ຄໍາວ່າ “ຕັ້ງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕັ້ງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕັ້ງ” ໝາຍເຖິງການເຮັດໃຫ້ສິ່ງຂອງທີ່ນອນຢູ່ ຫຼື ວາງຂອງທີ່ລົ້ມໃຫ້ຊັນຂຶ້ນ ຫຼື ຊີ້ຂຶ້ນຟ້າອາດ ຈະຫງ່ຽງ ຫຼື ຕັ້ງສາກ ກໍໄດ້ ເອີ້ນຕັ້ງຂຶ້ນ ເຊັ່ນ: ຕັ້ງຕັ່ງທີ່ລົ້ມ, ຕັ້ງຈອກນໍ້າ, ຕັ້ງໝໍ້ແກງ, ຕັ້ງຂວດ, ຕັ້ງ ຊອງເອກະສານ ເປັນຕົ້ນ. “ຕັ້ງ” ຍັງໝາຍເຖິງສະຖິດ ຫຼື ດໍາລົງ ຫຼື ປະພຶດ ດັ່ງ ຕັ້ງຈິດຕັ້ງໃຈ, ຕັ້ງສະຕິ

, ຕັ້ງຢູ່ໃນທໍາ, ຕັ້ງອະທິຖານ, ຕັ້ງອົກຕັ້ງໃຈ. ນອກຈາກນີ້, “ຕັ້ງ” ຍັງໝາຍເຖິງການໃຫ້ຕໍ່າແໜ່ງ ຫຼື ຍົກ ໃຫ້ສູງຂຶ້ນ ຊຶ່ງເປັນການເຮັດໃຫ້ມີຖານະ ຫຼື ເປັນທີ່ຮັບຮູ້ໃນສັງຄົມດີກວ່າເກົ່າ ເຊັ່ນ: ຕັ້ງເປັນນາຍບ້ານ, ແຕ່ງຕັ້ງເປັນເຈົ້າເມືອງ, ແຕ່ງຕັ້ງເປັນເຈົ້າແຂວງ, ແຕ່ງຕັ້ງເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງເປັນປະທານ ປະເທດ, ແຕ່ງຕັ້ງເປັນຫົວໜ້າຫ້ອງການ, ແຕ່ງຕັ້ງເປັນເລຂາພັກແຂວງ.

ພ້ອມນັ້ນ, “ຕັ້ງ” ຍັງໝາຍເຖິງ ມຸ່ງມາດປາດຖະໜາ, ອົດທົນ ຫຼື ເອົາໃຈໃສ່ ເປັນຕົ້ນ ຕັ້ງໃຈ, ຕັ້ງໝັ້ນ, ຕັ້ງໜ້າ, ຕັ້ງໜ້າຄອຍ, ຕັ້ງໄຝ່ ຝັນ. ອີກຄວາມໝາຍນຶ່ງ, “ຕັ້ງ” ຍັງໝາຍຄວາມວ່າ ບຸ, ແຕ່, ເຖິງ, ຈາກໄປ ເຊັ່ນ: ຕັ້ງຫຼາຍມື້, ຕັ້ງແຕ່ ຍັງນ້ອຍ, ຕັ້ງດົນ, ເສຍຕັ້ງພັນ, ຄົນຕັ້ງລ້ານ. ຄໍາວ່າ “ຕັ້ງ” ເວລາໄປປະສົມກັບຄໍອື່ນຍັງໃຫ້ຄວາມໝາຍ ເຊັ່ນ: ຕັ້ງໄຂ່ ແມ່ນສອນຢືນ, ຮຽນຢືນ (ເດັກນ້ອຍ).

SA Game
DooDiDo

ຕັ້ງໃຈ ແມ່ນອົດ, ທໍາໃຈໃຫ້ດີ ແລະ ມຸ່ງໝາຍ. ຕັ້ງ ແຕ່ ແມ່ນຈໍາເດີມ, ແຣກ ຫຼື ຕົ້ນເດີມ. ຕັ້ງແຕ່ງ ແມ່ນຍົກຂຶ້ນເປັນດີ, ແຕ່ງໃຫ້ມີໜ້າທີ່ ແລະ ອໍານາດ. ຕັ້ງ ຕົ້ນແມ່ນຂຶ້ນຕົ້ນ ຫຼື ແຣກທໍາຂຶ້ນ. ຕັ້ງທ້ອງແມ່ນມານລູກ. ຕັ້ງຕິແມ່ນຕິເຮັດ. ຕັ້ງຕົນຕັ້ງໂຕແມ່ນສ້າງເນື້ອ ສ້າງໂຕ ຫຼື ເຮັດໃຫ້ມີຊີວິດການເປັນຢູ່ ລວມທັງຖານະໃຫ້ດີຂຶ້ນ. ພ້ອມນັ້ນ, ຍັງມີຕັ້ງກະຕິກາ, ຕັ້ງກະທູ້, ຕັ້ງຂໍ້ສັງເກດ, ຕັ້ງຄ່າ, ຕັ້ງບັນຫາ, ຕັ້ງຄຳຖາມ, ຕັ້ງສຳນວນ, ຕັ້ງຊື່, ຕັ້ງດົນ, ຕັ້ງທ່າ, ຕັ້ງທ່າຮັບ, ຕັ້ງນານ

ຕັ້ງບໍ່ຮູ້ຈັກອ່ີຫຍັງ, ຕັ້ງຢູ່, ຕັ້ງລາຄາ, ຕັ້ງເຄົ້າ, ຕັ້ງຮັບ, ຕັ້ງເຮັດ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕັ້ງ”.

“ຕັ້ງ” (1. ຄໍາກິລິຍາ) ວາງຂອງທີ່ລົ້ມໄດ້ໃຫ້ຊັນຢູ່, ສະຖິດ, ດໍາລົງ, ປະພຶດ ດັ່ງ “ຕັ້ງຢູ່ໃນທໍາ”; ຍົກໃຫ້ສູງຂຶ້ນ, ຍົກໃຫ້ມີຖານະດີກວ່າເກົ່າ ດັ່ງ “ຕັ້ງເປັນເຈົ້າເມືອງ”; ມຸ່ງ, ອົດ, ເອົາໃຈໃສ່ ດັ່ງ ຕັ້ງໃຈ. ບຸ, ແຕ່, ເຖິງ, ຈາກໄປ ດັ່ງ “ເສຍຕັ້ງພັນ, ຄົນຕັ້ງໝື່ນ”.

ຕົວຢ່າງ:

  • ເນື່ອງຈາກຫຼັກເສົາໄຟຟ້າຖືກລົມພະຍຸພັດແຮງ ແລະ ເຮັດໃຫ້ໂຄ່ນລົ້ມລົງ ດັ່ງນັ້ນພະນັກງານ ໄຟຟ້າຈຶ່ງໄດ້ຕັ້ງຫຼັກເສົາຄືນໃໝ່ ເພື່ອໃຫ້ສາມາດໃຊ້ໄຟຟ້າໄດ້ປົກກະຕິ.
  • ການແຕ່ງຕັ້ງປະທານປະເທດແມ່ນເຮັດພາຍຫຼັງການເລືອກຕັ້ງ ແລະ ໄດ້ຮັບຮອງຈາກສະພາແຫ່ງ ຊາດ.
  • ຕັ້ງແຕ່ນ້ອຍຈົນໃຫຍ່ຂ້ອຍຍັງບໍ່ໄດ້ໄປປະເທດທີ່ຢູ່ໃນທະວີບຢູໂລບ ຕາມຄວາມໄຝ່ຝັ່ນທີ່ໄດ້ຕັ້ງເປົ້າ ໝາຍໄວ້ແຕ່ນ້ອຍ.
  • ຕັ້ງແຕ່ແຂວງຫຼວງພະບາງຈົນເຖິງນະຄອນຫຼວງວຽງຈັນມີໄລຍະຫ່າງປະມານ 300 ປາຍກິໂລ ແມັດ.
  • ຕັ້ງແຕ່ຫົວໜ້າຜູ້ເກົ່າໄດ້ຈາກໄປຫົວໜ້າໃໝ່ມາແທນ ຍັງບໍ່ທັນໄດ້ເຫັນເພີ່ນຈັກເທື່ອ.

ສະຫຼຸບ.

ຄໍາວ່າ “ຕັ້ງ” ໝາຍເຖິງການວາງສິ່ງຂອງ ຫຼື ວັດຖຸຢ່າງໃດນຶ່ງທີ່ລົ້ມໄດ້ໃຫ້ຊັນ ຫຼື ຊີ້ຟ້າ ລວມທັງຊັນຂຶ້ນ ອາດຈະເນີ້ງ ຫຼື ຕັ້ງສາກກັບດິນ. ພ້ອມນັ້ນ, ຍັງໝາຍເຖິງການສະຖິດ ຫຼື ດໍາລົງ ຫຼື ຍົກໃຫ້ສູງຂຶ້ນໃຫ້ ມີຖານະດີກວ່າເກົ່າ. ນອກຈາກນັ້ນ, “ຕັ້ງ” ຍັງໝາຍເຖິງຄວາມຕັ້ງໃຈ ຫຼື ອົດທົນເອົາໃຈໃສ່. ອີກຄວາມ ໝາຍນຶ່ງ “ຕັ້ງ” ແມ່ນໝາຍເຖິງແຕ່ ຫຼື ຕັ້ງແຕ່, ຕັ້ງແຕ່ເໜືອເຖິງໃຕ້, ຕັ້ງແຕ່ຈາກໄປ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo