ຄໍາວ່າ “ປ່ຽນ” ແລະ “ແລກ” ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ປ່ຽນ” ແລະ “ແລກ”

ຄໍາວ່າ “ປ່ຽນ” ແລະ “ແລກ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ຊຶ່ງລາຍລະອຽດມີດັ່ງລຸ່ມນີ້: ຄໍາວ່າ “ປ່ຽນ” (ຜ່ຽນ, ປ່ຽນກັນກໍວ່າ) ມີຄວາມໝາຍຄືກັນກັບແລກ ຊຶ່ງເປັນການເອົາຂອງສິ່ງນຶ່ງໃຫ້ໄປເພື່ອໄດ້ສິ່ງ ອື່ນມາ ຫຼື ເຮັດຢ່າງສິ່ງໃດຢ່າງນຶ່ງແລ້ວຈິ່ງໄດ້ຢ່າງອື່ນມາ ເຊັ່ນ: ປ່ຽນເງິນ, ປ່ຽນສິນຄ້າ, ປ່ຽນຕົວສະເລີຍເສິກ, ປ່ຽນຊົງ, ປ່ຽນຕົວ, ປ່ຽນທາງ, ປ່ຽນທິດ, ປ່ຽນທີ່, ປ່ຽນພາກ, ປ່ຽນມ້າກາງເສິກ, ປ່ຽນມື, ປ່ຽນໜ້າ, ປ່ຽນອາການ, ປ່ຽນຮູບ, ປ່ຽນໃຈ, ປ່ຽນຊົງຜົມ, ປ່ຽນຂາວເປັນດໍາ.

ສ່ວນຄໍາວ່າ “ແລກ” ມີຄວາມໝາຍຄືກັນກັບ “ປ່ຽນ” ເຊັ່ນກັນ, ບາງທີ່ກໍເວົ້າຄູ່ກັນກັບປ່ຽນດັ່ງ ແລກປ່ຽນ ຊຶ່ງເປັນ ການເອົາຂອງສິ່ງນຶ່ງໃຫ້ໄປເພື່ອໄດ້ສິ່ງອື່ນມາ ຫຼື ເຮັດຢ່າງໃດຢ່າງນຶ່ງແລ້ວຈິ່ງໄດ້ຢ່າງອື່ນມາ ເຊັ່ນ: ແລກເງິນ, ແລກສິນຄ້າ, ແລກສິ່ງຂອງ, ແລກຕົວສະເລີຍເສິກ, ແລກຊີວິດ, ແລກປ່ຽນບົດຮຽນ ເປັນຕົ້ນ. ແຕ່ຄັ້ງແລກແມ່ນ ເທື່ອທີນຶ່ງ ຫຼື ຄັ້ງທໍາອີດ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າປ່ຽນ”.

“ປ່ຽນ” (1. ຄໍາກິລິຍາ) ຜ່ຽນ, ແລກ.

ຕົວຢ່າງ:

  • ສົງຄາມລະຫວ່າງລັດເຊຍ ແລ ຢູເຄນໄດ້ມີການສະເໜີແລກປ່ຽນໂຕສະເລີຍເສີກລະຫວ່າງກັນ ແລະ ກັນ.
  • ການຄ້າທຸກວັນນີ້ມີຮອດເອົາລົດເກົ່າໄປປ່ຽນລົດໃໝ່ ແຕ່ຕ້ອງໄດ້ມີການຈ່າຍເງິນເພີ່ມຈໍານວນນຶ່ງເທົ່ານັ້ນ.

ຄວາມໝາຍຄຳວ່າແລກ”.

“ແລກ” (1. ຄໍາກິລິຍາ) ຜ່ຽນ, ເອົາຂອງສິ່ງນຶ່ງໃຫ້ໄປເພື່ອໃດ້ຂອງສິງອື່ນມາ, ຊື້ຂອງດ້ວຍຂອງ.

ຕົວຢ່າງ:

  • ຄົນໃຈບູນສະເໜີແລກຊີວິດງົວທີ່ຈະຖືກຂ້າ ຫຼື ໄຖ່ຊີວິດດ້ວຍການເອົາເງິນໄປຊື້ງົວດັ່ງກ່າວ ກ່ອນນໍາໄປ ລ້ຽງ.
  • ໃນປີນຶ່ງ ລາວ ແລະ ຫວຽດນາມ ໄດ້ມີການແລກປ່ຽນບົດຮຽນດ້ານວິຊາການນໍາກັນຫຼາຍຄັ້ງ ແລະ ຜັດ ປ່ຽນກັນເປັນເຈົ້າພາບຕາມເງື່ອນໄຂເໝາະສົມ.

ສະຫຼຸບ.

ຄໍາວ່າ “ປ່ຽນ” ແລະ “ແລກ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ຍັງໃຊ້ເວົ້າຄູ່ກັນ ດັ່ງແລກປ່ຽນ. ແຕ່ທັງໝົດທັງມວນແມ່ນໝາຍເຖິງການເອົາຂອງສິ່ງນຶ່ງໃຫ້ໄປຜູ້ອື່ນ ແລະ ໄດ້ສິ່ງໃດສິ່ງນຶ່ງມາ ຫຼື ເຮັດຢ່າງໃດຢ່າງນຶ່ງ ແລະ ໄດ້ຢ່າງອື່ນມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo