ຄໍາວ່າ “ຜານ” ແລະ “ຜ່ານ” ມີຄວາມໝາຍແຕກ​ຕ່າງກັນແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຜານ” ແລະ “ຜ່ານ”

ຄໍາວ່າ “ຜານ” ແລະ “ຜ່ານ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄຳວ່າ “ຜານ” ໝາຍເຖິງການເຜົາຜານ ຫຼື ເຮັດໃຫ້ເສຍຊັບສິນເງິນທອງ ດັ່ງ ຜານເງິນ, ຜານຄໍາ, ເຜົາຜານບ້ານເຮືອນ ເປັນຕົ້ນ. “ຜານ” ຍັງແມ່ນການທໍາອັນຕະລາຍ ຫຼື ເຮັດໃຫ້ເສຍຊີວິດຂອງຄົນ ຫຼື ສັດ ດັ່ງ ລະເບີດເຜົາຜານຊີວິດປະຊາຊົນ ແລະ ອື່ນໆ.

ຄໍາວ່າ “ຜ່ານ” ໝາຍເຖິງການລັດ ຫຼື ຕັດໄປທາງ ຫຼື ສິ່ງກິດຂວາງໄປ. ນອກຈາກນີ້, “ຜ່ານ” ຍັງໝາຍເຖິງການສາມາດຂຶ້ນລະດັບໄປອີກຂັ້ນ ດັ່ງ ຄວາມເກັ່ງ, ການສຶກສາ, ປະສົບ. “ຜ່ານ” ຍັງສະແດງເຖິງກາລະ ຫຼື ເວລາ ດັ່ງ ມື້ຜ່ານມາ, ເດືອນຜ່ານມາ, ປີຜ່ານມາ, ຊາດຜ່ານມາ ເປັນຕົ້ນ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳວ່າຜານ”.

“ຜານ” (1. ຄໍາກິລິຍາ) ການເຮັດໃຫ້ສົມບັດເສັຍ, ທໍາອັນຕະລາຍໃຫ້.

ຕົວຢ່າງ:

  • ໃນສົງຄາມລັບຢູ່ລາວ ທີ່ຈັກກະພັດອາເມລິກາໄດ້ຖີ້ມລະເບີດໃສ່ໄດ້ເຜົາຜານຊີວິດ ແລະ ຊັບສິນ ຂອງ ຄົນລາວ ລວມທັງມໍລະດົກ ແລະ ປ່າໄມ້ ຊຶ່ງບໍ່ສາມາດປະເມີນຄ່າໄດ້.
  • ລູກຊາຍທໍລະພີ ຜານເງິນພໍ່ແມ່ທີ່ສະສົມມາຕັ້ງຫຼາຍປີຈົນໝົດແລ້ວຍັງບໍ່ພໍຍັງຊອກໜີ້ສິນມາໃຫ້ອີກຫຼາຍ ລ້ານກີບ.

ຄວາມໝາຍຄຳວ່າຜ່ານ”.

“ຜ່ານ” (1. ຄໍາກິລິຍາ) ຕັດ, ລັດຂອງທີ່ຂວາງຢູ່ໄປ, ກາຍ, ຂ້າມໄປ.

ຕົວຢ່າງ:

  • ເສັ້ນທາງລົດຢູ່ພາກເໜືອຂອງລາວ ແມ່ນຕັດລຽບຕາມພູຕາມຜາ ແລະ ຜ່ານຫ້ວຍຜ່ານນໍ້າຕ່າງໆ ເປັນ ທາງຍາວຫຼາຍຮ້ອຍກິໂລແມັດ.
  • ຂ້າພະເຈົ້າເສັງຈົບມໍ 7 ໄດ້ອັນດັບດີພໍສົມຄວນ ແລະ ສັງຜ່ານເຂົ້າມະຫາວິທະຍາໄລແຫ່ງຊາດໄດ້ອີກ.

ສະຫຼຸບ.

ຄໍາວ່າ “ຜານ” ແລະ “ຜ່ານ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ຜານ” ໝາຍເຖິງການເຮັດໃຫ້ເສຍຫາຍ ແບບບໍ່ຮູ້ຄຸນຄ່າ ຊຶ່ງເຮັດໃຫ້ເສຍຊັບ ສິນ ຫຼື ຊີວິດ. ສ່ວນຄໍາວ່າ “ຜ່ານ” ການຍ່າງ, ແລ່ນ ຫຼື ໄດ້ຜ່ານໄປຜ່ານມາ, ສວານທາງຜ່ານກັນ ຫຼື ຕັດຜ່ານ ກັນ ລວມທັງລັດຂອງທີ່ຂວາງຢູ່ເພື່ອຜ່ານໄປ. ນອກນີ້, “ຜ່ານ” ແມ່ນຂ້າມຜ່ານໄປອີກລະດັບນຶ່ງ. “ຜ່ານ” ຍັງສະ ແດງເຖິງເວລາທີ່ໄດ້ກາຍມາແລ້ວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo