ຄໍາວ່າ “ຈຸດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈຸດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈຸດ” ແມ່ນຮອຍຈໍ້າເປັນເມັດໆ ທີ່ເກີດຂຶ້ນຢູ່ທົ່ວໄປທັງໃນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ ເຊັ່ນ: ຟ້າ ເປັນຈຸດຢູ່ໜ້າ, ສີດໍາເປັນຈຸດໆຢູ່ຝາເຮືອນ, ດາວແຈ້ງຫຍີບຫຍັບເປັນຈຸດທົ່ວທ້ອງຟ້າ ອື່ນໆ.  “ຈຸດ” ຍັງ ໃຊ້ບອກທິດທາງ ຫຼື ບອກສະຖານທີ່ຈຸດໃດຈຸດນຶ່ງ ດັ່ງ ຈຸດເໜືອສຸດ, ຈຸດໃຕ້ສຸດ, ຈຸດໄກສຸດ, ຈຸດມໍ່ສຸດ, ຈຸດແຄບສຸດ, ຈຸດ ກວ້າງສຸດ, ຈຸດນັດພົບ, ຈຸດເລັ່ງເປົ້າ ເປັນຕົ້ນ.

ນອກຈາກນີ້, “ຈຸດ” ຍັງໝາຍເຖິງເມັດແຕ້ມ ຫຼື ຂຽນຂຶ້ນເພື່ອໃຊ້ໃນການຂັ້ນວັກ, ປະໂຫຍກ ໃນຫຼັກໄວຍະ ກອນ ດັ່ງ ເຄື່ອງໝາຍຈຸດ (,), ເຄື່ອງໝາຍຈຸດຈໍ້າ (;), ພ້ອມນັ້ນຍັງມີເຄື່ອງໝາຍຈໍ້າ (.) ອີກດ້ວຍ. ແຕ່ ຖ້າຈຸດໝາຍແມ່ນບ່ອນປະສົງ ຫຼື ຈຸດປະສົງ. ຈຸດຍຸດທະສາດແມ່ນບ່ອນສໍາຄັນ, ຈຸດຕົ້ນຕໍ່ແມ່ນສາເຫດຕົ້ນ ຕໍ່, ຈຸດບົກພ່ອງແມ່ນບ່ອນມີບັນຫາ ຫຼື ເປ່ເພ, ຈຸດຈົບແມ່ນສິ້ນສຸດ ແລະ ອື່ນໆ. ອີກຄວາມໝາຍນຶ່ງ “ຈຸດ” ແມ່ນການເຮັດໃຫ້ໄຟໃໝ້ ຄືກັນກັບຈູດ ນັ້ນເອງ ດັ່ງ ຈຸດບັ້ງໄຟ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈຸດ”.

“ຈຸດ” (1. ຄໍານາມ) ຮອຍຈໍ້າ, ຮອຍຈໍ້າເປັນເມັດ, ເມັດ, ແຕ້ມ. (2. ຄໍາກິລິຍາ) ເຮັດໃຫ້ໄຟໃໝ້, ເຮັດໃຫ້ ໄຟຕິດ (ຈູດກໍວ່າ).

ຕົວຢ່າງ:

  • ໃນຄໍ່າຄືນທີ່ມືດມິດ, ສາມາດແລເຫັນດວງດາວສົ່ງແສງແຈ້ງມາເປັນຈຸດໆ ເຕັມທ້ອງຟ້າ ເບີ່ງແລ້ວ ເຮັດໃຫ້ເຮົາສາມາດຄໍານວນໃດ້ວ່າຈຸດໃດແມ່ນທາງໃດ ເພື່ອບໍ່ໃຫ້ຫຼົງທາງໃນການເດີນທາງຢູ່ທີມືດ.
  • ສາວຄູສອນນັກຮຽນຂຽນໜັງສືດ້ວຍການອ່ານຊ້າໆ ເປັນຈຸດເປັນວັກ ດ້ວຍການບອກຈຸດບອກຈໍ້າ ເປັນລະບົບລະບຽບ.
  • ໃນເທດສະການບຸນບັ້ງໄຟ ໄດ້ມີການຈຸດບັ້ງໄຟນ້ອຍໃຫຍ່ເພື່ອແຂ່ງຂັນກັນເປັນຈໍານວນຫຼວງຫຼາຍ.

ສະຫຼຸບ.

ຄໍາວ່າ “ຈຸດ” ແມ່ນຮອຍຈໍ້າເມັດໆ ຊຶ່ງເກີດຂຶ້ນໂດຍທໍາມະຊາດ ຫຼື ເກີດຈາກການຂຽນ, ແຕ້ມຂອງຄົນ ມີຢູ່ທົ່ວໄປ ສາມາດພົບເຫັນໄດ້ທັງໃນສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ. “ຈຸດ” ຍັງໝາຍເຖິງທິດທາງ ຫຼື ບອກສະຖານທີ່ບ່ອນໃດບ່ອນນຶ່ງ ເອີ້ນ ຈຸດໃດຈຸດນຶ່ງ. ນອກຈາກນີ້, “ຈຸດ” ຍັງແມ່ນເຄື່ອງໝາຍຈຸດ. “ຈຸດ” ຍັງມີຄວາມໝາຍຄືກັນກັບຈູດ ຊຶ່ງແມ່ນການເຮັດໃຫ້ໄຟໃໝ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo