ຄໍາວ່າ “ທ່າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທ່າ” ມີຄວາມໝາຍແນວໃດ?

ຄໍາວ່າ “ທ່າ” ແມ່ນສະຖານທີ່ ຫຼື ບ່ອນທີ່ຄົນໃຊ້ຂຶ້ນລົງ, ເຂົ້າອອກຢູ່ຝັ່ງແມ່ນໍ້າ ຫຼື ທະເລ ເອີ້ນ ທ່ານໍ້າ ຊຶ່ງ ເປັນບ່ອນລົງອາບນໍ້າ, ຕັກນໍ້າເພື່ອໃຊ້ ແລະ ເຮັດກິດຈະກໍາອື່ນໆ. “ທ່າ” ເປັນສະຖານທີ່ ຫຼື ບ່ອນທີ່ເຮົາ ສ້າງຂຶ້ນເພື່ອໃຊ້ຈອດເຮືອ, ກໍ່າປັ່ນ ໄວ້ຢູ່ນໍ້າອີກດ້ວຍ ເອີ້ນ ທ່າເຮືອ ຊຶ່ງເປັນຈຸດເຂົ້າອອກຂອງເຮືອ ເຊັ່ນ: ເຮືອໂດຍສານ, ເຮືອ ຫຼື ກໍ່າປັ່ນບັນທຸກສິນຄ້າ, ເຮືອທາງການທະຫານ ເປັນຕົ້ນ. ໃນປະເທດທີ່ມີແມ່ນໍ້າ ໃຫຍ່ ຫຼື ຕິດກັບທະເລ ແລະ ມີການຄົມມະນາຄົມ, ຂົນສົ່ງທາງນໍ້າ ມັກຈະສ້າງທ່າເຮືອໃຫຍ່ໆໄວ້ ດັ່ງ ທ່າເຮືອແຫມສະບັງ ປະເທດໄທ, ທ່າເຮືອຊຽງໄຮ ປະເທດຈີນ (ທ່າເຮືອໃຫຍ່ທີ່ສຸດໃນໂລກ ເພາະມີຕູ້ສິນ ຄ່າຜ່ານທາງຮອດ 43, 30 ລ້ານ TEU).

ນອກຈາກນີ້, “ທ່າ” ຍັງໝາຍເຖິງແບບແຜນ ດັ່ງ ເຮັດເຂົ້າທ່າ, ເຮັດບໍ່ເຂົ້າທ່າ, ເຮັດຖືກທ່າ, ເຮັດບໍ່ຖືກ ທ່າ ແລະ ອື່ນໆ. “ທ່າ” ຍັງແມ່ນທ່າທາງ ຫຼື ກິລິຍາມາລະຍາດ ຊຶ່ງແມ່ນວາດ ແມ່ນຊົງ ຫຼື ການປະພືດ ຂອງຄົນ ແລະ ມັກໄດ້ຍີນເລື້ອຍໆ ເຊັ່ນ: ທ່າທາງຜິດປົກກະຕິ, ທ່າທາງເປັນຄົນບໍ່ດີ, ທ່າເປັນຜູ້ດີ, ທ່າ ເປັນຜູ້ຮ້າຍ, ພາດທ່າ, ສິ້ນທ່າ, ເສຍທ່າ, ໝົດທ່າ, ຜິດທ່າ, ໄດ້ທ່າ, ໄວ້ທ່າໄວ້ລາຍ, ສະຫງວນທ່າທີ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທ່າ”.

“ທ່າ” (1. ຄໍານາມ) ຝັ່ງນໍ້າບ່ອນຂຶ້ນລົງ ຫຼື ບ່ອນຈອດເຮືອ. ແບບແຜນ (ເຮັດບໍ່ຖືກທ່າ). ທ່າທາງ ແມ່ນ ວາດ, ຊົງ. ກິລິຍາ.

ຕົວຢ່າງ:

  • ທ່າເຮືອໃຫຍ່ ແລະ ດັງໆຂອງໂລກ ທີ່ໃຊ້ຂົນສົ່ງສິນຄ້າມີຫຼາຍທ່າເຮືອ ດັ່ງ ທ່າເຮືອຊຽງໄຮ້, ທ່າ ເຮືອສິງກະໂປ, ທ່າເຮືອເຊີນເຈີ້ນ ເປັນຕົ້ນ.
  • ການເຮັດວຽກຂອງພະນັກງານໃໝ່ແມ່ນໄດ້ດີ ເບີ່ງເຂົ້າທ່າ. ລວມທັງທ່າທາງ ການປະພຶດໃນການ ເຮັດວຽກເບີ່ງ ຄືວ່າມີປະສົບປະການມາຫຼາຍສີບປີ.

ສະຫຼຸບ.

ຄໍາວ່າ “ທ່າ” ເປັນບ່ອນຂຶ້ນລົງ, ເຂົ້າອອກຢູ່ຝັ່ງແມ່ນໍ້າ, ທະເລ ເອີ້ນ ທ່ານໍ້າ ແລະ “ທ່າ” ຍັງແມ່ນສະຖານ ທີ່ໃຊ້ຈອດເຮືອ, ກໍ່າປັ່ນ ເພື່ອການຄົມມະນາຄົມ, ຂົນສົ່ງສິນຄ້າຕ່າງໆ ເອີ້ນ ທ່າເຮືອ. “ທ່າ” ຍັງໝາຍເຖິງແບບແຜນ ຫຼື ປະພຶດຕົນຂອງຄົນ. ນອກຈາກນີ້ “ທ່າ” ຍັງໝາຍເຖິງກິລິຍາທ່າທາງ ຫຼື ວາດຊົງຂອງການ ປະພືດຂອງຄົນເຮົາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo