ຄໍາວ່າ “ຍານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍານ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍານ” ແມ່ນຊື່ຢາງໄມ້ຫອມຊະນິດຫນຶ່ງທີ່ເກີດຈາກຕົ້ນຍານມີຕາມທຳມະຊາດເຂດພູດອຍສ່ວນ ໃຫຍ່ຢູ່ທາງເໜືອຂອງລາວ, ຫວຽດນາມ ແລະ ພາກໃຕ້ຈີນ. ຍານຖືກນໍາມາໃຊ້ເຮັດນໍ້າຫອມ, ເປັນຢາ ແລະ ທູບຫອມ. ຢູ່ປະເທດລາວ ໄດ້ມີການຄ້າຂາຍຍານມາເປັນເວລາດົນນານ ແລະ ຍານເປັນຢາງທີ່ມີລາຄາແພງອີກດ້ວຍ. “ຍານ” ຍັງແມ່ນການເອີ້ນພາຫະນະຊະນິດຕ່າງໆ ຫຼື ເຄື່ອງພາໄປທີ່ບໍ່ແມ່ນສັດ ດັ່ງລົດ ແລະ ກຽນ ເປັນຕົ້ນ ຊຶ່ງເຮົາເອີ້ນຕ່າງກັນອອກໄປຄື: ຍານເກາະ, ຍານຍົນ, ຍານອະວະກາດ ແລະ ອື່ນໆ.

ນອກຈາກນີ້, “ຍານ” ຍັງໝາຍເຖິງບໍ່ເຄັ່ງ ບໍ່ຕື່ງບໍ່ເຕັມ ກົງກັນຂ້າມກັບເຄັ່ງ ເຊັ່ນ: ໜ້າຍານ, ໜັງຍານ, ແຂນຍານ, ຂາຍານ, ນົມຍານ, ໂສ້ລົດຍານ. “ຍານ” ຍັງແມ່ນການຢ່ອນເຊືອກລົງ ດັ່ງປະກົດເຫັນຢູ່ປ້ອມ ຍາມຕ່າງໆ ທີ່ມີເຊືອກ ຫຼື ຫຼັກໄມ້ກັ້ນ ເພື່ອເວລາເຂົ້າ-ອອກ ແມ່ນມີເຈົ້າໜ້າທີ່ຢ່ອນຍານເຊືອກໃຫ້ຈຶ່ງຜ່ານ ໄດ້ຕາມລະບຽບການ. “ຍານ” ຍັງໝາຍເຖິງການປະຕິບັດລະບຽບບໍ່ເຄັ່ງຄັດ ຫຼື ເປັນການອານຸລົມກັນ ເຊັ່ນ: ລະບຽບໂຍະຍານ, ຍານເວລາເສັງ ແຕ່ຖ້າເປັນຍານວິຖີ ແມ່ນທາງຍານ ຫຼື ທາງທີ່ຮູ້ແຈ້ງ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍານ”.

“ຍານ” (1. ຄໍານາມ) ໄມ້ແນວນຶ່ງ ຢາງມີກິ່ນຫອມ, ຢາງທີ່ໄດ້ຈາກໄມ້ແນວນັ້ນມີລາຄາແພງ. ເຄື່ອງພາໄປ, ພາຫະນະຕ່າງໆ ດັ່ງລົດ ແລະ ກຽນ ເປັນຕົ້ນ. (2. ຄໍາກິລິຍາວິເສດ) ຢ່ອນລົງ, ທໍາບໍ່ໃຫ້ເຄັ່ງ, ບໍ່ຖືກຕາມລະບຽບເຄັ່ງຄັດ.

ຕົວຢ່າງ:

  • ໄມ້ຍານເປັນໄມ້ຄຸ້ມຄອງທີ່ນອນຢູ່ໃນຕາຕະລາງສັງລວມປະເພດໄມ້ຫວງຫ້າມ, ໄມ້ພິເສດ ແລະ ໄມ້ຄຸ້ມຄອງ ເລກທີ 0008/ກປ ເລກທີ 11/01/2012.
  • ຍານພາຫະນະໃນໂລກປະຈຸບັນ ສ່ວນໃຫຍ່ແມ່ນໃຊ້ຈັກທີ່ກິນນໍ້າມັນ ແລະ ອີກສ່ວນນຶ່ງແມ່ນໃຊ້ພະ ລັງງານໄຟຟ້າ.
  • ຍ້ອນລະບຽບໂຍະຍານ ຈິ່ງເຮັດໃຫ້ທະຫານບໍ່ມີລະບຽບເທົ່າທີ່ຄວນ ແລະ ເກີດມີການລະເມີດລະ ບຽບການຫຼາຍ.

ສະຫຼຸບ.

ຄໍາວ່າ “ຍານ” ແມ່ນຢາງໄມ້ຍານ ຊຶ່ງເປັນຢາງຫອມຊະນິດຫນຶ່ງທີ່ເກີດຕາມທຳມະຊາດ, ຍານນໍາມາ ເຮັດນໍ້າຫອມ, ເປັນຢາ ແລະ ທູບຫອມ. “ຍານ” ແມ່ນພາຫະນະຊະນິດຕ່າງໆໃຊ້ເພື່ອລາກແກ່ ຫຼື ເຄື່ອງພາໄປຈາກບ່ອນນຶ່ງໄປອີກບ່ອນນຶ່ງ ນອກຈາກນີ້, “ຍານ” ແມ່ນບໍ່ເຄັ່ງ ບໍ່ຕື່ງບໍ່ເຕັມ. “ຍານ” ແມ່ນການຢ່ອນເຊືອກລົງຕາມປ້ອມຍາມຕ່າງໆ. “ຍານ” ຍັງໝາຍເຖິງລະບຽບບໍ່ເຄັ່ງຄັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo