ຄໍາວ່າ “ພາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພາ” ມີຄວາມໝາຍແນວໃດ?

ຄໍາວ່າ “ພາ” ໝາຍເຖິງພາເຂົ້າ ຊຶ່ງເປັນພາຊະນະຢ່າງນຶ່ງໃນການເອົາໄວ້ຕັ້ງເຄື່ອງ, ຖ້ວຍ, ຈານໃສ່ອາ ຫານກິນ ປະຈຸບັນແມ່ນມີການຜະລິດຫຼາຍຮູບແບບ ແລະ ມີສີສັນແຕກຕ່າງກັນອອກໄປ ລວມທັງການ ນໍາໃຊ້ວັດຖະດຸໃນການເຮັດ ແຕ່ທັງໝົດແມ່ນຂຶ້ນກັບວັດຖຸປະສົງການໃຊ້ ແລະ ຄວາມສະດວກໃນການ ຜະລິດ ລວມຮອດຄວາມຕ້ອງການທາງການຕະຫຼາດ.

ໃນເມື່ອກ່ອນພາແບ່ງອອກເປັນດັ່ງນີ້: ພາກະຢ່ອງ ເປັນພາເຂົ້າທີ່ອອກແບບ ແລະ ເຮັດໃຫ້ມີຕີນສູງສານດ້ວຍ ໄມ້ປ່ອງ ຫຼື ຫວາຍ, ພາໂຕກເປັນພາເຂົ້າທີ່ ອອກແບບ ແລະ ເຮັດດ້ວຍໄມ້ ເນື້ອແຂງຕີນສູງຄືກັນ, ພາພານເປັນພາເຂົ້າທີ່ອອກແບບ ແລະ ເຮັດດ້ວຍ ທອງແດງເຫຼືອງຕີນສູງຄືກັນ ແລະ ມີແອວພັນ. ນອກຈາກນີ້, “ພາ” ຍັງໝາຍເຖິງການນໍາໃຜຜູ້ໜຶ່ງຈາກ ສະຖານທີ່ໜຶ່ງໄປອີກສະຖານທີ່ນຶ່ງ ຫຼື ນໍາໄປນໍາມາ.

“ພາ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປ ເຊັ່ນ: ພາສາແມ່ນກິລາຍາ, ຄໍາເວົ້າ ຫຼື ຖ້ອຍຄໍາການປາກເວົ້າ ທີ່ສະແດງອອກແລ້ວສາມາດເຮັດໃຫ້ສື່ສານ ແລະ ເຂົ້າໃຈກັນໄດ້. ພາກອນແມ່ນ ຕາເວັນ. ພາຄະແມ່ນພາກ, ສ່ວນ, ຂ້າງ, ຝ່າຍ, ເທື່ອ. ພາຄີນີແມ່ນຍີງຜູ້ມີສ່ວນ.

SA Game
DooDiDo

ພາຄີໄນແມ່ນຫຼານ (ລູກ ເອື້ອຍ ຫຼື ລູກນ້ອງສາວ). ພາຄີແມ່ນຜູ້ມີສ່ວນ. ພາຄີຍະແມ່ນຄວນແບ່ງສ່ວນ, ເປັນສ່ວນ. ພາຊະນະແມ່ນ ເຄື່ອງໃຊ້ສໍາລັບໃສ່ສິ່ງຂອງຈໍາພວກຖ້ວຍຊາມໝໍ້ໄຫ. ພາຊີແມ່ນມ້າ. ພາສແມ່ນຄໍາເວົ້າທີ່ມີຄະຕິຄວນຟັງ. ພາສີແມ່ນສ່ວຍທີ່ລັດຖະບານເກັບຈາກຄົນ, ຊັບສິນ ຫຼື ວຽກການເພື່ອສ້າງປະເທດ. ພາຍຸ ແມ່ນລົມ, ພາ ຍັບແມ່ນທິດຕາເວັນຕົກເບື້ອງເໜືອ. ພາຕາ-ພາດອນ ແມ່ນພີ່ຊາຍ, ນ້ອງຊາຍ. ພາຕິຍະແມ່ນລູກພີ່ລູກ ນ້ອງ. ພານິດແມ່ນພໍ່ຄ້າ. ພານອນແມ່ນລິງ. ພານີແມ່ນຜູ້ບອກ ຫຼື ຜູ້ເວົ້າ. ພາລະກິດແມ່ນວຽກອັນຈະຕ້ອງ ເຮັດ. ພາຫະນະແມ່ນເຄື່ອງພາໄປ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພາ”.

“ພາ” (1. ຄໍານາມ) ເຄື່ອງຕັ້ງຖ້ວຍໃສ່ອາຫານກິນ ເອີ້ນວ່າ ພາເຂົ້າ ມີຫຼາຍຢ່າງ ເຊັ່ນ: ພາກະຢ່ອງ ພາ ເຂົ້າທີ່ມີຕີນສູງສານດ້ວຍໄມ້ປ່ອງ ຫຼື ຫວາຍ, ພາໂຕກ ພາເຂົ້າທີ່ເຮັດດ້ວຍໄມ້ແກ່ນຕີນສູງຄືກັນ, ພາພານ ພາເຂົ້າທີ່ເຮັດດ້ວຍທອງແດງເຫຼືອງຕີນສູງຄືກັນ ແລະ ແອວພັນ. (2. ຄໍາກິລິຍາ) ນໍາໄປມາ.

ຕົວຢ່າງ:

  • ພາເຂົ້າຫວາຍໜ່ວຍນີ້ອາຍຸໄດ້ຊາວປາຍປີແລ້ວ, ມີການສານ ແລະ ເຮັດຂອບແບບປານິດຢ່າງດີ. ປະຈຸບັນແມ່ນຊອກຫາຍາກ ເພາະມີການໃຊ້ໂຕະໄມ້ມາແທນພາເຂົ້າຕາມສະພາບການ.
  • ພາໃສ່ເຄື່ອງເສັ້ນຫວ້າຍ ເປັນພາທີ່ນ້ອຍ ແລະ ເຮັດດ້ວຍອາລຸຍຊິງ ເພື່ອສະດວກໃນການໃສ່ ເຄື່ອງເສັ້ນຫວ້າຍຕ່າງໆ ແລະ ຍົກໄປມາ.
  • ຜູ້ນໍາທ່ຽວໄດ້ນໍາພານັກທ່ອງທ່ຽວໄປສະຖານທີ່ຕ່າງໆ ແລະ ໄດ້ອະທິບາຍລາຍລະອຽດໃຫ້ເຂົາ ເຈົ້າໄດ້ຮັບຮູບ ແລະ ເຂົ້າໃຈ.

ສະຫຼຸບ.

ຄໍາວ່າ “ພາ” ໝາຍເຖິງພາເຂົ້າ ຫຼື ພາໃສ່ເຄື່ອງກິນ ເປັນພາຊະນະຢ່າງນຶ່ງ ເພື່ອເອົາຖ້ວຍຖູ່ດູແຫຼ, ຈານ ຊາມ, ບ່ວງຖູ່ ແລະ ອາຫານການກິນໃສ ປະຈຸບັນ ມີການຜະລິດຫຼາຍຮູບແບບ ແລະ ຫຼາຍສີສັນແຕກ ຕ່າງກັນ ຂຶ້ນກັບການນໍາໃຊ້. ແຕ່ໃນເມື່ອກ່ອນພາແບ່ງອອກເປັນ ພາກະຢ່ອງ, ພາໂຕກ, ພາພານເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo