ຄໍາວ່າ “ພາບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພາບ” ມີຄວາມໝາຍແນວໃດ?

ຄໍາວ່າ “ພາບ” ໝາຍເຖິງຮູບ ຫຼື ຮູບພາບ ດັ່ງ ຮູບແຕ້ມ, ຮູບຄວັດ, ຮູບຖ່າຍ ຫຼື ໃຊ້ເອີ້ນສິ່ງທີ່ເຮົາເຫັນ ດ້ວຍຕາຂອງຄົນເຮົາ ເຊັ່ນ: ພາບທໍາມະຊາດ, ພາບຈີນຕະນາການ, ພາບວາດ, ພາບແຕ້ມ, ພາບຖ່າຍ,ພາບສີນ້ຳ, ພາບສີນ້ຳມັນ. ແຕ່ຖ້າເປັນພາບພະຍົນແມ່ນພາບທີ່ເຄື່ອນໄຫວ ແລະ ເປັນລະຄອນຢ່າງນຶ່ງ.

ນອກຈາກຮູບພາບທີ່ເຫັນດ້ວຍຕາແລ້ວ ຍັງມີພາບລວງຕາ ຊຶ່ງເປັນສິ່ງທີ່ບໍ່ມີຕົວຕົນ ເພາະເກີດຈາກການ ຫຼອນ ຫຼື ຜິດປົກກະຕິຂອງສະໝອງ.

ນອກຈາກນີ້, “ພາບ” ຍັງໃຊ້ເປັນຄໍາຕໍ່ທ້າຍສັບ ທີ່ເຮົານໍາມາໃຊ້ ດັ່ງ ເອກະພາບ, ສັນຕິພາບ, ມໍລະນະ ພາບ, ສາລະພາບ, ຊາລາພາບ, ທິວະສະພາຍ, ບູລະນາພາບ, ພາລາດາພາບ, ພັນທະພາບ, ມະໂນ ພາບ, ສະມຸດພາບ, ສະມັດຖະພາບ, ສະຫະພາບ, ສັກກະຍາພາບ, ສະເໝີພາບ, ອິດສະລະພາບ, ໂທ ລະພາບ, ໝົດສະພາບ ເປັນຕົ້ນ. ພ້ອມນັ້ນ “ພາບ” ຍັງໝາຍເຖິງເຮັດພ້ອມກັນເທື່ອດຽວ ດັ່ງ ຊື້ລົດພາບ ດຽວ 3 ຄັນ, ກິນເຂົ້າ 5 ກິໂລ ພາບດຽວ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພາບ”.

“ພາບ” (1. ຄໍານາມ) ຮູບ, ຄວາມເປັນ. ໃຊ້ເປັນຄໍາຕໍ່ທ້າຍສັບ ດັ່ງ ສັນຕິພາບ (ປ. ພາວະ). (2. ຄໍາກິລິຍາ) ພ້ອມ, ພ້ອມກັນ, ເທື່ອດຽວກັນ (ແລ່ນພາບສາມ).

ຕົວຢ່າງ:

  • ພາບຜາຜະໜັງຢູ່ວັດຊຽງທອງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ ແມ່ນມີຄວາມງົດງາມ ແລະ ເປັນເອກະລັກ.
  • ຄໍາຂວັນປະເທດລາວ ມີຄໍາວ່າ “ພາບ” ຢູ່ນໍາອີກດ້ວຍ ດັ່ງ ເອກະພາບ, ສັນຕິພາບ ເປັນຕົ້ນ.
  • ເສດຖືມີເງິນຫຼາຍຄົນນຶ່ງ ຊື້ລົດຫຼຸ, ຍີ່ຫໍ້ດັງພາບ 3 ຄັນ ເອົາສີຄືກັນ ແລະ ຕິດປ້າຍທະບຽນໍ້າເບີ ລຽນກັນເລີຍ.

ສະຫຼຸບ.

ຄໍາວ່າ “ພາບ” ແມ່ນຮູບ ຫຼື ຮູບພາບ ຊຶ່ງເກິດຈາກການມອງເຫັນຂອງຄົນ ດັ່ງ ພາບທໍາມະຊາດ ແລະ ພາບສ້າງສັນຂອງຄົນເຮົາ ອາດເປັນພາບແຕ້ມ, ພາບວາດ, ພາບຖ່າຍ.  ນອກນັ້ນ, ຍັງມີພາບລວງຕາ ຊຶ່ງເປັນສິ່ງທີ່ເກີດຈາກການຫຼອນ ແລະ ບໍ່ມີຕົວຕົນຢູ່ຈິງ. ນອກນີ້, “ພາບ” ຍັງເປັນຄໍາທີ່ໃຊ້ລົງທ້າຍສັບ ດັ່ງ ສາລະພາບ, ສະມັດຖະພາບ, ສະຫະພາບ ເປັນຕົ້ນ.  “ພາບ” ຍັງໝາຍເຖິງການເຮັດພ້ອມກັນ ພາບດຽວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo