ຄໍາວ່າ “ວັງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ວັງ” ມີຄວາມໝາຍແນວໃດ?

ຄໍາວ່າ “ວັງ” ໝາຍເຖິງພະລາຊະວັງ ຊຶ່ງເປັນເຂດແດນ ແລະ ທີ່ປະທັບ ຫຼື ທີ່ຢູ່ອາໃສຂອງເຈົ້າຊີວິດ ພ້ອມ ດ້ວຍຄອບຄົວ ແລະ ວົງຄະນາຍາດ ລວມທັງເຈົ້າໜ້າທີ່ ແລະ ຄົນຮັບໃຊ້ທີ່ກ່ຽວຂ້ອງ. ວັງຍັງມີວັງໜ້າ, ວັງ ຫຼັງ, ວັງຫຼວງ ຊຶ່ງມີພາລະບົດບາດແຕກຕ່າງກັນໄປ. ວັງ ເປັນຈຸດສູນກາງຂອງອານະຈັກໃດນຶ່ງ ກວມເອົາພື້ນທີ່ກວ້າງໃຫຍ່ ແລະ ມີການສ້າງຕຶກອາຄານທີ່ດີກວ່າເຮືອນທົ່ວໄປ ແຕ່ຂອບເຂດຈະນ້ອຍກວ່າວຽງ. ວັງ ຂອງແຕ່ລະປະເທດ ຫຼື ອານະຈັກ ຈະມີສະຖາປັດຕະຍາກໍາ ແລະ ຂະໜາດແຕກຕ່າງກັນ. ວັງທີ່ໂດ່ງດັງ ໃຫຍ່ໂຕມະໂຫລານ ແລະ ຄົນຮູ້ຈັກຫຼາຍແມ່ນ ພະລາຊາວັງຕ້ອງຫ້າມຢູ່ປະເທດຈີນ.

ນອກຈາກນີ້, “ວັງ” ຍັງໝາຍເຖິງວັງນໍ້າ ຫຼື ບ່ອນນໍ້າໄຫຼຊ້າ ແລະ ເລິກ ຫຼື ໄຫຼເວີນ ເອີ້ນວັງເວີນ ຊຶ່ງເປັນ ບ່ອນອາໃສຂອງປາ ແລະ ສັດນໍ້າຈໍານວນນຶ່ງ ແຕກຕ່າງກັບຫາດນໍ້າທີ່ມີນໍ້າໄຫຼແຮງ ແລະ ຕື້ນ. “ວັງ” ຍັງ ໝາຍວ່າເປັນບວກນໍ້າ ດັ່ງ ຝົນຕົກປີໃດເສັ້ນທາງເປ່ເພມີຂຸມເກີດຂຶ້ນຫຼາຍມີນໍ້າຂັງຈົນເປັນບວກເປັນວັງ. ອີກຄວາມໝາຍອື່ນ “ວັງ” ຍັງ ແມ່ນການລ້ອມ ຫຼື ອ້ອມ ຫຼື ຮັກສາ. “ວັງ” .ເມື່ອນໍາໄປປະສົມກັບຄໍາອື່ນ ຍັງໃຫ້ຄວາມໝາຍແຕກຕ່າງໄປເຊັ່ນ: ວັງຊາ ເປັນຄໍາປະກອບທ້າຍຄໍາວ່າ ກໍາລັງວັງຊາ ຄວາມໝາຍດຽວກັບຄໍາກໍາລັງ, ວັງເວ ແມ່ນບັນຍາກາດເປັນຕາຢ້ານ, ລະວັງ ແມ່ນໃຫ້ມີສະຕິ, ແວດລະວັງ ແມ່ນການລະ ແວງສົງໃສ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າວັງ”.

“ວັງ” (1. ຄໍານາມ) ເຂດແດນ, ບ່ອນເຮືອນຢູ່ຂອງພວກເຈົ້າ, ຖ້າເປັນບ່ອນຢູ່ຂອງພຣະເຈົ້າແຜ່ນດິນຮ້ອງ ວ່າພຣະບໍຣົມມະຫາຣາຊວັງ. (2. ຄໍາກິລິຍາ) ບ່ອນນໍ້າເລິກ, ບວກນໍ້າ. ລ້ອມ. ອ້ອມ. ຮັກສາ (ແວດວັງ).

ຕົວຢ່າງ:

  • ພະລາຊະວັງຕ້ອງຫ້າມຕັ້ງຢູ່ນະຄອນຫຼວງປັກກິງ ກວມເອົາພື້ນທີ່ກວ້າງ ແລະ ມີອາຄານໃຫຍ່ໂຕ ມະໂຫລານ ມີສິ່ງກໍ່ສ້າງສວຍງາມໂດດເດັ່ນ ແຕ່ລະປີມີນັກທ່ອງທ່ຽວໄປຢ້ຽມຊົມຫຼາຍລ້ານຄົນ.
  • ພະລາຊະວັງ ຫຼວງພະບາງສ້າງຂຶ້ນໃນປີ ຄ.ສ 1904 ເຖິງປີ 1909 ສະໄໝເຈົ້າຊີວິດສີສະຫວ່າງວົງ ການອອກແບບອາຄານ ແມ່ນສະຖາປະນິກຄົນຝຣັ່ງເສດ ດັ່ງນັ້ນຈິ່ງມີລັກສະນະປະສົມປະ ສານລະຫວ່າງສີລະປະລາວ ແລ ຝຣັ່ງເສດ.
  • ການທ່ອງທ່ຽວແບບອະນຸລັກ ວັງສະຫງວນ ຢູ່ແຂວງຫຼວງພະບາງ ແມ່ນວິທີການນຶ່ງເພື່ອຮັກສາ ແລະ ອະນຸລັກປາ ແລະ ສັດນໍ້າທີ່ອາໃສຢູ່.
  • ປີນີ້ຝົນຕົກຕະຫຼອດເສັ້ນໄດ້ຮັບຄວາມເສຍຫາຍຫຼາຍ ບວກກັບມີລົດຂົນສົ່ງໜັກທຽວດຸ ເຮັດໃຫ້ທາງ ເປັນບວກເປັນວັງຫຼາຍແຫ່ງ.

ສະຫຼຸບ.

ຄໍາວ່າ “ວັງ” ໝາຍເຖິງເຂດແດນທີ່ປະທັບ ຫຼື ທີ່ຢູ່ອາໃສຂອງເຈົ້າຊີວິດ ພ້ອມວົງຄະນາຍາດ ແລະ ບໍລິວານຮັບໃຊ້. ວັງປະກອບມີທີ່ຢູ່ອາໃສ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ວັງ ມີ ວັງໜ້າ ວັງຫຼັງ ວັງຫຼວງ, ວັງຂອງແຕ່ລະປະເທດ ຫຼື ອານະຈັກ ຈະແຕກຕ່າງກັນດ້ານຂະໜາດ, ສະຖາປັດຕະຍາກໍາ ລວມຮອດກົດລະບຽບຕ່າງໆ. ນອກຈາກນີ້, “ວັງ” ຍັງແມ່ນວັງນໍ້າ ບ່ອນນໍ້າເວີນ ໄຫຼຊ້າ ແລະ ເລິກ ໂດຍ ທົ່ວໄປແມ່ນເປັນບ່ອນອາໃສຂອງປາ ແລະ ສັດນໍ້າຈໍານວນນຶ່ງ, “ວັງ” ຍັງໝາຍວ່າເປັນບວກນໍ້າ ແລະ ໝາຍເຖິງລ້ອມ ຫຼື ອ້ອມ ຫຼື ຮັກສາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo