ຄໍາວ່າ “ຕ້ອນ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຕ້ອນ” ມີຄວາມໝາຍແນວໃດ?

ໃນ​ບົດ​ນີ້​ຈະ​ຂໍ​ຍົກ ​ຄໍາວ່າ “ຕ້ອນ” ມາ​ເປັນ​ຫົວ​ຂໍ້​ເພື່ອ​ອະ​ທິ​ບາຍ​ລາ​ຍ​ລະ​ອຽດ​ນຳ​ກັນ ເຊິງວ່າ ຄຳ​ວ່າ ຕ້ອນ ແມ່ນມີຫຼາຍຄວາມໝາຍນຶ່ງໃນນັ້ນ ເປັນວິທີການເຮັດກັບດັກເອົາປາ ເອີ້ນຕ້ອນ ຊຶ່ງເປັນວິ ທີການນຶ່ງ ໃກ້ຄຽງກັບການເຮັດຫຼີ ເຮັດໄຊ ດັກປາ.

ພ້ອມກັນນັ້ນ, ຍັງໝາຍເຖິງການໄປຮັບ ຫຼື ໄປສົ່ງ, ພາມາ ຫຼື ພາໄປ ເອີ້ນໄປຮັບໄປຕ້ອນ, ການຕ້ອນຮັບແຂກຄົນທີ່ມາຢາມ ຫຼື ຕ້ອນຮັບລູກຄ້າທີ່ມາໃຊ້ບໍລິ ການໂຮງແຮມ, ບ້ານພັກ, ຮ້ານອາຫານ. ນອກຈາກນັ້ນ, ຍັງໝາຍເຖິງການໄລ່ສັດໄປຕາມທີ່ເຮົາຢາກໃຫ້ ໄປ ເຊັ່ນ: ຕ້ອນຝູງງົວໄປເຂົ້າຄອກ, ຕ້ອນຄວາຍໄປກິນຫຍ້າ, ຕ້ອນໄກ່ໃຫ້ເຂົ້າລົກ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຕ້ອນ”.

“ຕ້ອນ” (1. ຄໍານາມ) ຜຽກທີ່ຕັນທາງນໍ້າໄວ້ ຫຼື ຕັນຂວາງນໍ້າໄວ້ ເພື່ອບໍ່ໃຫ້ປາໄປໄດ້. (2. ຄໍາກິລິຍາ) ຮັບ, ພາມາ ຫຼື ພາໄປ, ກັນໄວ້, ກັນບໍ່ໃຫ້ໄປຕາມທີ່ຕ້ອງການ, ໄລ່ໄປໃສ່ທີ່ຕ້ອງການ.

ຕົວ­ຢ່າງ: 

  • ການເຮັດຕ້ອນເຮັດຫຼີ ເພື່ອດັກເອົາປາ ມາບໍລິໂພກແມ່ນພູມປັນຍາຂອງປະຊາຊົນ ທີ່ສືບທອດກັນມາ ຫຼາຍລຸ້ນຄົນ.
  • ປະຊາຊົນລາວ ພໍຮອດຍາມຝົນ ໂດຍສະເພາະເວລານ້ຳນອງ ມັກນິຍົມກັນ ໄປໃສ່ມອງ ໃສ່ຕ້ອນ ໃສ່ໄຊ ໃສ່ເບັດ ຕາມນໍ້າ ຕາມທົງນາ ເພື່ອໃຫ້ໄດ້ປານ້ອຍປາໃຫຍ່ ເອົາໄປເຮັດໝົກເຮັດປີ້ງກິນເຮັດໃຫ້ ມີຄວາມສຸກອີກແບບນຶ່ງ.
  • ເວລາຈັດກອງປະຊຸມລະດັບສາກົນ ແມ່ນມີແຂກມາຈາກຫຼາຍປະເທດ ດັ່ງນັ້ນຈິ່ງຕ້ອງໄດ້ກະກຽມການ ຕ້ອນຮັບແຂກບ້ານແຂກເມືອງ ຊຶ່ງປະກອບມີການຕ້ອນຮັບຢູ່ເດີນບິນ, ການຮັບສົ່ງ, ການພັກເຊົາ, ການປະຊຸມ ແລະ ອື່ນໆ.
  • ມື້ວານນີ້ ໄປຕ້ອນໝູ່ມາແຕ່ຕ່າງປະເທດ ຢູ່ສະໜາມບີນວັດໄຕ ໄດ້ຮັບຂອງຕ້ອນຈາກພີ່ນ້ອງທີ່ຝາກ ມານໍາລາວ
  • ໃນແຕ່ລະມື້ ພໍຮອດຕອນແລງ ລາວຈະໄປຕ້ອນຝູງງົວ ເພື່ອໄປແຫຼ່ງຢູ່ຄອກ ຈາກນັ້ນ ຈິ່ງດັງໄຟ ເພື່ອໄລ່ຍຸງໄລ່ຮີ້ນບໍ່ໃຫ້ກັດງົວ.

ສະຫຼຸບ.

ຄໍາວ່າ “ຕ້ອນ”​ ໝາຍເຖິງການຕັນນໍ້າ ເພື່ອເອົາປາ ເປັນວິທີໃນການຫາປາອີກຢ່າງນຶ່ງ ນອກເໜືອຈາກ ການເຮັດຫຼີ ຫຼື ໃສ່ໄຊ. ພ້ອມກັນນັ້ນ, ຍັງໝາຍເຖິງການພາໄປພາມາ ຫຼື ເອີ້ນໄປຕ້ອນໄປຮັບ ຫຼື ການ ຕ້ອນຮັບແຂກ. ອີກຄວາມໝາຍນຶ່ງໝາຍເຖິງການໄລ່ຕ້ອນ ໂດຍສະເພາະແມ່ນການຕ້ອນຝຸງສັດໃຫ້ໄປ ຕາມທີ່ຕ້ອງການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo