້ເປັນຊື່ເອີ້ນເຄື່ອງມືຫາປາຊະນິດໜຶ່ງ ເອີ້ນວ່າ ສະດຸ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo