ຄໍາວ່າ “ລາງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລາງ” ມີຄວາມໝາຍແນວໃດ?

ຄໍາວ່າ “ລາງ” ໝາຍເຖິງສິ່ງໃດສິ່ງນຶ່ງທີ່ເກີດຂຶ້ນ ເພື່ອບອກເຫດ ຫຼື ມີເຄື່ອງໝາຍທີ່ປະກົດໃຫ້ເຫັນແລ້ວເກີດ ເຫດຮ້າຍ ຫຼື ດີຕາມມາ ຊຶ່ງໄດ້ມີການຖືມາແຕ່ບູຮານນະການ ແລະ ຍັງເຊື່ອຖືໃນຫຼາຍປະເທດໂດຍສະເພາະ ແມ່ນປະເທດທີ່ຍັງບໍ່ພັດທະນາ ໂດຍປະເທດລາວ, ໄທ, ພະມ້າ, ກໍາປູເຈຍ ແລະ ຕອນໃຕ້ຂອງຈີນສ່ວນ ນຶ່ງແມ່ນຖືຄ້າຍຄືກັນ ຊຶ່ງລາງບອກເຫດຮ້າຍມັກເກີດເຫດການເຊັ່ນ:

ມີເມັດເລືອດຕົກໃສ່ຕົນໂຕ ຫຼື ເຄື່ອງ ນຸ່ງໂດຍຫາທີ່ມີບໍ່ໄດ້, ບໍ່ເຫັນເງົາຫົວ, ໄກ່ປ່າບິນຜ່ານບ້ານ, ຟານເຂົ້າບ້ານ, ຝຸງໂຕກາບິນອ້ອມເຮືອນໃດ ເຮືອນນຶ່ງ, ມີສຽງເອີ້ນຫາເວລາເຂົ້າປ່າເລີກ ແຕ່ຫ້າມຕອບເດັດຂາດ, ລາງຝັນ (ຝັນວ່າໄດ້ເງິນໄດ້ຄໍາ, ຝັນ ຮ້າຍແບບດຽວຕິດຕໍ່ກັນຫຼາຍວັນ, ຝັນວ່າຄົນທີ່ຕາຍໄປແລ້ວມາຊວນໄປຢູ່ນໍາ ເປັນຕົ້ນ), ບັນດາເຫດດັ່ງກ່າວ ຕາມຄວາມເຊື່ອແລ້ວຕ້ອງໄດ້ມີການແກ້ກົນ ຫຼື ສົ່ງເຄາະສົ່ງນາມ ເພື່ອໃຫ້ດີຂຶ້ນ ເມື່ອທຽບກັບວິທະຍາສາດ ແມ່ນເຮັດໃຫ້ຈິດໃຈສະບາຍນັ້ນເອງ.

ສ່ວນລາງດີແມ່ນຝັນວ່າມີເຈົ້າຖີ່ນເຈົ້າຖານ ຫຼື ບັນພະບູລຸດມາໃຫ້ ພອນ ຫຼື ສິ່ງໃດນຶ່ງຕື່ນມາໄປຊື້ເລກຕາມເພີ່ນບອກແລ້ວຖືກ, ຝັນເຫັນທະພຸດທະເຈົ້າ, ຝັນເຫັນພະອໍລະ ຫັນ, ຝັນເຫັນຜູ້ຊົງສິນຂັ້ນສູງ, ເຫັນງູເລືອຕັດໜ້າ ແລະ ອື່ນໆ.

SA Game
DooDiDo

“ລາງ” ຍັງໝາຍເຖິງເວລາລ່ວງມາແລ້ວ ຫຼື ປາງກ່ອນ ຫຼື ເຫດການທີ່ເຄີຍເກີດຂຶ້ນມາກ່ອນ ເຊັ່ນ: ລາງກ່ອນພຸ້ນ, ລາງເທື່ອກ່ອນໜ້ານັ້ນ, ລາງທີ ລາວຢູ່ເຮືອນ. ນອກຈາກນີ້, “ລາງ” ຍັງໝາຍເຖິງລາງເຫຼັກ ຊຶ່ງສ້າງຂຶ້ນມາເພື່ອຮອງຮັບການແລ່ນຂອງລົດ ໄຟ ຫຼື ພາຫະນະທີ່ໃຊ້ລາງ ເພື່ອຂົນສົ່ງສິ່ງຂອງ. “ລາງ” ຍັງແມ່ນພາຫະນະລົດລາງ ຫຼື ເຄື່ອງຈັກເຄື່ອງ ລາງ. ອີກຄວາມໝາຍນຶ່ງ “ລາງ” ແມ່ນຕ່າງ ຫຼື ບາງ ເຊັ່ນ: ລາງຄົນ ສາມາດໃຊ້ແທນ ບາງຄົນ, ລາງ ເທື່ອ ສາມາດໃຊ້ແທນບາງເທື່ອ, ລາງແນວ ຫຼື ບາງແນວ, ລາງເທື່ອດີລາງເທື່ອຮ້າຍ ເປັນຕົ້ນ. “ລາງ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍເປັນແນວໃໝ່ ດັ່ງ ລາງລິ່ງ ແມ່ນຊື່ໄມ້ເຄືອແນວນຶ່ງດອກນ້ອຍ ສີແຫຼ້ ເອີ້ນດອກລາງລິ່ງ ຫຼື ລາງລິງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລາງ”.

“ລາງ” (1. ຄໍານາມ) ເຄື່ອງໝາຍທີ່ປະກົດໃຫ້ເຫັນເຫດຮ້າຍ ຫຼື ດີ, ເວລາລ່ວງມາແລ້ວ. ປາງກ່ອນ, ເຫດທີ່ເຄີຍເປັນມາ. ສິ່ງທີ່ຮອງລໍ້ພາຫະນະໃຫ້ເຄື່ອນທີ່ໄປ ດັ່ງ ລາງລົດໄຟ. ພາຫະນະ ດັ່ງ ລົດລາງ, ເຄື່ອງຈັກ ເຄື່ອງລາງ (2. ຄໍາກິລິຍາວິເສດ) ຕ່າງ, ບາງ (ລາງຄົນ).

ຕົວຢ່າງ:

  • ກ່ອນພໍ່ເຖົ້າລາວຈະເສຍມີລາງບອກເຫດ ຊຶ່ງມີເລືອດຕົກໃສ່ຫົວໂປ້ຕີນລາວ ຊຶ່ງລາວໝັ້ນໃຈວ່າ ບໍ່ໄດ້ບາດເຈັບ ແລະ ໄປສໍາພັດເລືອດທາງໃດມາກ່ອນ.
  • ກ່ອນລາວຖືກເລກໄດ້ມີຄົນແກ່ໃຈດີມາເຂົ້າລາງຝັນ ແລະ ໃຫ້ເລກລາວ ມື້ຕໍາມາລາວຊື້ເລກກໍຖືກ ແທ້ໆ.
  • ລາວເຈັບແອວຊໍ້າເຮື້ອມາຫຼາຍປີ ພໍຮອດຍາມໜາວໆ ມັກເຈັບປວດຫຼາຍ ຊຶ່ງລາງເທື່ອກໍດີລາງ ເທື່ອເຈັບແຮງ.
  • ລາງລົດໄຟລາວ-ຈີນ ແມ່ນສ້າງຕາມມາດຕະຖານລົດໄຟຂອງຈີນ ຊຶ່ງມີອອກແບບຄວາມກວ້າງ, ການວາງໝອນ ແລະ ອື່ນໆ ຕາມເຕັກນິກຂອງປະເທດດັ່ງກ່າວ.
  • ໃນປະຈຸບັນ ໂລກເຮົາໄດ້ຜະລິດລົດລາງພາຫະນະຫຼາຍຂຶ້ນທຸກວັນ ແລະ ໄດ້ມີການຊົມໃຊ້ຊັບ ພະຍາກອນທໍາມະຊາດຢ່າງຫຼວງຫຼາຍເຮັດໃຫ້ເກີດພາວະໂລກຮ້ອນ ແລະ ບັນຫາອື່ນໆຕາມມາ.
  • ຄົນແຕ່ລະເຂດແມ່ນມີເອກະລັກແຕກຕ່າງກັນໄປ ລາງພວກກໍຕາສີນໍ້າຕານ, ລາງພວກກໍຕາສີຟ້າ, ລາງພວກກໍສີຕາຂຽວ.

ສະຫຼຸບ.

ຄໍາວ່າ “ລາງ” ໝາຍເຖິງລາງບອກເຫດ ຊຶ່ງແມ່ນເຫດການ ຫຼື ເຄື່ອງໝາຍຢ່າງໃດຢ່າງນນຶ່ງປະກົດຂຶ້ນ ໃຫ້ເຫັນ ລາງແບ່ງອອກເປັນລາງຮ້າຍ ແລະ ລາງດີ. “ລາງ” ຍັງໝາຍເຖິງເວລາທີ່ໄດ້ລ່ວງມາແລ້ວ ຫຼື ເຫດທີ່ເຄີຍເປັນມາ. “ລາງ” ຍັງແມ່ນລາງລົດ ເພື່ອຮອງລໍ້ພາຫະນະໃຫ້ເຄື່ອນທີ່ໄປໄດ້ເຊັ່ນ ລາງລົດໄຟ, ລາງຮາງແກ່ຖ່ານຫີນ. ນອກຈາກນັ້ນ, “ລາງ” ຍັງໝາຍເຖິງລົດລາງພາຫະນະ ແລະ ເຄື່ອງຈັກເຄື່ອງ ລາງ. ອີກຄວາມໝາຍນຶ່ງ “ລາງ” ຍັງຄືກັນກັບບາງ ເຊັ່ນ: ລາງຄົນ ຫຼື ບາງຄົນ, ລາງເທື່ອ ຫຼື ບາງເທື່ອ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo