ຄໍາວ່າ “ຈໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈໍ” ແມ່ນອັກສອນ ຫຼື ພະຍັນຊະນະຕົວທີ 5 ຫຼັງໂຕ “ງໍ” ແລະ ກ່ອນໂຕ “ສໍ”, ຊຶ່ງເປັນອັກສອນ ກາງ ໃຊ້ເປັນຕົວສະກົດໃນແມ່່ກັດໄດ້ ໃນພະຍາງກາງຄໍາ ຕົວຢ່າງ ສຸຈຣິດ ເປັນຕົ້ນ. “ຈໍ” ຍັງແມ່ນໂຕ ໝາ, ຊຶ່ງເຮົາໃຊ້ນັບປີ ດັ່ງ ປີຈໍ ອັນປີທີ 11 ໃນຮອບ 12 ປີ. ຫຼັງປີ “ກຸນ” ແລະ ກ່ອນປີ “ລະກາ” ອີກ ດ້ວຍ.

ນອກຈາກນີ້, “ຈໍ” ຍັງໝາຍເຖິງໜ້າຈໍ ຫຼື ແຜ່ນຜ້າທີ່ຄຶງແຜ່ອອກສໍາລັບໃຫ້ເຫັນ ຮູບເງົາທີ່ສົ່ງອອກສາຍ ຈາກແຜນ ແລະ ຮູບແບບອື່ນໆຕາມເທັກໂນໂລຊີສະໄໝໃໝ່ ດັ່ງ ຈໍໂທລະພາບ, ຈໍໂທລະສັບ, ຈໍຜ້າສາກ, ຈໍຄອມພິວເຕີ ເປັນຕົ້ນ. “ຈໍ” ຍັງໝາຍເຖິງການ ໂຮມກັນຢູ່ ຫຼື ຊຸມກັນ ດັ່ງນົກກິນໝາກໄຮຈໍແຈກັນສຽງ ອຶກກະທຶກນຶກນອງ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າຈໍ”.

“ຈໍ” (1. ຄໍານາມ). ພະຍັນຊະນະຕົວທີ 5 ເປັນພວກອັກສອນກາງ ແລະ ໃຊ້ເປັນຕົວສະກົດໃນແມ່່ກັດໄດ້ ໃນພະຍາງກາງຄໍາດັ່ງ ສຸຈຣິດ ເປັນຕົ້ນ. ໝາ, ປີທີ 11 ໃນຮອບ 12 ປີ. ແຜ່ນຜ້າຄຶງໄວ້ສໍາລັບໃຫ້ເຫັນ ຮູບເງົາທີ່ສົ່ງອອກຈາກແຜນສາຍຢ່າງເຊິ່ງໄດ້ຖອນຮູບໄວ້ໃນນັ້ນແລ້ວ. (2. ຄໍາກິລິຍາ) ຊຸມ, ໂຮມ, ຕອມ, ເຈາະກິນ ດັ່ງ “ຈິບຈາບຈ້ອຍ ຈໍເລ້ມລູກໄຮ” ຈໍແຈ ແມ່ນສຽງແຊວຄ່ອຍໆ ດັ່ງສຽງນົກຈໍໝາກໄມ້.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ຈໍ ຈອກ”.
  • ຄົນເກີດປີຈໍ ຫຼື ປີໝາ ຕາມຄວາມເຊື່ອຫຼາຍຄົນວ່າເປັນຄົນທີ່ສະຫຼາດ, ມີພິບໄຫວ ແລະ ວ່ອງໄວ.
  • ວານນີ້ເຮັດໂທລະສັບຕົກໜ້າຈໍແຕກ, ມື້ນີ້ໄປປ່ຽນຈໍໝົດເງິນຫ້າແສນກີບ ໄດ້ແຕ່ເສຍດາຍແຕ່ກໍຈໍາ ເປັນ.
  • ນົກຫົວຂວານ ຫຼື ນົກຂວາກ ຝຸງໃຫຍ່ຈໍກັນກິນໝາກໄຮຢູ່ເທິງຈອມພູ ສົ່ງສຽງແຊວໆຮອດຕີນພູ.

ສະຫຼຸບ.

ຄໍາວ່າ “ຈໍ” ແມ່ນອັກສອນຕົວນຶ່ງ ຫຼື ພະຍັນຊະນະຕົວທີ 5 ຢູ່ຫຼັງໂຕ “ງໍ” ແລະ ກ່ອນໂຕ “ສໍ”. “ຈໍ” ຍັງໝາຍເຖິງໂຕໝາ. ພ້ອມກັນນັ້ນ, “ຈໍ” ຍັງໝາຍເຖິງຈໍພາບ ຫຼື ໜ້າຈໍຕ່າງໆ ຊຶ່ງເຮັດດ້ວຍແຜ່ນຜ້າ ຫຼື ວັດສະດຸຢ່າງອື່ນ. ອີກຄວາມໝາຍນຶ່ງ, “ຈໍ” ແມ່ນການຢູ່ໂຮມກັນ ຫຼື ອໍ, ຊຸມກັນຢູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo