ຄໍາວ່າ “ລວງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລວງ” ມີຄວາມໝາຍແນວໃດ?

ຄໍາວ່າ “ລວງ” ແມ່ນນາກ ແຕ່ໃນທຸກວັນນີ້ບໍ່ຄ່ອຍນິຍົມກັນໃຊ້ຄໍາສັບດັ່ງກ່າວແລ້ວ. “ລວງ” ຫຼື “ຫຼອກລວງ” ຍັງໝາຍເຖິງຂີ້ຕົວະ ຫຼື ຫຼອກຄົນອື່ນໃຫ້ເຊື່ອຟັງເຮັດຕາມ ຊຶ່ງເປັນການຕົວະຍົວະໃຊ້ເລ້ກົນ ຫຼື ອຸ ບາຍດ້ວຍຮູບການຕ່າງໆເຊັ່ນ: ລວງໂລກ, ລວງຕາ, ກົນລວງ, ລໍ້ລວງ, ລວງຫຼີ້ນ, ຂີ້ຕົວະຫຼອກລວງ. ລວງແມ່ນກົງກັນຂ້າມກັບ “ຈິງໃຈ” ຫຼື “ບໍລິສຸດໃຈ”

ນອກຈາກນີ້, “ລວງ” ຍັງໝາຍເຖິງຊອດໄປທາງຍາວ ຫຼື ເບື້ອງ ຊຶ່ງເປັນການບອກທິດທາງໃດທິດທາງນຶ່ງ, ເປັນການໃຊ້ວັດແທກ ເຊັ່ນ: ລວງກວ້າງ, ລວງສັ້ນ, ລວງຍາວ, ລວງຂວາງ, ລວງສູງ, ລວງຕັ້ງ, ລວງ ນອນ, ລວງປີ້ນ, ລວງຮອບ, ລວງຕ່າງ, ລວງອ້ອມ, ລວງໃດ? ລວງຕາເວັນອອກ (ທິດຕາເວັນອອກ), ລວງຕາເວັນຕົກ (ທິດຕາເວັນຕົກ), ລວງເໜືອ (ທິດເໜືອ), ລວງໃຕ້ (ທິດໃຕ້) ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລວງ”.

“ລວງ” (1. ຄໍານາມ). ນາກ “ເປັນດັ່ງສາຄອນປ້າ ນາງລວງລືມເພດ ເທືອງໜ່າຍໜ້າແໜງຊໍ້າສົ່ງໜີ” (2. ຄໍາກິລິຍາ) ຕົວະ, ຫຼອກລໍ້ໃຫ້ເຊື່ອ, ເຮັດໃຫ້ຊອດໄປທາງຍາວ ດັ່ງ ລວງເໜືອ, ລວງປ້ອງໄມ້ໃຜ່.

ຕົວຢ່າງ:

  • ໃນທຸກວັນນີ້ມີການນໍລະນົງ-ຕໍ່ຕ້ານການລວງເດັກຍິງເພື່ອໄປຂາຍບໍລິຫານທາງເພດ ຫຼື ໃຊ້ແຮງ ງານແບບບໍ່ຖືກກົດໝາຍຢ່າງກວ້າງຂວາງ.
  • ໃນສະໜາມຮົບຝ່າຍສັດຕູຖືກກົນລວງຂອງກອງທະຫານ ເຮັດໃຫ້ສາມາດດັບສູນ ແລະ ຈັບກຸມໄດ້ ເປັນຈໍານວນຫຼວງຫຼາຍ.
  • ຫ້ອງນອນຂອງຂ້ອຍແມ່ນຖືກອອກແບບໃຫ້ເຮັດລວງສູງສາມແມັດ, ລວງກວ້າງສີ່ແມັດ ແລະ ລວງຍາວຫ້າແມັດ.

ສະຫຼຸບ.

ຄໍາວ່າ “ລວງ” ແມ່ນຊື່ຂອງນາກ. “ລວງ” ຍັງແມ່ນການໃຊ້ເລ້ກົນ-ອຸບາຍ, ສິ່ງລໍ້ໃຈຈູງໃຈ ເພື່ອໃຫ້ເຊື່ອ ຊຶ່ງເປັນການຕົວະຍົວະ ຫຼື ຫຼອກຄົນອື່ນໃຫ້ເຊື່ອຟັງເຮັດຕາມ, ເປັນການຕົວະຍົວະດ້ວຍຮູບການຕ່າງໆ. ນອກຈາກນີ້, “ລວງ” ຍັງໝາຍເຖິງຊອດໄປທາງຍາວ ຫຼື ເບື້ອງໃດເບື້ອງນຶ່ງ ເປັນການບອກຂະໜາດ ຫຼື ທິດທາງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo