ຄໍາວ່າ “ຖ້າ” ແລະ “ຄອຍ” ມີຄວາມໝາຍຄືກັນບໍ່ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຖ້າ” ແລະ “ຄອຍ”

ຄໍາວ່າ “ຖ້າ” ແລະ “ຄອຍ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ຊຶ່ງລາຍລະອຽດມີດັ່ງລຸ່ມນີ້:

ຄໍາວ່າ “ຖ້າ” ມີຄວາມໝາຍຄືກັນກັບຄອຍ, ຄອງ (ຄອງຖ້າ, ຄອຍຖ້າ), ລໍ, ລໍຄອຍ, ຫຼຽວເບິ່ງຫາ ຊຶ່ງເປັນການຂອງບຸກຄົນນຶ່ງຕໍ່ບຸກຄົນອື່ນ. “ຖ້າ” ເປັນການສະແດງເຖິງອາລົມທີ່ຄິດຮອດຍ້ອນເຫັດຜົນໃດນຶ່ງ ອັນເກີດຄວາມຜູກພັນ ດັ່ງ ຄວາມຮັກ, ວຽກງານ ແລະ ອື່ນໆ ເຊັ່ນ: ຖ້າຢູ່ເຮືອນ, ຖ້າຢູ່ສະຖານີລົດ, ຖ້າຢູ່ເດີນບິນ, ຖ້າກິນເຂົ້າ ແລະ ອື່ນໆ. ນອກຈາກນັ້ນ, “ຖ້າ” ໃນຫຼັກໄວຍະກອນຍັງເປັນຄໍາສັນທານ ຫຼື ຄໍາຕໍ່ ເປັນການສະແດງຄວາມຄາດໝາຍໄປໃນທາງໃດນຶ່ງ ເຊັ່ນ: ຜິ, ຖ້າວ່າ, ແມ່ນວ່າ, ຫາກວ່າ.

ຄໍາວ່າ “ຄອຍ” ມີຄວາມໝາຍຄືກັນກັບ “ຖ້າ”, ຄອງ, ຄອງຖ້າ, ລໍຖ້າ, ລໍ, ຫຼຽວເບິ່ງຫາ ຊຶ່ງເປັນການຂອງບຸກຄົນນຶ່ງຕໍ່ບຸກຄົນອື່ນ. “ຄອຍ” ເປັນການສະແດງເຖິງອາລົມທີ່ຄິດຮອດຍ້ອນເຫັດຜົນໃດນຶ່ງ ອັນເກີດຄວາມຜູກພັນ ດັ່ງ ຄອຍຮັກ, ຄອຍວຽກງານ ແລະ ອື່ນໆ ເຊັ່ນ: ຄອຍຖ້າຢູ່ເຮືອນ, ຄອຍຢູ່ສະຖານີລົດ, ລໍຄອຍຢູ່ເດີນບິນ, ຄອຍກິນເຂົ້າ ແລະ ອື່ນໆ.

SA Game
DooDiDo

“ຖ້າ” ແລະ “ຄອຍ” ຍັງສາມາດໃຊ້ຄວບຄູ່ກັນ ແຕ່ໃຫ້ຄວາມໝາຍຄືກັນດັ່ງໄດ້ອະທິບາຍມາຂ້າງເທິງ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຖ້າ”.

“ຖ້າ” (1. ຄໍາກິລິຍາ) ຄອງ, ຄອຍ. (1. ຄໍາສັນທານ ຫຼື ຄໍາຕໍ່) ເປັນການສະແດງຄວາມຄາດໝາຍໄປ ໃນທາງໃດນຶ່ງ. ຜິ. ຖ້າວ່າ. ແມ່ນວ່າ. ຫາກວ່າ.

ຕົວຢ່າງ:

  • ຫຼັງຈາກເລີກໂຮງຮຽນ, ນັກຮຽນຄົນນຶ່ງ ຖ້າພໍ່ແມ່ມາຮັບເປັນເວລາຫຼາຍຊົ່ວໂມງກໍຍັງບໍ່ມາ ອາດເປັນເພາະ ລົດຕິດຫຼາຍ.
  • ຫຼາຍຄົນຄອງຖ້າທ່ານປະທານຂຶ້ນກ່າວເປີດພິທີການວາງສະແດງເປັນເວລາດົນແລ້ວ ແຕ່ປະກົດວ່າຍັງບໍ່ເປັນ ເພີ່ນມາເທື່ອ.

ຄວາມໝາຍຄຳວ່າຄອຍ”.

“ຄອຍ” (1. ຄໍາກິລິຍາ) ຖ້າ, ຄອງ, ຫຼຽວ, ຫຼຽວເບິ່ງ, ເບິ່ງ.

ຕົວຢ່າງ:

  • ຫຼັງຈາກເລີກໂຮງຮຽນ, ນັກຮຽນຄົນນຶ່ງ ຄອຍພໍ່ແມ່ມາຮັບເປັນເວລາຫຼາຍຊົ່ວໂມງກໍຍັງບໍ່ມາ ອາດເປັນ ເພາະລົດຕິດຫຼາຍ.
  • ຫຼາຍຄົນຄອງຄອຍທ່ານປະທານຂຶ້ນກ່າວເປີດພິທີການວາງສະແດງເປັນເວລາດົນແລ້ວ ແຕ່ປະກົດວ່າຍັງບໍ່ ເປັນເພີ່ນມາ.

ສະຫຼຸບ.

ຄໍາວ່າ “ຖ້າ” ແລະ “ຄອຍ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ສາມາດເວົ້າຄູ່ກັນ “ຄອຍຖ້າ” ແຕ່ກະຍັງໃຫ້ຄວາມໝາຍຄືເກົ່າ ຊຶ່ງໝາຍເຖິງການຄອງ, ຄອງຄອຍ, ຄອງຖ້າ, ລໍ, ລໍຖ້າ, ລໍຄອຍ ເປັນການ ເບິ່ງຫາກົງກັນຂ້າມກັບ “ໄປປະ, ໜີປະ, ໄປກ່ອນ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo