ຄໍາວ່າ “ປາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປາກ” ມີຄວາມໝາຍແນວໃດ?

ຄໍາວ່າ “ປາກ” ໝາຍເຖິງສົບ ຫຼື ປ່ອງສໍາລັບເອົາອາຫານປ່ອນເຂົ້າເພື່ອກິນ ແລະ ດື່ມ ຂອງຄົນ ແລະ ສັດ ເຊັ່ນ: ປາກຄົນ, ປາກນົກ, ປາກເປັດ, ປາກໄກ່, ປາກຊ້າງ, ປາກຄວາຍ, ປາກງົວ, ປາກປາ. ປາກ ຍັງສະແດງເຖິງຄວາມປົກກະຕິ, ສົມບຸນ ຫຼື ພິການ ເຊັ່ນ: ປາກກືກ ແມ່ນເວົ້າບໍ່ອອກເພາະລີ້ນໄກ່ສັ້ນ ຫຼື ຫົດ, ປາກຄ້າງແມ່ນເວົ້າ ບໍ່ອອກ ຫຼື ຄ້າງ, ປາກແວ່ງ ແມ່ນອາການເພດານໂຫວ່ຂອງຄົນ, ປາກຂອດ ແມ່ນເວົ້າແຈ້ງດີ ເປັນຕົ້ນ. “ປາກ” ຍັງໃຊ້ເອີ້ນປ່ອງສິ່ງຂອງຕ່າງໆ ເຊັ່ນ: ປາກບໍ່ ຫຼື ປາກສ້າງ, ປາກໝໍ້, ປາກໄຫ, ປາກປືນ, ປາກບັ້ງ, ປາກຂວດ, ປາກແກ້ວ ແລະ ອື່ນໆ. “ປາກ” ຍັງນິຍົມກັນເອີ້ນທໍາມະຊາດ ບ່ອນເລີ່ມຕົ້ນ ຫຼື ສິ້ນສຸດ ດັ່ງ ປາກທາງ, ປາກອ່າວ, ປາກດົງ, ປາກແມ່ນໍ້າ, ປາກເຊ ເປັນຕົ້ນ.

ນອກຈາກນີ້, “ປາກ” ຍັງໝາຍເຖິງການເວົ້າການຈາ, ການເວົ້າສຽງອອກຈາກປາກ ຊຶ່ງສະແດງເຖິງອາ ການຕ່າງໆ ເຊັ່ນ: ປາກກ້າ ແມ່ນເວົ້າສຽງແຂງ ເວົ້າແບບບໍ່ຢ້ານໃຜ ເວົ້າແບບບໍ່ອໍາ, ປາກຄ່ອງ ແມ່ນເວົ້າ ຄ່ອງເວົ້າໄດ້ດີ ແລະ ໄວ, ປາກຫຼາຍ ແມ່ນເວົ້າຫຼາຍ, ປາກຕະຫຼາດ ແມ່ນເວົ້າຫຼາຍ, ປາກຈັດ ແມ່ນເວົ້າ ເຈັບ, ປາກສັ່ນ ແມ່ນເວົ້າດ້ວຍຄວາມບໍ່ໝັ້ນໃຈ ຫຼື ຢ້ານສິ່ງໃດນຶ່ງ, ປາກຊ້ຳ ແມ່ນເວົ້າຊໍ້າ, ປາກເຂັດ ຫຼື ປາກຍໍາ ແມ່ນເວົ້າມີອານາດ ເວົ້າແນວໃດເປັນແນວນັ້ນ ເວົ້າແມ່ນຍໍາ, ປາກຫວານ ຫຼື ປາກນົວຫົວມ່ວນ ແມ່ນເວົ້າມ່ວນ ເວົ້າເຂົ້າຫູຜູ້ຟັງ.

SA Game
DooDiDo

“ປາກ” ເມື່ອນໍາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປເຊັ່ນ: ປາກກາ ຫຼື ປາກໄກ່ ແມ່ນເຄື່ອງສໍາລັບຂຽນໜັງສືທີ່ໃຊ້ການຈຸ່ມນໍ້າໝຶກ ຫຼື ຈຸບນໍ້າໝຶກ, ປາກຄໍາ ແມ່ນຊື່ ປາປາກແນວນຶ່ງມີເກັດສີເຫຼືອງຢູ່ຫາງພື້ນທ້ອງ, ປາກງ່າມແມ່ນໄມ້ງາມ, ປາກນາມແມ່ນໜັງສືຕັ້ງຊື່ໃໝ່ໃນ ເວລາທໍາເຖຣາພິເສກ. ປາກໝອງ ແມ່ນທຸກຍາກ, ກຸ້ມປາກກຸ້ມຖ້ອງ ແມ່ນການດໍາລົງຊີວິດທີ່ພໍຢູ່ພໍກິນ, ປາກກັດຕີນຖີບ ແມ່ນສູ້ຊີວິດ ເຮັດວຽກດ້ວຍຄວາມເອົາໃຈໃສ່ ແລະ ລົ້ມລຸກຄຸກຄານ, ປາກກັບໃຈບໍ່ຕົງກັນ ແມ່ນເວົ້າໃນສິ່ງທີ່ບໍ່ເຮັດ, ມືຖືສາກປາກຖືສິນ ແມ່ນຄົນໜ້າໄຫວ້ຫຼັງຫຼອກ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປາກ”.

“ປາກ” (1. ຄໍານາມ) ສົບ, ປ່ອງສໍາລັບກິນອາຫານ. ປ່ອງແຫ່ງຂອງຕ່າງໆ ດັ່ງປາກສ້າງ, ປາກໝໍ້ ເປັນ ຕົ້ນ. ຕົ້ນທາງ ຮຽກປາກທາງ. ຕົ້ນທະເລບ່ອນເປັນແງ່ເຂົ້າມາ ຮຽກປາກອ່າວ, ປາກແມ່ນໍ້າບ່ອນໄຫຼຕົກເອີ້ນ ປາກນໍ້າ, ຕົ້ນທາງບ່ອນເຂົ້າດົງ ຮຽກປາກດົງ, ຮຽກແຫວ່າປາກ ດັ່ງ ແຫປາກນຶ່ງ. ຈໍານວນຮ້ອຍ (ຄໍານີ້ ເດີມມາຈາກພາສາຈີນວ່າ ແປະ ປັ໊ກ ແລ້ວມາເປັນປາກ ແຕ່ບູຮານໃຊ້ເປັນນາມຕໍ່າແໜ່ງຂອງນາຍທະຫານ ຄື ເມືອງປາກ ທໍ່ກັບນາຍຮ້ອຍ ຫຼື ບັງຄັບພົນໄດ້ຮ້ອຍນຶ່ງ ເມືອງແພນ ທໍ່ກັບນາຍພັນ). (2. ຄໍາກິລິຍາ) ເວົ້າ, ຈາ, ເຈລະຈາ.

ຕົວຢ່າງ:

  • ເດັກນ້ອຍເກີດໃໝ່ຈັ່ງແມ່ນເປັນຕາແພງເນາະ ດູດປາກສຽງດັງຈ໊ອດໆຄືຫິວ ແລະ ຢາກນົມແລ້ວ.
  • ຊ້າງກິນອາຫານດ້ວຍການເອົາງວງຈັບອາຫານປ້ອນໃສ່ປາກ ແຕ່ການດື່ມນໍ້າແມ່ນໃຊ້ງວງດູດເອົາ.
  • ເວລາໄຂປາກຂວດແກ້ວເຫຼົ້າວາຍໃຫ້ລະວັງແດ່ ເພາະຕ້ອງໄດ້ໃຊ້ເຄື່ອງມືສະເພາະຖ້າບໍ່ດັ່ງນັ້ນມີໂອ ກາດປາກຂວດແຕກສູງ.
  • ເມືອງປາກເຊ ແຂວງຈໍາປາສັກ ຊື່ນີ້ແມ່ນຕັ້ງຂຶ້ນເພາະເມືອງຕັ້ງຢູ່ຈຸດທີ່ປາກຄົງເຊໂດນປ່ອງໃສ່ ແມ່ນໍ້າຂອງນັ້ນເອງ.
  • ທ່ານປະທານບໍລິສັດເປັນຄົນປາກມີສິນລະປະ ເວົ້ານົວຫົວມ່ວນ ພ້ອມທັງໃຈດີ ໃຜໆກໍຮັກເພີ່ນ.

ສະຫຼຸບ.

ຄໍາວ່າ “ປາກ” ໝາຍເຖິງສົບຂອງຄົນ ຫຼື ສັດບ່ອນເອົາອາຫານປ່ອນເຂົ້າເພື່ອກິນ ແລະ ດື່ມ, “ປາກ” ໝາຍ ເຖິງປ່ອງຕ່າງໆທີ່ເກີດຂຶ້ນໂດຍທໍາມະຊາດ ແລະ ມະນຸດສ້າງຂຶ້ນ ດັ່ງ ປາກຖໍ້າ, ປາກນໍ້າສ້າງ, ປາກແກ້ວ ເປັນຕົ້ນ. “ປາກ” ຍັງໃຊ້ເອີ້ນຕົ້ນທາງ ຫຼື ບ່ອນສິ້ນສຸດທາງ ເຊັ່ນ: ປາກຮ່ອມ, ປາກທາງ, ປາກອ່າວ, ປາກ ແມ່ນໍ້າ, ປາກດົງ. “ປາກ” ໃຊ້ຮຽກແຫວ່າປາກ ດັ່ງ ແຫປາກນຶ່ງ. ໝາຍເຖິງຈໍານວນຮ້ອຍ (ຄໍາເດີມມາຈາກ ພາສາຈີນ). ນອກຈາກນີ້, “ປາກ” ຍັງໝາຍເຖິງການເວົ້າການຈາ, ການໂອ້ການລົມ ຫຼື ການເຈລະຈາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo