ຄໍາວ່າ “ຝອຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຝອຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຝອຍ” ໝາຍເຖິງເສດສິ່ງຂອງມຸ່ນໆ ລວມທັງຕອກທີ່ໃຊ້ການບໍ່ໄດ້ (ເອີ້ນ ຝອຍ) ດັ່ງ ຝອຍຕອກ, ຝອຍຂີ້ເລື່ອຍ, ຝອຍຖ່ານໄຟ, ຝອຍເຫຼັກໃຊ້ລ້າງຖ້ວຍ, ຝອຍຢາງລ້າງຖ້ວຍ ເປັນຕົ້ນ. “ຝອຍ” ຍັງໝາຍ ເຖິງເມັດນ້ອຍໆ ຫຼື ມຸ່ນ ເຊັ່ນ: ຝົນຝອຍແມ່ນຝົນຕົກເມັດນ້ອຍໆແຕ່ໃຫຍ່ກວ່ານໍ້າໝອກ, ກຸ້ງຝອຍ, ໝູ ຝອຍ ແລະ ອື່ນໆ. ພ້ອມນັ້ນ, “ຝອຍ” ຍັງຖືກໃຊ້ເປັນຄໍາເວົ້າທີ່ເວົ້າໃຫ້ກັນໝາຍເຖິງເວົ້າຫຼາຍ ແລະ ບໍ່ມີ ເນື້ອຫາສາລະ ດັ່ງ ຝອຍຫຼາຍແທ້ໆ, ຢ່າຝອຍຫຼາຍ.

ນອກຈາກນີ້, “ຝອຍ” ຍັງໝາຍແມ່ນຄໍາອະທິບາຍວິທີການໃຊ້ຢາ, ໃຊ້ຄາຖາອາຄົມ ຫຼື ມົນຕ່າງໆ ແລະ ໃຊ້ເປັນການບອກເລົ່າ ຫຼື ຄໍາບອກເລື່ອງອີກດ້ວຍ. “ຝອຍ” ຍັງໝາຍເຖິງສາລະບານ ອີກດ້ວຍ. “ຝອຍ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປ ດັ່ງ ຝອຍລົມແມ່ນຊື່ພືດແນວນຶ່ງ ເປັນຍຸ້ງໄຍຄືຍຸ້ງ ໝາກບວບເກີດຕາມຕົ້ນໄມ້ໃຫຍ່ ໃຊ້ເຮັດຢາ, ຢອຍຄໍາ ແມ່ນຊື່ເຂົ້າໜົມແນວນຶ່ງເຮັດດ້ວຍໄຂ່ເຫຼືອງກັບ ນໍ້າຕານ ເປັນເສັ້ນນ້ອຍໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຝອຍ”.

“ຝອຍ” (1. ຄໍານາມ). ເສດຕອກທີ່ໃຊ້ການບໍ່ໄດ້ (ເອີ້ນຂີ້ຝອຍ), ຕອກມຸ່ນ. ຄໍາອະທິບາຍວິທີໃຊ້ຢາ ຫຼື ມົນຕ່າງໆ, ຄໍາບອກເລື່ອງ, ສາລະບານ.

ຕົວຢ່າງ:

  • ຝອຍໄມ້ໃນໂຮງງານໄມ້ຖູ່ (ໄມ້ຄີບຖູ່) ໄດ້ຖືກນໍາໄປຕາກແຫ້ງແລ້ວເອົາໄປເຮັດເຊື້ອເພີງໃນການ ຜະລິດໄຟຟ້າ.
  • ໝູຝອຍແມ່ນການນໍາເອົາຊີ້ນໝູເພື່ອມາແປຮູບເປັນຜະລິດຕະພັນອີກຢ່າງນຶ່ງ ເພື່ອໃຫ້ແຊບ ແລະ ສະດວກໃນການບໍລິໂພກ.
  • ໝໍໃຫຍ່ໄດ້ແນະນໍາໃຫ້ຄົນໄຂ້ກິນຢາຕາມຝອຍຢາ ຫ້າມກິນລື່ນ ຫຼື ຫຼຸດ ເພາະຈະເຮັດໃຫ້ຢາບໍ່ໄດ້ ຜົນ.

ສະຫຼຸບ.

ຄໍາວ່າ “ຝອຍ” ໝາຍເຖິງສິ່ງຂອງນ້ອຍໆມຸ່ນໆ, ເສດຕອກ ຫຼື ຂີ້ເລື່ອຍທີ່ໃຊ້ການບໍ່ໄດ້. “ຝອຍ” ແມ່ນຄໍາ ເວົ້າສຽດສີ ແລະ ເວົ້າໃຫ້ກັນ ຊຶ່ງເປັນການເວົ້າຫຼາຍແຕ່ບໍ່ມີເນື້ອຫາສາລະ. “ຝອຍ” ຍັງແມ່ນຄໍາບອກລາຍ ລະອຽດການໃຊ້ຢາ, ຄາຖາອາຄົມ ແລະ ເປັນການເລົ່າ ຫຼື ບອກເລື່ອງຕ່າງໆ ລວມທັງໝາຍເຖິງສາລະ ບານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo