ຄໍາວ່າ “ບານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບານ” ມີຄວາມໝາຍແນວໃດ?

ຄໍາວ່າ “ບານ” ແມ່ນອຸປະກອນ ຫຼື ເຄື່ອງກິລາ ເອີ້ນ ໝາກບານ ຊຶ່ງເປັນເຄື່ອງຫຼີ້ນກິລາ ເພື່ອການແຂ່ງ ຂັນ ຫຼື ຫຼີ້ນເພື່ອສຸຂະພາບຂອງຄົນເຮົາ, ບານ ປະກອບມີຫຼາຍຊະນິດເຊັ່ນ: ບານເຕະ, ບານຕີ, ບານບ້ວງ, ບານອາເມລິກັນຟຸດບອນ, ບານເທັນນິດສ໌. ບານແຕ່ລະຊະນິດມີຂະໜາດ, ສີສັນ ແລະ ໃຊ້ວັດສະດຸ ໃນການຜະລິດແຕກຕ່າງກັນໄປ. “ບານ” ຍັງໃຊ້ເປັນຫົວໜ່ວຍຢ່າງນຶ່ງ ເຊັ່ນ: ບານປະຕູ, ບານປ່ອງຢ້ຽມ.

ນອກຈາກນີ້, “ບານ” ຍັງໝາຍເຖິງນໍ້າສໍາລັບດື່ມ ຫຼື ເປັນເຄື່ອງດື່ມ ຊຶ່ງໃຊ້ເອີ້ນໄດ້ຫຼາຍແນວ ດັ່ງ ສຸຣາບານ, ໄຊຍະບານ ເປັນຕົ້ນ. ພ້ອມນີ້, “ບານ” ຍັງໝາຍເຖິງການເຜີຍອອກ, ຜີ່ອອກ ຫຼື ໄຂອອກ ເຊັ່ນ: ດອກໄມ້ບານ, ໝາກຈອງບານແຊ່ນໍ້າບານອອກ ຝ້າຍບານ ເປັນຕົ້ນ. “ບານ” ຍັງມີຄວາມໝາຍ ວ່າສົດຊື່ນ, ດີໃຈ ເຊັ່ນ: ເບີກບານຈິດໃຈ, ຊື່ນບານໃນອຸຣາ, ຍີ້ມໜ້າບານປານກະດົ້ງ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າບານ”.

“ບານ” (1. ຄໍານາມ) ເຄື່ອງກິລາ ເອີ້ນໝາກບານ. ນໍ້າສໍາລັບດື່ມ, ເຄື່ອງດື່ມ ດັ່ງ ສຸຣາບານ, ໄຊຍະ ບານ. ຫົວໜ່ວຍ ເອີ້ນ ປະຕູ, ປ່ອງຢ້ຽມ. (2. ຄໍາກິລິຍາ) ເຜີຍອອກ, ໄຂອອກ (ດອກໄມ້ບານ), ຊື່ນ (ໃຈບານ).

ຕົວຢ່າງ:

  • ຊິງແຊມບານເຕະໂລກ ແມ່ນໃຊ້ໝາກບານທີ່ຜະລິດໂດຍບໍລິສັດຜະລິດເຄື່ອງກິລາດັງໆຂອງໂລກ.
  • ບານປະຕູໄມ້ດູ່ທີ່ແກະສະລັກລວດລາຍງາມໆແມ່ນລາຄາແພງກວ່າບານທົ່ວໄປທີ່ບໍ່ແກະສະລັກ ຫຼາຍເທົ່າ.
  • ໃນສວນດອກໄມ້ທີ່ເບັ່ງບານ ມີຝູງເບື້ອງຈໍານວນຫຼາຍບີນໄປມາຕອມດອກໄມ້ທີ່ບານ ເພື່ອດູດເອົາ ນໍ້າຫວານກັບຄືນໄປຮາງ.

ສະຫຼຸບ.

ຄໍາວ່າ “ບານ” ແມ່ນອຸປະກອນກິລາ ມີຫຼາຍແນວ ເຊັ່ນ: ບານເຕະ, ບານຕີ, ບານບ້ວງ ເປັນຕົ້ນ. “ບານ” ແມ່ນຫົວໜ່ວຍເອີ້ນ ເຊັ່ນ: ບານປະຕູ, ບານປ່ອງຢ້ຽມ. “ບານ” ຍັງໝາຍເຖິງນໍ້າສໍາລັບດື່ມ. “ບານ” ຍັງແມ່ນຄວາມສົດຊື່ນ, ຊື່ນບານ ຫຼື ດີໃຈ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo