ຄໍາວ່າ “ລົບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລົບ” ມີຄວາມໝາຍແນວໃດ?

ຄໍາວ່າ “ລົບ” ມີຄວາມໝາຍຄືກັນກັບ “ລຶບ” ຊຶ່ງໝາຍເຖິງການເຮັດໃຫ້ເໝິດໄປ (ໝົດໄປ) ຫຼື ໃຫ້ມີນ້ອຍ ລົງກວ່າເກົ່າດ້ວຍຮູບການຕ່າງໆ ເຊັ່ນ: ການເຊັດອອກດ້ວຍເຄື່ອງມືໃດນຶ່ງ, ການຖູ ຫຼື ຮຸກອອກໃຫ້ຈາງ ຫຼື ອອກໝົດ (ລົບໜັງສືດ້ວຍຢາງລຶບ ຫຼື ນໍ້າລຶບ), ລົບອອກດ້ວຍການຂິດຂ້າອອກ (ລົບຊື່ດ້ວຍການຂິດ ຂ້າຖີ້ມ), ລົບຊື່ປະເທດອອກຈາກແຜ່ນທີ່ດ້ວຍການຜະນວກເຂົ້າກັນ ເປັນຕົ້ນ. “ລົບ” ກົງກັນຂ້າມກັບສ້າງ ຂຶ້ນ.

“ລົບ” ຍັງໝາຍເຖິງເລກລົບ ຊຶ່ງມີເຄື່ອງໝາຍແມ່ນ “-“ ເປັນການຫັກອອກ ຫຼື ຊັກອອກ ໃຫ້ຫຼຸດລົງ ຫຼື ນ້ອຍລົງກວ່າເກົ່າ ຫຼື ຈົນໝົດເທົ່າສູນ ຫຼື ຕິດລົບ (ໃນວິຊາຄະນິດສາດ). “ລົບ” ເປັນນຶ່ງໃນສີ່ຂອງການ ຄິດໄລ່ເລກພື້ນຖານ ດັ່ງ ບວກ ລົບ ຄູນ ແລະ ຫານ. ໃນນັ້ນ “ລົບ” ກົງກັນຂ້າມກັບບວກ ເຊັ່ນ: ສອງ ບວກສອງເທົ່າສີ່ ແຕ່ຖ້າ ສີ່ລົບສອງແມ່ນເທົ່າສອງ ນັ້ນເອງ. ຜົນຕ່າງໆທີ່ເກີດຈາກ “ລົບ” ຍັງເອີ້ນ ລົບ ລ້າງ, ລົບອອກ, ຜົນລົບ, ເລກລົບ, ຂົ້ວລົບ. ແຕ່ຖ້າເບີ່ງຄົນໃນແງ່ລົບແມ່ນການເບິ່ງຄົນໃນທາງບໍ່ດີ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລົບ”.

“ລົບ” ຫຼື “ລຶບ” (1. ຄໍາກິລິຍາ) ເຮັດໃຫ້ເໝິດໄປດ້ວຍການເຊັດອອກ ຫຼື ຖູ, ຖ້ວມ, ຫັກອອກ, ຊັກອອກ (ໃຊ້ໃນວິທີໄລ່ ເລກ). ລືບໆ ແມ່ນມາ ຫຼື ໄປພ້ອມກັນຫຼາຍໆ ແລະ ໄວ. ລຶບລ້າງ ແມ່ນຍົກເລີກຖິ້ມ, ທໍາ ໃຫ້ເໝິດສ້ຽງໄປ.

ຕົວຢ່າງ:

  • ຕອນຍັງເປັນເດັກນ້ອຍ ຂ້ອຍຮຽນແຕ້ມຮູບໃໝ່ໆ ແມ່ນໄດ້ແຕ້ມແລ້ວລົບດ້ວຍຢາງລຶບ ຫຼາຍເທື່ອ ຈິ່ງເປັນຮູບຮ່າງຕາມທີ່ໃຈຕ້ອງການ.
  • ການຮຽນວິຊາເລກ ເລກບວກງ່າຍກວ່າເລກລົບ ແຕ່ເລກລົບກໍງ່າຍກວ່າເລກຄູນ ແລະ ເລກຫານ.

ສະຫຼຸບ.

ຄໍາວ່າ “ລົບ” ແມ່ນຄືກັນກັບ “ລຶບ” ຕ່າງແຕ່ການອອກສຽງ ຊຶ່ງແມ່ນການລົບອອກໃຫ້ໝົດໄປ ຫຼື ໃຫ້ຫຼຸດ ລົງ, ນ້ອຍລົງກວ່າທີ່ເປັນຢູ່່. ລົບອອກກົງກັນຂ້າມກັບສ້າງຂຶ້ນ, ຕັ້ງຂຶ້ນ. ນອກຈາກນີ້, “ລົບ” ຍັງໝາຍເຖິງເລກລົບ (-) ຊຶ່ງນໍາໃຊ້ໃນການຄິດໄລ່ ເພື່ອຫັກອອກ ຫຼື ຊັກອອກ ໃຫ້ຫຼຸດລົງ ຫຼື ນ້ອຍລົງກວ່າເກົ່າ ໃນວິ ຊາຄະນິດສາດ. “ລົບ” ກົງກັນຂ້າມກັບບວກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo