ຄໍາວ່າ “ຊື້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊື້” ມີຄວາມໝາຍແນວໃດ?

ຄໍາວ່າ “ຊື້” ໝາຍເຖິງການຈັບຈ່າຍດ້ວຍເງິນຕາຮູບແບບຕ່າງໆ ເຊັ່ນ: ເງິນໂລຫະ, ເງິນເຈ້ຍ, ເງິນດິຈີ ຕອນ ຫຼື ຮູບແບບອື່ນ ເພື່ອແລກປ່ຽນໃຫ້ໄດ້ເຄື່ອງ, ວັດຖຸສິ່ງຂອງ, ການບໍລິການ ຫຼື ຢ່າງອື່ນມາ ເຊັ່ນ: ຊື້ເຄື່ອງໃຊ້, ຊື້ເຄື່ອງກິນ, ຊື້ນໍ້າດື່ມ, ຊື້ຢາ, ຊື້ອຸປະກອນ, ຊື້ລົດ, ຊື້ທີ່ດິນ, ຊື້ເຮືອນ, ຊື້ໂທລະສັບມືຖື, ຊື້ໂທລະພາບ, ຊື້ປີ້ລົດ ອື່ນໆ. “ຊື້” ກົງກັນຂ້າມກັບ “ຂາຍ”.

ນອກຈາກນີ້, ຍັງມີ “ຊື້ໃຈ” ຊຶ່ງເປັນການການຈຸງໃຈ ຫຼື ໂນ້ມນ້າວດ້ວຍຄຸນງາມຄວາມດີ, ການເວົ້ານົວ ຫົວມ່ວນ ຫຼື ວິທີອື່ນ ເພື່ອໃຫ້ຄົນອື່ນເຮັດຕາມ ຫຼື ປົກປ້ອງ. “ຊື້ຈ້າງຈອບອອຍ” ແມ່ນການເອົາເງິນເອົາ ຄໍາ, ເພັດນິນຈິນດາ ຫຼື ວັດຖຸສິ່ງຂອງມີຄ່າໃຫ້ບຸກຄົນໃດນຶ່ງ ເພື່ອແລກກັບຜົນປະໂຫຍດ ຫຼື ໃຫ້ເຮັດຕາມ ບອກຕາມສັ່ງຕາມຈຸດປະສົງຂອງຜູ້ເອົາໃຫ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊື້”.

“ຊື້” (1. ຄໍາກິລິຍາ) ເອົາເງິນ ຫຼື ສິ່ງແທນເງິນແລກກັບຂອງ.

ຕົວຢ່າງ:

  • ໃນແຕ່ລະມື້ຮ້ານອາຫານຊື້ຊີ້ນ, ຊື້ປາ, ຜັກ, ໝາກໄມ້ ແລະ ເຄື່ອງເທດ ເປັນຈໍານວນຫຼາຍ ເພື່ອ ກຽມເຮັດອາຫານໃຫ້ແກ່ລູກຄ້າ.
  • ວັນສຸກຜ່ານມາ, ຂ້າພະເຈົ້າຊື້ລົດໃໝ່ ແລະ ໄດ້ເຮັດພາເຂົ້າສ້າງສັນຕ້ອນຮັບ ເພື່ອໃຫ້ໂຊກໃຫ້ ໝານ.
  • ຜູ້ນໍາການປະຕິວັດລາວແຫກຄຸກໂພນເຄັງໄດ້ຍ້ອນການຊື້ໃຈເຈົ້າໜ້າທີ່ຜູ້ຮັກສາດ້ວຍຄວາມດີ ແລະ ຈິງໃຈ ຈຶ່ງເຮັດໃຫ້ຄົນທີ່ເອົາປືນຈໍ່ຕົນຢູ່ກັບມາຄຸ້ມຄອງຕົນ.

ສະຫຼຸບ.

ຄໍາວ່າ “ຊື້” ແມ່ນການແລກປ່ຽນວັດຖຸສິ່ງຂອງ ຫຼື ການບໍລິການດ້ວຍການຈັບຈ່າຍ ດ້ວຍເງິນຕາຕ່າງໆ ບໍ່ວ່າຊິເປັນເງິນໂລຫະ, ເງິນເຈ້ຍ, ເງິນດິຈີຕອນ. ນອກຈາກນີ້, “ຊື້” ໃນຮູບແບບນາມມະທໍາ ເພື່ອເຮັດ ໃຫ້ຜູ້ອື່ນຮັກ, ເອັນດູ, ເຮັດຕາມ ດັ່ງ ຊື້ໃຈ, ຊື້ຈ້າງ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo