ຄໍາວ່າ “ຜົວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍ ຄໍາວ່າ “ຜົວ” ມີຄວາມໝາຍແນວໃດໃນ​ພາ​ສາ​ລາວ?

ຄໍາວ່າ “ຜົວ” ຫຼື ສາມີ ໝາຍເຖິງຄູ່ຊີວິດຂອງເມຍ, ເປັນຄູ່ຮ່ວມຢູ່ຮ່ວມກິນນໍາເມຍ, ເປັນຮ່ວມຫຼັບນອນນໍາເມຍ, ເປັນຄູ່ຮ່ວມສ້າງສານໍາເມຍ ແລະ ເຮັດກິດຈະກໍາຕ່າງໆຮ່ວມກັນ ລວມທັງມີລູກຮ່ວມກັນ (ຍົກ ເວັ້ນເອົາລູກບໍ່ໄດ້), ເປັນພໍ່ຂອງລູກ ພາຍຫຼັງແຕ່ງດອງ ຫຼື ແຕ່ງງານ (ສົມລົດ ກໍວ່າ) ຕາມປະເພນີ ຫຼື ຈົດທະບຽນສົມລົດຖືກຕ້ອງຕາມກົດໝາຍ. “ຜົວ” ໃຊ້ເວົ້າຄູ່ກັບ “ເມຍ” ຊຶ່ງເປັນເພດກົງກັນຂ້າມກັນ.

ໃນໂລກນີ້, “ຜົວ” ມີບົດບາດ ແລະ ຄວາມຮັບຜິດຊອບ ແຕກຕ່າງກັນຂຶ້ນກັບວັດທະນາທໍາຂອງປະເທດ ນັ້ນໆ ແຕ່ໂດຍລວມແລ້ວແມ່ນເປັນຫົວຈັກຫຼັກແຫຼ່ງຂອງຄອບຄົວ ເປັນຜູ້ເຮັດວຽກໜັກ ເພື່ອຫາລ້ຽງລູກເມຍ ໂດຍສະເພາະແມ່ນວັດທະນາທໍາໃນເຂດທະວີບອາຊີ ເຊັ່ນ: ປະເທດລາວ, ປະເທດໄທ, ປະເທດ ຈີນ, ປະເທດຫວຽດນາມ, ປະເທດກໍາປູເຈຍ ເປັນຕົ້ນ. ແຕ່ໃນອະນາຄົດອາດມີການປ່ຽນແປງໄດ້ ເພາະ ເພດຍີງໃນຫຼາຍປະເທດໄດ້ຮັບການຍົກພາລະບົດບາດຂຶ້ນ ໃຫ້ເປັນດັ່ງສາກົນ.

ອະທິບາຍ ຄໍາວ່າ “ຜົວ” ມີຄວາມໝາຍແນວໃດ?ຄໍາວ່າ “ຜົວ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຜົວ”.

“ຜົວ” (1. ຄໍານາມ) ຊາຍຜູ້ເປັນຄູ່ຢູ່ກິນຫຼັບນອນຂອງຍິງ.

ຕົວຢ່າງ:

  • ຜົວຂອງ ລາຊະນີ ເອີ້ນ ເຈົ້າຊີວິດ ຊຶ່ງເປັນບຸກຄົນຊົງກຽດທີ່ສຸດຂອງລະບົບກະສັດ ແລະ ເປັນຜູ້ປົກຄອງບ້ານເມືອງ.
  • ຜົວຂ້າພະເຈົ້າເປັນຄົນຮັກລູກຮັກເມຍ ແລະ ເປັນຫົວຈັກຫຼັກແຫຼ່ງຂອງຄອບຄົວ, ລາວເປັນຄົນໃຈດີ ໂອບເອື້ອອາລີ ຮັກພີ່ຮັກນ້ອງ.
  • ຜົວຂອງແມ່ ເຮົາເອີ້ນ ພໍ່, ຜົວຂອງແມ່ຍ່າ ເຮົາເອີ້ນ ປູ້, ຜົວຂອງແມ່ເຖົ້າ ເຮົາເອີ້ນ ພໍ່ເຖົ້າ (ພໍ່ຕາ ກໍວ່າ), ຜົວຂອງປ້າ ເຮົາເອີ້ນ ລູງ.

ສະຫຼຸບ.

ຜົວ ແມ່ນສາມີ ຊຶ່ງເປັນຄູ່ຊີວິດຂອງເມຍພາຍຫຼັງແຕ່ງດອງ ຫຼື ແຕ່ງງານກັນ ໄດ້ມາຢູ່ກິນ, ສ້າງເຮືອນຊານບ້ານຊ່ອງ, ສ້າງເສດຖະກິດນໍາຜົວ ແລະ ມີລູກນໍາກັນ, ເປັນພໍ່ຂອງລູກ. “ຜົວ” ໃຊ້ເວົ້າຄູ່ກັບ “ເມຍ” ຊຶ່ງເປັນເພດກົງກັນຂ້າມກັນ. ໃນຫຼາຍວັດທະນາທໍາຜົວ ເປັນເສົາຫຼັກຂອງຄອບຄົວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo