ຄໍາວ່າ “ລອງ” ແລະ “ຮອງ” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ລອງ” ແລະ “ຮອງ”

ຄໍາວ່າ “ລອງ” ແລະ “ຮອງ” ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້ ຄຳວ່າ “ລອງ” ແມ່ນການທົດລອງ ຊຶ່ງ ເປັນເຮັດເບິ່ງ ຫຼື ເຮັດສາທິດ ເພື່ອຖອດຖອນບົດຮຽນ, ເອົາປະສົບປະການ ຫຼື ຮຽນຮູ້ສິ່ງໃໝ່ໆ ເຊັ່ນ: ລອງ ປູກແນວພັນເຂົ້າໃໝ່, ລອງໃຊ້ລົດຄັນໃໝ່, ລອງກິນ, ລອງເຄື່ອງນຸ່ງ ເປັນຕົ້ນ. “ລອງ” ຍັງແມ່ນການພິສູດວ່າ ເປັນໄປຕາມຄາດ, ຕາມແຜນການ ຫຼື ສິ່ງທີ່ຫວັງບໍ່ ເຊັ່ນ: ລອງໃຈ, ລອງສູດເຄມີ, ລອງກໍາລັງ. ແຕ່ຖ້າລອງດີ ແມ່ນທ້າທາຍ, ສ່ວນຕໍ່ລອງແມ່ນການຍື່ນເງື່ອນໄຂເພື່ອໃຫ້ໄດ້ສິ່ງທີ່ຫວັງ.

ຄໍາວ່າ “ຮອງ” ໝາຍເຖິງສິ່ງທີ່ມີຖານະຖັດລົງມາ ຫຼື ດ້ອຍກວ່າ ເວົ້າອີກຢ່າງນຶ່ງແມ່ນຮອງຈາກເບີ 1 ຊຶ່ງ ມີສິດ ແລະ ອໍານາດນ້ອຍກວ່າຫົວໜ້າ ເຊັ່ນ: ຮອງປະທານປະເທດ, ຮອງປະທານາທິບໍດີ, ຮອງນາຍົກ ລັດຖະມົນຕີ, ຮອງລັດຖະມົນຕີ ເປັນຕົ້ນ. ນອກຈາກນີ້, “ຮອງ” ແມ່ນການໝູນໄວ້, ເອົາຊ້ອນໄວ້ຢູ່ໃຕ້ ຫຼື ກ້ອງ, ເອົາໃສ່ຕໍ່ໆກັນລົງມາ ຫຼື ຮອງຮັບດ້ວຍວັດສະດຸ ຫຼື ສິ່ງຂອງໃດນຶງ ເພື່ອຈຸດປະສົງຕ່າງໆ ເຊັ່ນ: ຮອງບໍ່ໃຫ້ປຽກ, ຮອງບໍ່ໃຫ້ກະທົບ, ຮອງບໍ່ໃຫ້ເປື້ອນ, ຮອງໄວ້ເພື່ອຮັບສິ່ງໃດນຶ່ງ. ແຕ່ຖ້າຮອງທ້ອງແມ່ນກິນອາຫານໜ້ອຍນຶ່ງພໍກັນຫິວ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າລອງ”.

“ລອງ” (1. ຄໍາກິລິຍາ) ເຮັດເບິ່ງກ່ອນ, ຊີມ, ພິສູດ.

ຕົວຢ່າງ:

  • ເຢັນເປັນສຸກ.

ຄວາມໝາຍຄຳວ່າຮອງ”.

“ຮອງ” (1. ຄໍານາມ) ຜູ້ຖັດຫົວໜ້າ. (2. ຄໍາກິລິຍາ) ເອົາຊ້ອນໄວ້ໃຕ້, ຕໍ່ໆກັນລົງມາ ດັ່ງ ຮອງຄໍ. ຮອງ ທ້ອງ ແມ່ນກິນອາຫານໜ້ອຍນຶ່ງພໍກັນຫິວ (3. ຄໍາກິລິຍາວິເສດ) ຖັດລົງມາ. ຖັດຫົວໜ້າ.

ຕົວຢ່າງ:

  • ຮອງປະທານປະເທດ ຕ້ອນຮັບແຂກທີ່ເປັນຮອງປະທານປະເທດເຊັ່ນກັນ ແລະ ໄດ້ມີການປະຊຸມຮ່ວມ ເພື່ອແລກປ່ຽນບົດຮຽນນໍາກັນຫຼາຍໆດ້ານ.
  • ໃນຄະນະທີ່ລົດແລ່ນຂຶ້ນຄ້ອຍຊັນ ແລະ ຕັບຄາທີ່, ຄົນຊ່ວຍຂັບລົດໄດ້ເອົາໝອນຮອງ ຮອງຕີນລົດ ຫຼື ກ້ານໄວ້ ເພື່ອບໍ່ໃຫ້ລົດໃຫຼຖອຍຫຼັງ.
  • ສູນທົດລອງກະສິກໍາ ໄດ້ສໍາເລັດການທົດລອງເຂົ້າແນວພັນໃໝ່ຊຶ່ງສາມາດທົນແລ້ງທົນນໍ້າຖ້ວມໄດ້ເປັນ ຢ່າງດີ.

ສະຫຼຸບ.

ຄໍາວ່າ “ລອງ” ແລະ “ຮອງ” ມີຄວາມໝາຍແຕກຕ່າງກັນອອກ. ຄໍາວ່າ “ລອງ” ໝາຍເຖິງການທົດລອງ, ລອງເຮັດ ຊຶ່ງເປັນເຮັດເບິ່ງ ຫຼື ເຮັດສາທິດເພື່ອຖອດຖອນບົດຮຽນ. “ລອງ” ຍັງແມ່ນການພິສູດວ່າຢ່າງໃດຢ່າງນຶ່ງ ວ່າເປັນໄປຕາມສົມມຸດຕິຖານ ຫຼື ສິ່ງທີ່ຄາດຫວັງ. ສ່ວນຄໍາວ່າ “ຮອງ” ແມ່ນສິ່ງທີ່ນ້ອຍກວ່າ, ຖັດລົງມາ ຫຼື ດ້ອຍກວ່າ. “ຮອງ” ຍັງໝາຍເຖິງການໝູນໄວ້ ຫຼື ຖືກໝູນຮັບດ້ວຍສິ່ງໃດນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo