ຄໍາວ່າ “ມັນ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ມັນ” ມີຄວາມໝາຍແນວໃດ?

​ຄໍາວ່າ “ມັນ” ໝາຍເຖິງພຶດແນວນຶ່ງໃຊ້ກິນຫົວ ເປັນອາຫານ ມີຫຼາຍຊະນິດບາງຊະນິດກໍເປັນເຄືອ, ບາງຊະນິດກໍເປັນຕົ້ນ ເຊັ່ນ: ມັນຕົ້ນ, ມັນກໍ, ມັນດ້າງ, ມັນອ້ອນ, ມັນເພົາ, ມັນແກວ, ມັນຝລັ່ງ, ມັນເຜືອກ ແລະ ອື່ນໆ. “ມັນ” ຍັງໝາຍເຖິງລົດຊາດຢ່າງນຶ່ງ ເອີ້ນລົດມັນ ເປັນຕົ້ນ ໝາກພ້າວຫ້າວຍິ່ງແກ່ຍິ່ງມັນ, ເຂົ້າໜຽວບ່າຍໝາກຄໍ່ມັນຫຼາຍ.

ພ້ອມນັ້ນ ຍັງໝາຍເຖິງການເຮັດສິ່ງໃດສິ່ງນຶ່ງດ້ວຍຄວາມມັນເຊັ່ນ: ເບີ່ງເຕະບານແຮງເບີ່ງແຮງມັນ ເບີ່ງຈົນຊອດແຈ້ງ, ມື້ໃດສະໝອງປອດໂປ່ງເຮັດວຽກໄດ້ດີທັງເຮັດທັງມັນ, ກິນເຂົ້ານໍາໝູ່ວານນີ້ ທັງມ່ວນ ທັງມັນ ທັງເມື່ອຍ. “ມັນ” ຍັງແມ່ນວັດຖຸຈໍາພວກນຶ່ງທີ່ມີທັງຂອງແຫຼວ ຫຼື ຂຸ້ນ ເຊັ່ນ: ນໍ້າມັນດິບ, ນໍ້າມັນລົດ, ນໍ້າມັນເຄື່ອງ, ນໍ້າມັນພຶດ, ມັນໝູ, ມັນເປັດ, ມັນງາ, ມັນຮໍາເຂົ້າ, ອື່ນໆ. ນອກຈາກນັ້ນ, ຍັງໃຊ້ຍາມຜູ້ໃຫຍ່ເອີ້ນຜູ້ນ້ອຍກວ່າ ຫຼື ເອີ້ນສັດ ອີກດ້ວຍ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ມັນ”.

“ມັນ” (1. ຄໍານາມ) ໄມ້ຈໍາພວກນຶ່ງໃຊ້ຫົວ ແລະ ຮາກເປັນອາຫານ ຕົ້ນເປັນເຄືອກໍມີ ເປັນລາກໍມີ ແລະ ມີຫຼາຍແນວ. (2. ຄໍາກິລິຍາວິເສດ) ລົດຊາດຢ່າງນຶ່ງ ດັ່ງລົດໝາກພ້າວແຫ້ງ ເປັນຕົ້ນ, ເປັນເງົາ, ໃສ, ເຫຼື້ອມ. (3. ຄໍາກິລິຍາ) ພາຢາກໃຫ້ເຮັດ, ພາຢາກໃຫ້ທໍາຕໍ່, ມ່ວນ (ດັ່ງເວົ້າພວມມັນ, ມັນຕີນມັນມື). (4. ຄໍານາມ) ວັດຖຸຈໍາພວກນຶ່ງໄດ້ຈາກດິນ, ໝາກໄມ້, ຮ່າງກາຍສັດ ເປັນຂອງແຫຼວກໍມີ ຂຸ້ນກໍມີ ຖອກໃສ່ນໍ້າແລ້ວບໍ່ຈົມແຕ່ຟູຂຶ້ນມາຢູ່ເທິງນໍ້າ. (5. ຄໍານາມ) ສັບພະນາມບູລຸດທີ 3 ເປັນເອກະພົດຄູ່ກັບຄໍາວ່າເຂົາ ເຊິ່ງເປັນພະຫຸບົດ ເປັນຄໍາຜູ້ໃຫຍ່ເວົ້າເຖິງຜູ້ນ້ອຍ, ການໃຊ້ເອີ້ນສັດ ແທນຊື່ຂອງສັດດັ່ງກ່າວ.

ຕົວ­ຢ່າງ: 

  • ມັນຕົ້ນຫົວໃຫຍ່ດີ ໃຊ້ເຮັດແປ້ງກໍໄດ້, ໃຊ້ເຮັດເຂົ້າໜົມກໍໄດ້, ໃຊ້ເຮັດເຫຼົ້າກໍໄດ້ ມັນດັ່ງກ່າວແມ່ນປູກ ແລະ ບົວລະບັດງ່າຍ.
  • ມັນດ້າງຈີ່ກິນແຊບຫຼາຍ ໂດຍສະເພາະແມ່ນຍາມໜາວ ດັງໄຟຈີ່ ກິນໄປກິນມາ ແຮງກິນແຮງມັນ.
  • ເຂົ້າແດກງາ ກິນແລ້ວຫອມມັນດີ ແຂກຕ່າງດ້າວທ້າວຕ່າງແດນມາກິນແລ້ວຕິດໃຈ ຍ້ອງວ່າໄດ້ທາດໂອເມກາ ແບບສົດໆ ບໍ່ຕ້ອງໄດ້ສະກັດຈາກງາ.
  • ສົງການປີນີ້ ທັງມ່ວນ ທັງມັນ ແລະ ທັງເມື່ອຍ ແຕ່ກໍໝົດເງິນຫຼາຍຄືກັນ ເພາະເລາະກິນ, ຫຼີ້ນໝົດມື້ໝົດຄືນ.
  • ເຕະບານກໍາລັງມັນ ແຕ່ເສຍດາຍເວລາໝົດກ່ອນ ຫຼາຍຄົນຍັງຢາກຕໍ່ເວລາ ແຕ່ເຈົ້າຂອງເດີ່ນບອກວ່າມີຄົນຈ່ອງແລ້ວ.
  • ບາງຄົນກໍມັກໃຊ້ນໍ້າມັນພຶດແຕ່ງກິນ ບາງຄົນກໍມັກໃຊ້ນໍ້າມັນສັດແຕ່ງກິນ ເພາະໃຫ້ກີ່ນຫອມຕ່າງກັນ.
  • ມັນງາ, ມັນຮໍາເຂົ້າ ແມ່ນມີປະໂຫຍດຕໍ່ຮ່າງກາຍຫຼາຍ ເພາະມີສ່ວນປະກອບຂອງວິຕາມິນ ແລະ ແຮ່ທາດຫຼາຍຢ່າງ.
  • ພໍ່ຕູ້ເອີ້ນບັກນ້ອຍໆຫັ້ນ ແຕ່ມັນບໍ່ຂານ ສົງໃສມັນບໍ່ໄດ້ຍິນຕິເນາະ.
  • ໂຕໝາເຈົ້າ ມັນຮູ້ຄວາມດີ ຈັ່ງແມ່ນເປັນຕາແພງ ຢາກໄດ້ແນວມັນໄປລ້ຽງເດ ຄືຊິຄັກ.

ສະຫຼຸບ.

ຄໍາວ່າ “ມັນ”​ ໝາຍເຖິງຫົວພຶດຈໍານວນນຶ່ງທີ່ໃຊ້ກິນ, ໝາຍເຖິງລົດຊາດມັນ, ໝາຍເຖິງການເຮັດສິ່ງໃດສິ່ງນຶ່ງມ່ວນດີ ແລະ ຢາກເຮັດອີກ, ໝາຍເຖິງມັນຈາກວັດຖຸ ຫຼື ສັດ ຫຼື ໝາກໄມ້ ເຊັ່ນ: ມັນງາ, ມັນຖົ່ວເຫຼືອງ, ມັນປາມ ເປັນຕົ້ນ. ນອກຈາກນັ້ນ, ຍັງໃຊ້ເວລາຜູ້ໃຫຍ່ກວ່າເອີ້ນຜູ້ນ້ອຍ ແລະ ໃຊ້ເອີ້ນສັດ ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo