ຄໍາວ່າ “ມໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ມໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ມໍ” ແມ່ນອັກສອນ ຫຼື ພະຍັນຊະນະຕົວທີ 20 ຢູ່ຫຼັງໂຕ “ຟໍ” ແລະ ກ່ອນໂຕ “ຢໍ”, ໂຕມໍ ເປັນອັກສອນຕໍ່າ ແລະ ໃຊ້ເປັນຕົວສະກົດໃນແມ່ການ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ມໍ ແລະ ທຽບໃສ່ໂຕແມວ ເພື່ອໃຫ້ຈໍາໄດ້ງ່າຍ ດັ່ງ “ມໍສະລະ ແອວ ແມວ (ມໍxແxວ=ແມວ)”.

ນອກຈາກນີ້, “ມໍ” ຍັງແມ່ນໂຕງົວ ຊຶ່ງນິຍົມກັນເວົ້າໃນສະໄໝກ່ອນ ແລະ ປະຈຸບັນຍັງເຫັນຢູ່ບາງທ້ອງຖີ່ນ ໃຊ້ເອີ້ນ ຫຼື ຮຽກງົວ ດ້ວຍສຽງ ມໍ ເພາະເປັນສຽງຂອງໂຕງົວ ແລະ ໃຫ້ມັນຮ້ອງຕອບກັບໃນເວລາຊອກ ເອົາງົວມາແຫຼ່ງ (ເຂົ້າຄອກ). “ມໍ” ຍັງແມ່ນການທວາຍ ຫຼື ສ່ຽງທວາຍ ຊຶ່ງເປັນການດູດວງຊາຕາ ຫຼື ເດົາໂຊກຊາຕາວ່າອະນາຄົດຈະດີ ຫຼື ໂຊກໝານ ຫຼື ມີໄພ ຢ່າງໃດ ເພື່ອຈະໄດ້ມີການແກ້ຕາມຮູບແບບ ຄວາມເຊື່ອຕ່າງໆ ເຊັ່ນ: ບະ, ສົ່ງເຄາະສົ່ງນາມ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າມໍ”.

“ມໍ” (1. ຄໍານາມ) ພະຍັນຊະນະຕົວທີ 20 ເປັນພວກອັກສອນຕໍ່າ ແລະ ໃຊ້ເປັນຕົວສະກົດໃນແມ່ການ. ງົວ (ຄໍາບູຮານ). ການທວຍເບີ່ງໂຊກຊາຕາຮ້າຍດີ.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ມໍສະລະແອວແມວ”.
  • ລູງສີຊອກຫາງົວເພື່ອເຂົ້າແຫຼ່ງຢູ່ຄອກດ້ວຍສຽງຮຽນແບບໂຕງົວວ່າ ອຳມໍ ອໍາມໍ ແລະ ກໍໄດ້ຍີນ ສຽງຮ້ອງຕອບຈາກງົວຢູ່ໃນປ່າເຫຼົ່າອອກມາວ່າ ອໍາມໍ ອໍາມໍ.
  • ພໍແຕ່ລູກເຈົ້າຊີວິດເກີດມາ ເພີ່ນໄດ້ເຊີນໝໍຫົນໝໍຫວາຍມາມໍເບີ່ງດວງຊາຕາ ແລະ ທໍານາຍວ່າ ອະນາຄົດຈະເປັນແນວໃດ.

ສະຫຼຸບ.

ຄໍາວ່າ “ມໍ” ແມ່ນພະຍັນຊະນະລໍາດັບທີ 20 ຢູ່ຫຼັງໂຕ “ຟໍ” ແລະ ຢູ່ກ່ອນໂຕ “ຢໍ” ເປັນອັກສອນຕໍ່າ ແລະ ໃຊ້ເປັນຕົວສະກົດໃນແມ່ການ. ນອກຈາກນີ້, “ມໍ” ຍັງແມ່ນໂຕງົວ ໃຊ້ເວົ້າກັນໃນສະໄໝບູຮານ. ອີກຄວາມ ໝາຍນຶ່ງ “ມໍ” ຍັງແມ່ນການສ່ຽງທວາຍ ດູດວງ ດູມໍ ເພື່ອເບີ່ງໂຊກຊາຕາ ຊຶ່ງເປັນຄວາມເຊື່ອຢ່າງນຶ່ງຂອງ ຄົນເຮົາ ຊຶ່ງແຕ່ລະສາດສະໜາກໍມີວິທີແຕກຕ່າງກັນໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo