ຄໍາວ່າ “ຕັກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕັກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕັກ” ແມ່ນການເອີ້ນ ໜ້າຂາຂອງຄົນວ່າ ຕັກ ຊຶ່ງໄລ່ເອົາຕັ້ງແຕ່ຫົວເຂົ່າຍາວລົງໄປເຖິງກົກຂາໃນ ເວລານັ່ງ ຊຶ່ງເອີ້ນກັນຫຼາຍຢ່າງຕາມພຶດຕິກໍາເຊັ່ນ: ໜ້າຕັກ, ນັ່ງຕັກ, ນັ່ງຢູ່ຕັກ, ນັ່ງເທິງຕັກ, ອຸ້ມນັ່ງຕັກ, ອຸ້ມໃສຕັກ, ຂີ່ຕັກ. ແຕ່ຖ້າຕັກຫງ່າຍ ແມ່ນນັ່ງກົ້ນຂີ້ທັ່ງ. “ຕັກ” ຍັງໃຊ້ເອີ້ນຂະໜາດຄວາມກວ້າງຂອງພະ ພຸດທະຮູບແບບນັ່ງຂັດສະມາທິ ໂດຍວັດແທກຈາກສຸດເຂົ່າເບື້ອງ ນຶ່ງໄປຫາສຸດເຂົ່າເບື້ອງນຶ່ງ ເຊັ່ນ: ພະ ທຸດທະຮູບໜ້າຕັກກວ້າງ30 ນິ້ວ, ພະທຸດທະຮູບໜ້າຕັກກວ້າງ 60 ນິ້ວ, ພະທຸດທະຮູບໜ້າຕັກກວ້າງ 90 ນິ້ວ, ພະທຸດທະຮູບໜ້າຕັກກວ້າງ 1 ແມັດ ເປັນຕົ້ນ. “ຕັກ” ຍັງໃຊ້ ເອີ້ນຊື່ໄກ່ນ້ອຍທີ່ຄົນລ້ຽງໄວ້ ຊຶ່ງເຮົາ ມັກພາກັນເອີ້ນວ່າ ໄກ່ຕັກ ນັ້ນເອງ.

ນອກຈາກນີ້, “ຕັກ” ມີຄວາມໝາຍອີກວ່າແມ່ນສິ່ງຂອງ ຫຼື ພາຊະນະ ທີ່ໃຊ້ຊ້ວານສິ່ງຂອງຂຶ້ນຈາກບ່ອນ ເດີມເຊັ່ນ ໃຊ້ບ່ວງຕັກໆແກງ, ໃຊ້ໂອ ຫຼື ກະບວຍຕັກນໍ້າ, ໃຊ້ຄຸຕັກນໍ້າ, ໃຊ້ບາດຕັກນໍ້າ, ໃຊ້ຊ້ວນຕັກດິນ, ໃຊ້ລໍ້ຕັກດິນ, ໃຊ້ລົດຕັກແຮ່ ແລະ ອື່ນໆ. ວັດສະພຸທີ່ຖືກຕັກນັ້ນແມ່ນອາດຈະເປັນຂອງແຫຼວ, ຝຸ່ນ, ຊາຍ, ແຮ່ ຫຼື ສິ່ງຂອງແຂງໆເຊັ່ນ: ນໍ້າ, ນໍ້າມັນ, ຊາຍ, ຫິນແຮ່, ດິນ, ຂີ້ເຫຍື້ອ, ເຂົ້າ, ແກງ, ແກບ, ຮໍາ ແລະ ອື່ນໆ. “ຕັກ” ເວລາໄປປວກກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປເຊັ່ນ: ຕັກຄັນ ແມ່ນຊື່ໄມ້ຫອມ ແນວນຶ່ງ, ຕັກໄສ ແມ່ນຕາຍ, ຕັກແຕນ ແມ່ນແມງຈໍາພວກນຶ່ງຂາແຂງ ເຕັ້ນໄດ້ໄກມີປີກບິນ ແລະ ກິນຫຍ້າເປັນອາ ຫານ, ຕັກເຕືອນ ແມ່ນເວົ້າໃຫ້ຮູ້ໂຕ ຫຼື ບອກໃຫ້ຮູ້ໄວ້ກ່ອນ, ຕັກບາດ ແມ່ນເອົາອາຫານ ຫຼື ສິ່ງຂອງທີ່ ໃຫ້ທານໃສ່ລົງໃນບາດຂອງພິກຂຸ, ຕັກກະສາດ ແມ່ນວິຊາເລກຢ່າງນຶ່ງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕັກ”.

“ຕັກ” (1. ຄໍານາມ) ໜ້າຂາຕັ້ງແຕ່ເຂົ່າເຖິງກົກຂາໃນເວລານັ່ງ. ຊື່ໄກ່ນ້ອຍທີ່ຄົນລ້ຽງຮຽກວ່າ ໄກ່ຕັກ. (2. ຄໍາກິລິຍາ) ພາຊະນະຊ້ວານສິ່ງ ຂອງຂຶ້ນຈາກບ່ອນເດີມ ດັ່ງ ຕັກແກງ ເປັນຕົ້ນ.

ຕົວຢ່າງ:

  • ເຊົ້າມື້ນີ້ອາກາດໜາວຫຼາຍ ມີຜູ້ເຖົ້າຫຼາຍຄົນອຸ້ມເດັກນ້ອຍນັ່ງຕັກຝິງໄຟ, ຈີ່ມັນກິນ, ລົມກັນຢ່າງ ອົບອຸ່ນ.
  • ລາວຕັກຫງ່າຍຢ່າງແຮງ ເພາະໃນຂະນະທີ່ກໍາລັງນັ່ງລົງ ແຕ່ມີໝູ່ຄົນນຶ່ງພັດຈັບຕັ່ງອອກໄປນັ່ງ.
  • ຕູ້ສາລ້ຽງໄກ່ຫຼາຍຂະໜາດ ເບີ່ງໄກ່ຕັກມີແຕ່ໂຕງາມໆ ແລະ ເປັນຕາແພງ ວ່າຊິຂໍລາວໄປລ້ຽງ ຈັກຄູ່ສອງຄູ່.
  • ລົດຕັກໆ ຂີ້ຊາຍຢູ່ນໍ້າຂອງໃສ່ລົດບັນທຸກໃຫຍ່ຂະໜາດ 20 ແມັດກ້ອນ ຫຼາຍບ່ວງຈິ່ງເຕັມ.
  • ຂ້ອຍອອກກໍາລັງກາຍດ້ວຍການໃຊ້ຄຸຕັກນໍ້າໃນສ້າງ ເພື່ອຖອກໃສ່ໂອ່ງໃຫຍ່ປະມານ 15 ຄຸຈິ່ງ ເຕັມໂອ່ງນຶ່ງ.

ສະຫຼຸບ.

ຄໍາວ່າ “ຕັກ” ແມ່ນໜ້າຂາຂອງຄົນໄລ່ເອົາຕັ້ງແຕ່ຫົວເຂົ່າຍາວລົງໄປເຖິງກົກຂາໃນເວລານັ່ງ ຄໍາກ່ຽວກັບ ຕັກມີ ໜ້າຕັກ, ນັ່ງຕັກ, ອຸ້ມນັ່ງຕັກ, ຂີ່ຕັກ, ຕັກຫງ່າຍ. ພ້ອມນັ້ນ “ຕັກ” ແມ່ນການວັດແທກຈາກສຸດເຂົ່າ ເບື້ອງນຶ່ງໄປຫາສຸດເຂົ່າເບື້ອງນຶ່ງ ຫຼື ເອີ້ນຂະໜາດຄວາມກວ້າງຂອງພະພຸດທະຮູບແບບນັ່ງຂັດສະມາທິ ວ່າກວ້າງທໍ່ໃດ. “ຕັກ” ຍັງໝາຍເຖິງສິ່ງຂອງ ຫຼື ພາຊະນະ ທີ່ໃຊ້ຕັກ, ຊ້ວານສິ່ງຂອງຂຶ້ນ ເຊັ່ນ: ລົດຕັກ, ຊ້ວານ, ໂອ, ບ່ວງ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo