ຄໍາວ່າ “ສະຖານີ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສະຖານີ” ມີຄວາມໝາຍແນວໃດ?

ຄໍາວ່າ “ສະຖານີ” ໝາຍເຖິງສະຖານທີ່ທີ່ຄົນເຮົາສ້າງຂຶ້ນມາ ເພື່ອອໍານວຍຄວາມສະດວກທາງດ້ານການ ຄົມມະນາຄົມ ຊຶ່ງສະຖານນີແຕ່ລະບ່ອນອາດຈະໃຫຍ່ນ້ອຍ, ມີສິ່ງອໍານວຍຄວາມສະດວກ ແລະ ມີຮູບແບບແຕກຕ່າງກັນໄປ ຕາມຄວາມຈໍາເປັນຂອງແຕ່ລະເຂດແຂວງ, ປະເທດ ເຊັ່ນ: ສະຖານີລົດໄຟ, ສະ ຖານີລົດເມ ເປັນຕົ້ນ. ແຕ່ຖ້າເຮືອເຮົາເອີ້ນ ທ່າເຮືອ ບໍ່ແມ່ນສະຖານີເຮືອ. ພ້ອມນັ້ນ, ຍັງໃຊ້ເປັນຊື່ຮຽກທົ່ວ ໄປ ຊຶ່ງເຮັດໃຫ້ເຮົາເຂົ້າໃຈໄດ້ ດັ່ງ ສະຖານີຕົ້ນທາງ, ສະຖານີປາຍທາງ.

ນອກຈາກນີ້, “ສະຖານີ” ຍັງໝາຍເຖິງບ່ອນຮັກສາການ ຫຼື ບ່ອນເຮັດວຽກຂອງໜ່ວຍງານໃດໜຶ່ງ ອາດຈະເປັນໜ່ວຍງານລັດ ຫຼື ໜ່ວຍງານເອກະຊົນ ຊຶ່ງແຕ່ລະບ່ອນອາດມີຂະໜາດ, ສິ່ງອໍານວຍຄວາມສະດວກ ແລະ ຮູບແບບແຕກຕ່າງກັນໄປ ເຊັ່ນ: ສະຖານີຕໍາຫຼວດ, ສະຖານີໂທລະພາບ, ສະຖານີວິທະຍຸກະຈາຍ ສຽງ, ສະຖານີວິໃຈດິນ, ສະຖານີອຸຕຸນິຍົມ, ສະຖານີອະນາໄມ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສະຖານີ”.

“ສະຖານີ” (1. ຄໍານາມ) ບ່ອນພັກເຊົາ, ບ່ອນລົດ ຫຼື ເຮືອຈອດ, ບ່ອນຮັກສາການ.

ຕົວຢ່າງ:

  • ໃນແຕ່ລະວັນສະຖານນີລົດໄຟຟ້າຄວາມໄວສູງຈະມີຜູ້ໂດຍສານ ແລະ ຄົນມາຮັບ-ສົ່ງ ທຽວເຂົ້າ ອອກກັນຈໍານວນຫຼວງຫຼາຍ.
  • ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ແລະ ໂທລະພາບແຫ່ງຊາດຂອງລາວແມ່ນຢູ່ໃກ້ກັນ ຕັ້ງຢູ່ ນະຄອນຫຼວງວຽງຈັນ.
  • ສະຖານີອຸຕຸນິຍົມແມ່ນມີຄວາມສໍາຄັນຫຼາຍຕໍ່ການພະຍາກອນອາກາດໃນແຕ່ລະວັນ ເພື່ອແຈ້ງໃຫ້ປະຊາຊົນຄົນທົ່ວໄປໄດ້ຮັບຊາບ.

ສະຫຼຸບ.

ຄໍາວ່າ “ສະຖານີ” ແມ່ນບ່ອນ ຫຼື ສະຖານທີ່ຂອງຄົນທີສ້າງຂຶ້ນມາ ເພື່ອອໍານວຍຄວາມສະດວກທາງດ້ານ ການຄົມມະນາຄົມ, ສະຖານີແຕກຕ່າງກັນໄປຕາມເງື່ອນໄຂແຕ່ລະບ່ອນ. ນອກຈາກນີ້, “ສະຖານີ” ແມ່ນບ່ອນ, ສະຖານທີ່ປະຈໍາການ ຫຼື ເຮັດວຽກຂອງຄົນທີສ້າງຂຶ້ນມາ ເພື່ອເຮັດວຽກເຮັດງານຢ່າງໃດຢ່າງນຶ່ງ ຊຶ່ງໃຊ້ເອີ້ນໄດ້ທັງພາກລັດ ແລະ ພາກເອກະຊົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo