ຄໍາວ່າ “ຜັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຜັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຜັດ” ໝາຍເຖິງກໍານົດເວລາ ຫຼື ນັດໝາຍ ເພື່ອແບ່ງຜຽນປ່ຽນກັນ ຫຼື ເພື່ອຖ່າຍຄຽນກັນ ຫຼື ແມ່ນການປ່ຽນແທນກັນຍາມ ຫຼື ເຜົ້າ ຫຼື ເບີ່ງແຍງສິ່ງໃດນຶ່ງ ດັ່ງ ຜັດກັນຍາມຫ້ອງການ, ຜັດກັນເຝົ້າ ນັກໂທດ, ຜັດກັນເຜົ້າດ່ານຄົນເຂົ້າອອກເມືອງ, ຜັດກັນເຮັດກິນ, ຜັດກັນເຂົ້າກະເພື່ອຮັບຄົນເຈັບ, ຜັດກັນ ເຂົ້າ-ອອກປະຕູ ເປັນຕົ້ນ.

ນອກຈາກນີ້, “ຜັດ” ຍັງໝາຍເຖິງການຜັດຖູ ຊຶ່ງເປັນການເຊັດດ້ວຍສິ່ງໃດນຶ່ງເພື່ອໃຫ້ກ້ຽງ ຫຼື ສະອາດ ດັ່ງ ຜັດລົດໃຫຍ່, ຜັດຖູພື້ນເຮືອນ, ຜັດພື້ນຫ້ອງປະຊຸມ, ຜັດເກີບ, ຜັດແຂ້ວ, ຜັດແປ້ງ ເປັນຕົ້ນ. “ຜັດ” ເວລາ ໄປປະສົມກັບຄໍາອື່ນ ແລະ ໃຫ້ຄວາມໝາຍຕ່າງອອກໄປ ດັ່ງ ຜັດສະ ແມ່ນການຊຸນ ຫຼື ການຖືກຕ້ອງ. ຜັດສາຫານ ແມ່ນອາຫານຄືຜັດທະໝາຍເອົາການຖືກກັນ ຫຼື ປະສົມກັນແຫ່ງອາຍະຕະນະພາຍໃນພາຍ ນອກ ແລະ ວິນຍານເປັນປັດໃຈແຫ່ງເຈຕະສຶກອັນຈະເກີດຕາມ ວິຖີ ມີເວດທະນາ ເປັນຕົ້ນ. ຜັດວ່າແມ່ນ ໝາຍວ່າ ຫຼື ຄອງວ່າ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຜັດ”.

“ຜັດ” (1. ຄໍາກິລິຍາ) ນັດ, ໝາຍ, ກໍານົດເວລາ. ຖ່າຍ, ຜ່ຽນ, ແທນ (ຜັດຜ້າ).

ຕົວຢ່າງ:

  • ໃນຕອນຄໍ່າຢູ່ໂຮງໝໍ ໄດ້ຈັດໃຫ້ບັນດານາງພະຍາບານ ຜັດຜຽນກັນຍາມຄົນລະສອງເທື່ອຕໍ່ອາທິດ ແລະ ຜັດກັນຜູ້ລະສອງຊົ່ວໂມງຕໍ່ຄືນ.
  • ໃນແຕ່ລະວັນຂ້ອຍໄດ້ປຸກລູກນ້ອຍອາຍຸສີ່ປີຕື່ນ ແລ້ວໄປຜັດແຂ້ວລ້າງໜ້າກ່ອນໄປໂຮງຮຽນ.

ສະຫຼຸບ.

ຄໍາວ່າ “ຜັດ” ແມ່ນການຜັດປ່ຽນກັນ ຫຼື ປ່ຽນຜຽນກັນ ຫຼື ເປັນການຖ່າຍຄຽນກັນ ຫຼື ຍາມແທນກັນດ້ວຍ ການກໍານົດເວລາ ຫຼື ຍາມ ເພື່ອໃຫ້ເຜົ້າ ຫຼື ເບີ່ງແຍງສິ່ງໃດນຶ່ງ. ນອກຈາກນີ້, “ຜັດ” ຍັງແມ່ນເຖິງການ ຖູ ເພື່ອໃຫ້ກ້ຽງ, ສະອາດງາມຕາອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo