ຄໍາວ່າ ພະລະ ແລະ ພາລະ ມີຄວາມໝາຍແນວໃດໃນພາສາລາວ?

SA Game

DooDiDo

ອະ​ທິ​ບາຍຄໍາວ່າ ​ພ​ະ​ລະ ແລະ ພາ​ລະ ມີ​ຄວາມ​ໝາຍ​​ແນວ​ໃດ?

ໃນ​ພາ​ສາ​ລາວ​​ມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ ແລະ ​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ, ແຕ່​ຄວາມ​ໝາຍ​ຂອງ​ຄຳ​ແມ່ນ​ແຕກ​ຕ່າງ​ກັນ, ການ​ສະ​ກົດ​ຜິດ​ອາດ​ເຮັດ​ໃຫ້​ໄດ້​ຄວາມ​ໝາຍ​ອື່ນ​ໄປ ແລະ ອາດ​ເຮັດ​ໃຫ້​ຜູ້​ອ່ານ​ເຂົ້າ​ໃຈ​ຜິດ​ໄປ​ໄດ້​ຫາ​ບໍ່​ສືກ​ສາ​ເຂົ້າ​ໃຈ​ແບບ​ລະ​ອຽດ​ແທ້.

ພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍ​ທີ່​ແຕກ​ຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນ​ບົດ​ນີ້​ຈະ​ຍົກ​ເອົາຄໍາວ່າ: ​ພະລະ ແລະ ພາ​ລະ ມາ​ອະ​ທິ​ບາຍ ສອງ​ຄຳ​ນີ້ລ້ວນແຕ່ເປັນຄຳມາຈາກພາສາປາລີ ມີຄວາມແຕກຕ່າງກັນພຽງ “ພະ ແລະ ພາ” ເທົ່ານັ້ນ ແຕ່ກໍເຮັດໃຫ້ຫຼາຍຄົນສັບສົນບໍ່ໜ້ອຍ.ເຊິງສອງຄໍາຫຼາຍຄົນ​ອາດ​ຈະ​ຫລົງ​ກັນ, ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ເປັນ​ເອ​ກະ​ພາບ​ກັນ ເຮົາຈະ​ມາອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ແຕ່​ລະ​ຄຳ​ໂດຍ​ການ​ອ້າງ​ອີງ​ຈາກວັດ​ຈະ​ນາ​ນຸ​ກົມ​ລາວ​ທີ່​ຄົ້ນ​ພົບ.

SA Game
DooDiDo
ຄຳ​ວ່າ ​ພະ​ລະ

ທີ່ມີ “ພະ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງ ການໃຊ້ກຳລັງ, ເຫື່ອແຮງ, ກຳລັງແຮງ ເຊັ່ນ: ພະລະສຶກສາ, ວິຊາພະລະ, ພະລະກຳລັງ, ພະລານາໄມ, ພະລະ…. ເຮົາມັກໄດ້ຍິນຄູບາອາຈານໃຫ້ພອນວ່າ “ອາຍຸ ວັນນະ ສຸຂະ ພະລະ ຫຼື ພະລັງ”.

ພະ​ລະ ຍັງມີຄວາມໝາຍວ່າ “ຄົນ” ແຕ່ແປງມາເປັນ “ພົນ” ເຊັ່ນ ຈຳນວນພົນ, ພົນລະເມືອງ…

ຕົວຢ່າງ:

ການ​ທີ່​ຈະ​ຫລິ້ນ​ກິ​ລາ​ເຕະ​ບານ​ນີ້, ຖ້າ​ຂາ​ພະ​ລະ​ກ່ຳ​ລັງ​ກໍ​ຈະ​ຫລິ້ນ​ດົນ​ບໍ່​ໄດ້.

ເຫັນ​ລູກ​ເວົ້າ​ບໍ່​ຟັງ​ແມ່​ເລີຍ​ໝົດ​ພະ​ລະ​ກຳ​ລັງ​ຈະ​ບອກ​ສອນ​ລູກ​ຕໍ່​ໄປ.

ຄໍາວ່າ ພາ​ລະ.

ມີ “ພາ” ນຳໜ້າ ໃຫ້ຈື່ວ່າເປັນຄຳທີ່ໝາຍເຖິງວຽກງານ, ສິ່ງທີ່ຕ້ອງເຮັດ, ໜ້າທີ່… ເຊັ່ນ: ພາລະກິດ, ມີພາລະຫຼາຍ, ເປັນພາລະ, ພາລະບົດບາດ, ພາລະຂອງຄູ, ພໍ່ແມ່ມີພາລະຕ້ອງເບິ່ງແຍງລູກເຕົ້າ.​ພາສາໄທ​ຂຽນ​ “ภาระ”

ພາ​ລະ ຍັງມີຄວາມໝາຍວ່າ “ຄົນຊົ່ວ” ແຕ່ແປງມາເປັນ “ພານ” ເອີ້ນວ່າ ຄົນພານ… (พาล)

ຕົວຢ່າງ:

​ຕັ້ງ​ໃຈ​ຮຽນ​ເດີ​, ບາດ​ຈົບ​ມາ​ມີ​ວຽກ​ງານ​ເຮັດ​ຈຶ່ງ​ບໍ່​ເປັນ​ພາ​ລະ​ຂອງ​ພໍ່​ແມ່.

ມື້​ນີ້​ທິມ​ງານ​ເຮົາ​ມີ​ພາ​ລະ​ກິດ​ອີ່​ຫຍັງ​ແດ່?

ສະຫຼຸບ.

ຄໍາວ່າ: ​ພະ​ລະ ແລະ ພາ​ລະ ສຳ​ນຽງ​ອາດ​ຈະ​ຄ້າຍ​ຄື​ກັນ​ແຕ່​ວ່າ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ​ຫລາຍ​, ເຊິງ ຄໍາວ່າ ​ພະລະ​ ໝາຍ​ເຖິງ ກ່ຳ​ລັງ, ເຫື່ອ​ແຮງ. ຄໍາວ່າ ພາ​ລະ ​ ໝາຍເຖິງ ວຽກ​ງານ, ໜ້າ​ວຽກ, ໜ້າ​ທີ່, ສິ່ງ​ທີ່​ຕ້ອງ​ເຮັດ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo