ຄໍາວ່າ ທຸກຍາກ ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະ​ທິ​ບາຍຄໍາວ່າ ​​ທຸກ​ຍາກ ມີ​ຄວາມ​ໝາຍ​​ແນວ​ໃດ?

​​ສ​ປ​ປ ລາວ ຍັງ​ຄົງ​ຢູ່​ໃນ​ສະ​ຖະ​ນະ​ດ້ອຍ​ພັດ​ທະ​ນາ​ຢູ່​ພັກ ແລະ ລັດ​ຖະ​ບານ​ກໍ​ເລັງ​ສຸມ​ໃສ່​ທຸກ​ເຫືອ​ແຮງແນວ​ຄິດ​ເພື່ອ​ພັດ​ທະ​ນາ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ນີ້ ແລະ ຍັງ​ມີ​ຫລາຍໆ​ປະ​ເທດທີ່ຍັງ​ທຸກ​ຍາກ​ຂາດ​ເຂີນ ແລະ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ບໍ່​ວ່າ​ທາງ​ດ້ານ​ການ​ສືກ​ສາ ຫລື ປັດ​ໃຈ​ຕ່າງໆ, ຖ້າ​ຢູ່​ໃນ ສ​ປ​ປ ລາວ ເອງ​ກໍ​ເຫັນ​ໄດ້​ຈາກ​ຫລາຍໆ​ເຂດ​ຊົນ​ນະ​ບົດ​ເຊິງ​ບາງ​ຄັ້ງ​ພໍ​ຮອດ​ລະ​ດູ​ໜາວ​ກໍ​ຍັງ​ຂາດ​ແຄນ​ເສື້ອ​ຜ້າ​ເຄື່ອງ​ນຸງ​ຫົ່ມ​ເຊິ່ງ​ປະ​ຕາ​ດູ​ຕົນ​ຫລາຍ.

ຈາກ​ຄຳ​ທີ່​ວ່າ ທຸກ​ຍາກ ​ທີ່​ເຮົາ​ມັກ​ຈະ​ໄດ້​ຍິນ​ກັນ​ຕະ​ຫລອດ, ພາສາລາວໃນ​ບົດ​ນີ້​ເຮົາ​ກໍ​ຈະ​ຍົກ​ຄຳ​ນີ້​ມາ​ເວົ້າ​ລົມ​ກັນ ແລະ ອະ​ທິ​ບາຍ​ໄປ​ນຳ​ກັນ​ເພື່ອ​ໃຫ້​ເຂົ້າ​ໃຈ​ເລີກ​ເຊິງກວ່າ​ເກົ່າ​, ຫລາຍໆ​ຄົນ​ອາດ​ຈະ​ເປັນ​ຄົນ​​ຕ່າງ​ປະ​ເທດ​ທີ່​ສືກ​ສາ​ພາ​ສາ​ລາວ​ຢູ່ ຫລື ຄົນ​ລາວ​ເອງ, ອື່ນໆ ທີ່​ຍັງ​ຕ້ອງ​ການ​ຄວາ​ມ​ຊັດ​ເຈນ​ໃນ​ພາ​ສາ​ລາວ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້​ຈ່ຳ​ນວນ​ໜຶ່ງ, ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວ ດັ່ງນີ້:

SA Game
DooDiDo
 ຄຳ​ວ່າ ທຸກ​ຍາກ.

ທຸກ​ຍາ​ກ ໃນ​ພາ​ສາ​ລາວໝາຍ​ເຖິງ​ຂາດ​ເຂີນ​ວັດ​ຖຸ​ສິ່ງ​ຂອງ, ຂາດ​ຊັບ​ສິນ, ຂາດ​ລາຍ​ໄດ້, ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດສ່ວນ​ຫລາຍ​ມັກ​ໃຊ້​ເຊັ່ນ ຄົນ​ທຸກ​ຍາກ, ຄອບ​ຄົວ​ທຸກ​ຍາກ, ສະ​​ມາ​ຄົມ​ຊ່ວຍ​ເຫລືອ​ຄົນ​ທຸກ​ຍາກ, … ເຊິງໃນ​ພາ​ສາ​ໄທ​ແມ່ນ​ໃຊ້​ຄຳ​ວ່າ “จน” คนจน, ความจน, ประเทศยากจน….

ຕົວ­ຢ່າງ:

  • ໃນ​ໂລກ​ນີ້​ຍັງ​ມີ​ຫລາຍໆ​ປະ​ເທດ​ທີ່​ຍັງ​ພົບ​ກັບ​ຄວາມ​ທຸກ​ຍາກ​ຢູ່.
  • ໄດ້​ເຫັນ​ພາບ​ຂອງ​ນັກ​ຮຽນ​ໂຮງ​ຮຽນ​ກິນ​ນອນ​ແຫ່ງ​ໜຶ່ງ​ໃນ​ແຂວງ​ຫລວງ​ນ້ຳ​ທາ​ທຸກ​ຍາກ​ຫລາຍ, ໃນ​ໄລ​ຍ​ະ​ລະ​ດູ​ໜາວ​ເຂົາ​ເຈົ້າ​ໄດ້​ເອົາ​ກະ​ສອບ​ໃສ່​ເຂົ້າ​ມາ​ຫົ່ມ​ເພື່ອ​ກັນ​ໜາວ.
  • ​ສະ​ມາ​ຄົມ​ຊ່ວຍ​ເຫລືອ​ຄົນ​ທຸກ​ຍາກ​ໄດ້​ເອົາ​ອາ​ຫານ​ໄປ​ຊ່ວຍ​ເຫລືອ​ບ້ານ​ທຸກ​ຍາກ.
ສະຫຼຸບ.

ຄໍາວ່າ: ທຸກ​ຍາ​ກ ໃນ​ພາ​ສາ​ລາວໝາຍ​ເຖິງ​ຂາດ​ເຂີນ​ວັດ​ຖຸ​ສິ່ງ​ຂອງ, ຂາດ​ຊັບ​ສິນ, ຂາດ​ລາຍ​ໄດ້, ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດສ່ວນ​ຫລາຍ​ມັກ​ໃຊ້​ເຊັ່ນ ຄົນ​ທຸກ​ຍາກ, ຄອບ​ຄົວ​ທຸກ​ຍາກ, ສະ​​ມາ​ຄົມ​ຊ່ວຍ​ເຫລືອ​ຄົນ​ທຸກ​ຍາກ, …

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປ່ອງຢ້ຽມພາສາລາວ