ຄໍາວ່າ “ນໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ນໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ນໍ” ແມ່ນອັກສອນ ຫຼື ພະຍັນຊະນະຕົວທີ 13 ຫຼັງໂຕ “ທໍ” ແລະ ກ່ອນໂຕ “ບໍ”, ໂຕນໍ ແມ່ນ ພວກອັກສອນ ຕໍ່າໃຊ້ເປັນຕົວສະກົດທໍາມະດາໃນແມ່ກັນ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍ ອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ນໍ ແລະ ທຽບໃສ່ໂຕນົກ ເພື່ອໃຫ້ຈໍາໄດ້ງ່າຍ ດັ່ງ “ນໍ ອົກ ນົກ”.

ນອກຈາກນີ້, “ນໍ” ແມ່ນເຂົາທີ່ປົ່ງຂຶ້ນຢູ່ເທິງຫົວສັດ ຊຶ່ງເປັນຕຸ່ມທາດເຂົາຄືກັນກັບເລັບມີ ແຕ່ສັ້ນກວ່າເຂົາ ຄວາຍ ເຊັ່ນ: ນໍໂຕແຮດ, ນໍສູ້ ເປັນຕົ້ນ. ຄົນໃນເຂດປະເທດຈີນ, ຫວຽດ, ເກົາຫຼີ, ລາວ, ໄທ ຖືວ່າ ນໍແຮດ ເປັນຂອງມີຄ່າ ແລະ ມີລາຄາສູງ ເປັນທີ່ຕ້ອງການໄວ້ຄອບຄອງ ແຕ່ປະຈຸບັນແມ່ນຫ້າມຂ້າແຮດ ເພື່ອເອົາງາມາຂາຍ ເພາະຖືວ່າເປັນສິ່ງທີ່ຜິດກົດໝາຍ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່ານໍ”.

“ນໍ” (1. ຄໍານາມ) ພະຍັນຊະນະໂຕທີ 13 ເປັນພວກອັກສອນຕໍ່າ ໃຊ້ເປັນຕົວສະກົດທໍາມະດາໃນແມ່ກັນ. ເຂົາທີ່ປົ່ງຂຶ້ນເໜືອດັງແຮດ ແລະ ສູ້ມີລັກສະນະຄືເຂົາຄວາຍ ແຕ່ແຮດີສອງນໍ, ນໍໃຕ້ຖິດດັງຂຶ້ນໄປ ນໍເທີງຢູ່ ຊື່ໜ້າຜ່ກ. ນໍຢູ່ໃຕ້ໃຫຍ່ ນໍຢູ່ເທິງນ້ອຍ ສ່ວນສູ້ມີນໍດຽວ. ຕຸ່ມໂນນຂຶ້ນຕາມຮ່າງກາຍຂອງຄົນ ແລະ ສັດ.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ນໍສະລະອົກນົກ”.
  • ໃນຕະຫຼາດຂາຍເຄື່ອງເກົ່າບູຮານ, ນໍແຮດໂອບດ້ວຍເງິນທີ່ມີລວດລາຍ ສ້າງຂຶ້ນໄດ້ຫຼາຍຮ້ອຍປີ ມີລາຄາຫຼາຍສິບລ້ານ ແລະ ຖືກຄິດໄລ່ຕາມນໍ້າໜັກ.

ສະຫຼຸບ.

“ນໍ” ແມ່ນພະຍັນຊະນະລໍາດັບທີ 13 ຫຼັງໂຕ “ທໍ” ແລະ ກ່ອນໂຕ “ບໍ”, ເປັນອັກສອນຕໍ່າໃຊ້ເປັນຕົວສະ ກົດທໍາມະດາໃນແມ່ກັນ. “ນໍ” ຍັງແມ່ນເຂົາທີ່ເປັນທາດເຂົາຄືກັນກັບເລັບ ແຕ່ປົ່ງຂຶ້ນຢູ່ເທິງຫົວສັດ ມີລັກສະ ນະເປັນຕຸ່ມໂນນຂຶ້ນ ແຕ່ບໍ່ຍາວຄືເຂົາຄວາຍ ເຊັ່ນ: ນໍໂຕແຮດ, ນໍສູ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo