ຄໍາວ່າ “ຊັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊັບ” ໝາຍເຖິງຂີ້ດິນ, ຂີ້ຊາຍບ່ອນທີ່ມີນໍ້າຊືມອອກ ເຮັດໃຫ້ປຽກໆ ຫຼື ຊຸ່ມໆ ແຕ່ບໍ່ເຖິງຂັ້ນເປັນ ນໍ້າອອກບໍ່ ຫຼື ໄຫຼອອກມາແຮງໆ. ນໍ້າຊັບ ມັກພົບເຫັນຫຼາຍຕາມເປີ້ນພູບ່ອນເປັນປ່າໃຫຍ່ ຫຼື ປ່າດົງດີບ ແຄມນໍ້າຫ້ວຍ, ບາງເທື່ອກໍປະກົດເຫັນຢູ່ແຄມຊາຍຫາດທະເລ ເປັນຕົ້ນ. “ຊັບ” ຍັງແມ່ນການເອົາເຈ້ຍ ບາງໆ ທີ່ອອກແບບມາສະເພາະຈູບເອົານໍ້າ (ເອີ້ນເຈ້ຍຊັບ ຫຼື ພາສາອັງກິນເວົ້າວ່າ ທິດຊູ) ມີຫຼາຍແບບ, ຫຼາຍຮູບຮ່າງ ແລະ ລວດລາຍ, ມີຄວາມໜາ, ຄວາມນຸ້ມ, ຄວາມອ່ອນ, ມີກີ່ນ ແລະ ສ່ວນປະສົມແຕກ ຕ່າງກັນອອກໄປ ຂຶ້ນກັບວັດຖຸປະສົງຂອງການໃຊ້, ຂຶ້ນກັບການຕະຫຼາດ ຫຼື ຄວາມຕ້ອງການ ເຊັ່ນ: ເຈ້ຍ ຊັບເຫື່ອ, ເຈ້ຍຊັບ ໃຊ້ສໍາລັບຫ້ອງນໍ້າ, ເຈ້ຍຊັບນໍ້າມັນເວລາຈືນຂອງກິນ, ເຈ້ຍຊັບໄຂມັນໜ້າ, ເຈ້ຍຊັບສຳ ລັບໃຊ້ໃນເຮືອນທົ່ວໄປ.

ນອກຈາກນີ້, “ຊັບ” ຍັງໝາຍເຖິງ ມູນມັງ, ຊັບສິນ ຫຼື ຊັບສົມບັດ ສິ່ງຂອງມີຄ່າ ເປັນຕົ້ນ: ເງິນ, ຄໍາ, ເພັດ, ອັນຍະມານີ, ດິນໄຮ່, ດິນນາ, ດິນສວນ, ເຮືອນຊານບ້ານຊ່ອງ, ລົດ, ພາຫະນະ, ໂທລະສັບ, ແລະ ເຂົ້າຂອງຕ່າງໆ. ນອກຈາກນີ້, ຍັງແມ່ນຊັບໃນດິນສິນໃນນໍ້າ ດັ່ງ ຊັບພະຍາກອນທໍາມະຊາດ ຊຶ່ງ ປະກອບດ້ວຍປ່າໄມ້, ແມ່ນໍ້າ, ບໍ່ເງິນ, ບໍ່ຄໍາ ແລະ ອື່ນໆ (ຍົກເວັ້ນຊັບພະຍາກອນມະນຸດ). “ຊັບ” ຍັງ ໝາຍເຖິງການດູດຊືມ ຫຼື ຈູບໃຫ້ຊືມເຂົ້າ ດ້ວຍສິ່ງຂອງຢ່າງໃດຢ່າງນຶ່ງ ເຊັ່ນ: ເຈ້ຍຊັບນໍ້າ, ດິນແຫ້ງຊັບ ນໍ້າ, ເອົາຜ້າຂົນໜູຊັບນໍ້າເຫື່ອ, ເອົາຍອງຝ້າຍຊັບເລືອດ ແລະ ອື່ນໆ.

SA Game
DooDiDo

“ຊັບ” ຍັງໝາຍເຖິງ ເວົ້າຄ່ອຍໆໃກ້ ຫູ ເອີ້ນວ່າ ຊັບຫູ ຊຶ່ງສິ່ງທີ່ເວົ້າອາດເປັນຄວາມລັບ ຫຼື ບໍ່ຢາກເວົ້າແຮງໃນເວລາປະຊຸມ ຫຼື ບໍ່ຢາກໃຫ້ຄົນ ຮູ້ນໍາຫຼາຍຄົນ. “ຊັບ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງກັນອອກໄປ ດັ່ງ ຊັບຊ້ອນ ຊຶ່ງແມ່ນສັບກັນ ຫຼື ສັບກັນຂຶ້ນເປັນຊັ້ນໆ, ຊັບຂາຫຼອກ ແມ່ນເວົ້າແລ້ວບໍ່ເຮັດຕາມເວົ້າແຕ່ເຮັດຕາມທີ່ຕົນ ຢາກໄດ້ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊັບ”.

“ຊັບ” (1. ຄໍານາມ) ດິນບ່ອນຊືມນໍ້າອອກ. ເຈ້ຍສໍາລັບຈູບເອົານໍ້າ (ເຈ້ຍຊັບ). ເງິນຄໍາເຂົ້າຂອງ, ຊັບສົມ ບັດ. (2. ຄໍາກິລິຍາ) ຊືມ, ຈູບໃຫ້ຊືມເຂົ້າ. ເວົ້າຄ່ອຍໆໃກ້ຫູ.

ຕົວຢ່າງ:

  • ຢູ່ໃນເຮືອນຄົວມີເຈ້ຍຊັບຫຼາຍຢ່າງ ເພື່ອໄວ້ໃຊ້ ເຊັ່ນ: ເຈ້ຍຊັບນໍ້າ ໃຊ້ເວລາລ້າງມືແລ້ວ, ເຈ້ຍຊັບ ນໍ້າມັນ ໃຊ້ເວລາຈືນຊີ້ນ, ປາ ແລະ ອື່ນໆ.
  • ລາວເປັນເສດຖີ ມີຊັບຫຼາຍ ເພາະມີລົດຫຼູຫຼາຍສິບຄັນ, ມີດິນຢູ່ໃຈກາງເມືອງຫຼາຍເຮັກຕາ, ມີທຸລະ ກິດຫຼາຍຢ່າງ.
  • ເອົາເຈ້ຍມານໍ້າຢູ່ເທິງໃຫ້ແດ່ ລູກຊາຍນ້ອຍເຮັດນໍ້າຂວ້າມໃສ່ຫວ່າງກີ້ນີ້ ເອົາມາຫຼາຍນ້ອຍນຶ່ງເດີ.
  • ສອງຄົນເຂົາເຈົ້າຊັບກັນຄ່ອຍໆ ສົງໃສມີຄວາມລັບແນວໃດແນວນຶ່ງ ແລະ ຢ້ານຄົນອື່ນໄດ້ຍີນ.

ສະຫຼຸບ.

ຄໍາວ່າ “ຊັບ” ໝາຍເຖິງຊາຍ, ດິນບ່ອນທີ່ນໍ້າຊືມອອກຕາມສະຖານທ່ຕ່າງໆ. “ຊັບ” ໝາຍເຖິງເຈ້ຍແນວ ນຶ່ງສໍາລັບຈູບເອົານໍ້າ ເອີ້ນເຈ້ຍຊັບ ຫຼື ທິດຊູ (ພາສາອັງກິດ). “ຊັບ” ຍັງໝາຍເຖິງ ຊັບສິນ, ເງິນ, ຄໍາ,  ເພັດ, ພອຍ, ອັນຍະມານີ ແລະ ເຂົ້າຂອງ ຊັບສົມບັດ ຕ່າງໆ. ນອກຈາກນັ້ນ, “ຊັບ” ແມ່ນດູດຊືມ ຫຼື ການຊືມຊັບ ຫຼື ຈູບໃຫ້ຊືມເຂົ້າ. ອີກຄວາມໝາຍນຶ່ງ “ຊັບ” ແມ່ນການເວົ້າຄ່ອຍໆໃກ້ຫູ ຫຼື ຊັບຫູ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo