ຄໍາວ່າ “ປະຊາກອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປະຊາກອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ປະຊາກອນ” ໝາຍເຖິງຈໍານວນພົນລະເມືອງ ຫຼື ຈໍານວນຄົນທັງໝົດທີ່ຢູ່ອາໃສໃນເຂດໃດນຶ່ງ ຊຶ່ງ ລວມເອົາທັງຂ້າລັດສະການ, ທະຫານ, ຕໍາຫຼວດ, ປະຊາຊົນຊາວໄຮ່ນາ, ຊາວກະສິກອນທັງໝົດນັ້ນເອງ ເຊັ່ນ: ປະຊາກອນລາວມີປະມານ 7 ລ້ານຄົນ, ປະຊາກອນຈີນມີປະມານຕື້ສອງຮ້ອຍລ້ານຄົນ, ປະກອນ ຫວຽດນາມມີປະມານ 120 ລ້ານຄົນ. ປະຊາກອນນະຄອນຫຼວງວຽງຈັນມີປະມານລ້ານປາຍຄົນ. ປະຊາ ກອນມະນຸດຢູ່ໂລກມີປະມານ 8 ຕື້ຄົນ.

ນອກຈາກນີ້, “ປະຊາກອນ” ໃຊ້ນັບບັນດາສັດຕ່າງໆ ທັງສັດບົກ, ສັດນໍ້າ, ສັດມີປີກ, ສັດມີກະດູກສັນຫຼັງ, ສັດເລືອຄານ, ສັດເລືອດເຢັນ ແລະ ອື່ນໆ ເຊັ່ນ ປະຊາກອນຊ້າງໃນໂລກນັບມື້ນັບນ້ອຍລົງ, ປະຊາກອນ ໂຕສິງສ່ຽງໃກ້ສູນພັນ, ປະຊາກອນໂຕລິງຫຼຸດລົງ, ປະຊາກອນໂຕໝູໃນລາວຫຼາຍຂຶ້ນ, ປະຊາກອນປາທົ່ວ ໂລກໄດ້ຮັບຜົນກະທົບຈາກໄພອາກາດຮ້ອນຂຶ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າປະຊາກອນ”.

“ປະຊາກອນ” (1. ຄໍານາມ). ໝູ່ພົນລະເມືອງ, ໝູ່ຄົນທົ່ວໄປ, ໝູ່ຄົນ ແລະ ສັດທົ່ວໄປ

ຕົວຢ່າງ:

  • ໃນປີ 2022 ປະຊາກອນໂລກທັງໝົດມີປະມານ 8 ຕື້ ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນປະເທດຈີນ ແລະ ຮອງລົງມາແມ່ນປະເທດອິນເດຍ.
  • ປະຊາກອນຊ້າງຢູ່ລາວໄດ້ຫຼຸດລົງຫຼາຍນັບແຕ່ຊຸມປີ 1980 ເປັນຕົ້ນມາ ຍ້ອນຫຼາຍສາເຫດ ນຶ່ງໃນ ນັ້ນແມ່ນຍ້ອນອາຫານການກິນ ແລະ ການລ່າ ເພື່ອເອົາງາ.
  • ປະຊາກອນລາວສ່ວນໃຫຍ່ແມ່ນມີອາຊີບກະເສດຕະກອນ ຫຼື ເຄີ່ງກະເສດຕະກອນ ເຖິງຈະເປັນ ພະນັກງານກໍຍັງປູກກິນຄືກັນ.

ສະຫຼຸບ.

ຄໍາວ່າ “ປະຊາກອນ” ແມ່ນຈໍານວນຄົນທີ່ອາໃສຢູ່ໃນເຂດໃດນຶ່ງ, ຈຸດໃດນຶ່ງ, ປະເທດໃດນຶ່ງ ຫຼື ທັງໝົດ ທົ່ວໂລກ ສາມາດນັບເອົາໝົດທຸກຄົນ ຫຼື ແຍກກໍໄດ້ ເພື່ອກັບກໍາສະຖິຕິ. ນອກຈາກນີ້, “ປະຊາກອນ” ຍັງ ໃຊ້ນັບສັດຕ່າງໆທີ່ຢູ່ທຸກຫົນທຸກແຫ່ງອີກດ້ວຍ ດັ່ງສັດບົກ, ສັດນໍ້າ, ສັດເລືອຄານ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo