ຄໍາວ່າ “ຕໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕໍ” ໝາຍເຖິງແມ່ນອັກສອນ ຫຼື ພະຍັນຊະນະຕົວທີ 10 ຫຼັງໂຕ “ດໍ” ແລະ ກ່ອນໂຕ “ຖໍ”, ໂຕ ຕໍ ເປັນພວກອັກສອນ ກາງ ແລະ ໃຊ້ເປັນຕົວສະກົດພິເສດ ແທນໂຕ “ດ” ໄດ້ໃນຄໍາທີ່ມາຈາກພາສາຕ່າງປະເທດ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ຕໍ ແລະ ທຽບໃສ່ຕາ ເພື່ອໃຫ້ຈໍາໄດ້ງ່າຍ ດັ່ງ “ຕໍ ອາ ຕາ (ຕxາ=ຕາ)”.

ນອກຈາກນີ້, “ຕໍ” ຍັງໝາຍເຖິງເຫງົ້າຂອງກົກໄມ້ ຫຼື ກົກໄມ້ທີ່ຖືກຕັດເອົາຕົ້ນຂອງມັນອອກໄປແລ້ວ ແລະ ຍັງແຕ່ເຫງົ້າທີ່ພົ້ນດິນໃຫ້ເຫັນ ເອີ້ນ ຕໍໄມ້. ນອກຈາກຕົ້ນໄມ້ແລ້ວຕົ້ນເຟືອງທີ່ກ່ຽວເອົາເຂົ້າອອກໄປແລ້ວ ນັ້ນກໍເອີ້ນວ່າຕໍເຊັ່ນກັນ ດັ່ງ ຕໍເຟືອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າຕໍ”.

“ຕໍ” (1. ຄໍານາມ) ພະຍັນຊະນະໂຕທີ 10 ເປັນພວກອັກສອນກາງ ແລະ ໃຊ້ເປັນຕົວສະກົດພິເສດ ແທນໂຕ “ດ” ໄດ້ໃນຄໍາທີ່ມາຈາກພາສາຕ່າງປະເທດ. ກົກຂອງຕົ້ນໄມ້ ທີ່ຕັດຕົ້ນອອກແລ້ວ.

 

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ຕໍ ສະລະອາ ຕາ”.
  • ຫຼັງຈາກການຈູດໄຮ່ເຮັດເຂົ້າຂອງປະຊາຊົນ ເຮົາສາມາດແນມເຫັນຕໍໄຮ່ (ຕໍໄມ້ຢູ່ໄຮ່) ເປັນສີດໍາ ຢັ່ງຢາຍກັນຢູ່ເປັນແຖວ.
  • ວານນີ້ໄຟໄໝ້ຕໍເຟືອງທີ່ປະຊາຊົນຫາກໍຕີເຂົ້າແລ້ວ ແລະ ໄດ້ລູກລາມໄປຢ່າງໄວວາເຮັດໃຫ້ຄວັນ ເຕັມທົ່ວທົ່ງນາ.

ສະຫຼຸບ.

ຄໍາວ່າ “ຕໍ” ແມ່ນພະຍັນຊະນະຢູ່ລໍາດັບທີ 10 ຫຼັງໂຕ “ດໍ” ແລະ ກ່ອນໂຕ “ຖໍ” ຈັດຢູ່ພວກອັກສອນ ກາງ, ໃຊ້ເປັນຕົວສະກົດພິເສດແທນໂຕ “ດ”. ນອກຈາກນີ້, “ຕໍ” ຍັງແມ່ນຕໍໄມ້ ຫຼື ເຫງົ້າຂອງກົກໄມ້ ແລະ ຍັງໃຊ້ເອີ້ນກົກເຟືອງທີ່ກ່ຽວເອົາເຂົ້າອອກໄປແລ້ວວ່າ ຕໍເຟືອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo