ຄໍາວ່າ “ຝາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຝາກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຝາກ” ໝາຍເຖິງການເອົາສິ່ງຂອງ ຫຼື ສິ່ງໃດສິ່ງນຶ່ງໃຫ້ບຸກຄົນອື່ນເບີ່ງແຍງຖ້າ ເຊັ່ນ: ຝາກລູກ ໄວ້ນໍາແມ່ຕູ້, ຝາກລົດໄວ້ເຮືອນໝູ່, ຝາກຄົນຂ້າງເຮືອນເກືອໄກ່ໃຫ້, ຝາກຄົນເຮືອນຂ້າງເບີ່ງເຮືອນຍາມ ເຮົາບໍ່ຢູ່. “ຝາກ” ຍັງແມ່ນການເອົາສິ່ງຂອງ ຫຼື ສິ່ງໃດສິ່ງນຶ່ງໄປໃຫ້ບຸກຄົນນຶ່ງເພື່ອຖື ຫຼື ນໍາໄປໃຫ້ອີກຜູ້ນຶ່ງ ຊຶ່ງຜູ້ນໍາຂອງໄປເອີ້ນວ່າ ຄົນຝາກ, ຂອງທີ່ເອົາໄປເອີ້ນວ່າ ຂອງຝາກ ແລະ ຜູ້ທີ່ຮັບເອົາໄປ ເອີ້ນວ່າ ຜູ້ຮັບ ຝາກ ເຊັ່ນ: ຝາກຄວາມ, ຝາກຂອງ, ຝາກເຄື່ອງກິນໃຫ້ລູກ, ຝາກເຄື່ອງນໍາບໍລິສັດຂົນສົ່ງ, ເປັນຕົ້ນ. ຄວາມໝາຍກົງກັນຂ້າມກັບຝາກແມ່ນເອົາຄືນ, ເອົາກັບ, ເອົາມາ, ຖອນຄືນ.

ນອກຈາກນີ້, “ຝາກ” ຍັງແມ່ນການເອົາເງິນໄປເຂົ້າທະນາຄານ ແລະ ໄດ້ຜົນຕອບແທນເປັນດອກເບ້ຍ ເອີ້ນ ຝາກເງິນ, ສ່ວນເງິນທີ່ເອົາໄປ ເອີ້ນ ເງິນຝາກ ແລະ ເບື້ອງທະນາຄານ ເອີ້ນວ່າ ຮັບຝາກເງິນ ຊຶ່ງ ເງື່ອນໄຂ ແລະ ການຝາກແມ່ນແຕກຕ່າງກັນໄປ ດັ່ງ ຝາກປະຈໍາ 3 ເດືອນ, 6 ເດືອນ ເປັນຕົ້ນ. ສ່ວນ ຝາກຝັງແມ່ນມອບເວນໃຫ້ຊ່ວຍເບິ່ງແຍງ, ກາຝາກແມ່ນພຶດ ຫຼື ສັດທີ່ເກາະຫ້ອຍກິນນໍາແນວອື່ນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຝາກ”.

“ຝາກ” (1. ຄໍາກິລິຍາ) ມອບໃຫ້ນໍາເອົາໄປໃຫ້ຜູ້ອື່ນ ຫຼື ເບີ່ງແຍງຖ້າ, ເອົາເງິນໄປໄວ້ທະນາຄານແລ້ວໄດ້ ດອກເບ້ຍ (ຝາກເງິນ)

ຕົວຢ່າງ:

  • ຍ້ອນມີວຽກຈໍາເປັນໄດ້ໄປຕ່າງແຂວງ ແລະ ບໍ່ມີຄົນຢູ່ເຮືອນ ເລີຍຝາກຄົນຮັກແພງທີ່ຢູ່ຕິດກັນ ເບີ່ງເຮືອນໃຫ້ຊົ່ວຄາວ.
  • ພໍ່ນັກສຶກສາຢູ່ມະຫາວິທະຍາໄລ ຝາກເຄື່ອງຢູ່ຂອງກິນໄປນໍາພີ່ນ້ອງຜູ້ເດີນທາງໄປສະຖານທີ່ ດັ່ງ ກ່າວໃຫ້ລູກຊາຍ.
  • ທະນາຄານໄດ້ມີການປັບປຸງອັດຕາດອກເບ້ຍເງິນຝາກ ໂດຍການເຮັດໃຫ້ອັດຕາຜົນຕອບແທນສູງ ກວ່າຜ່ານມາເຮັດໃຫ້ຄົນນໍາເງິນໄປຝາກເປັນຈໍານວນຫຼວງຫຼາຍ.

ສະຫຼຸບ.

ຄໍາວ່າ “ຝາກ” ໝາຍເຖິງການໃຫ້ເບີ່ງແຍງຖ້າ, ໃຫ້ບຸກຄົນນຶ່ງເພື່ອຖື ຫຼື ນໍາຂອງ ຫຼື ສິ່ງໃດນຶ່ງໄປຫາອີກ ຜູ້ນຶ່ງ. ນອກຈາກນີ້, “ຝາກ” ຍັງແມ່ນການເອົາເງິນໄປໄວ້ຢູ່ລະບົບທະນາຄານ ແລະ ໄດ້ດອກເບ້ຍຕາມ ເງື່ອນໄຂທີ່ກໍານົດໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo