ຄໍາວ່າ “ຄົ້ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄົ້ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຄົ້ນ” ໝາຍເຖິງຊອກຫາວັດຖຸສິ່ງຂອງໃດນຶ່ງ ຫຼື ຢ່າງອື່ນໆ ເປັນຕົ້ນ ການກວດຄົ້ນຫາຂອງຜິດ ກົດໝາຍ, ການຄົ້ນຫາຂອງເກົ່າທີ່ປະໄວ້ໃນສາງ, ການຄົ້ນຄືນວ່າເຄື່ອງເສຍຫາຍບໍ່, ການຄົ້ນຫາບຸກຄົນທີ່ ຫາຍສາບສູນໃນສະໄໝສົງຄາມ, ການຄົ້ນຊອກຫາບໍ່ຄໍາດ້ວຍການສໍາຫຼວດ ແລະ ເຈາະຮູລົງພື້ນດິນເພື່ອ ເກັບຕົວຢ່າງ. “ຄົ້ນ” ຍັງໝາຍເຖິງການສືບຫາ ດັ່ງ ການຄົ້ນຫາຄວາມຈິງດ້ວຍການພິສູດຫຼັກຖານ, ຄົ້ນຫາ ຄົນກະທໍາຜິດ. “ຄົ້ນ” ຍັງແມ່ນການຄົ້ນພົບ ຫຼື ຄົ້ນພໍ້ ສິ່ງໃດນຶ່ງ ເຊັ່ນ: ຄົ້ນພົບດາວດວງໃໝ່, ຄົ້ນພົບສຸ ສານຈັກກະພັດຈີນບູຮານ, ຄົ້ນພົບສັດຊະນິດໃໝ່.

ນອກຈາກນີ້, “ຄົ້ນ” ຍັງໝາຍເຖິງການສະແຫວງຫາສິ່ງໃດນຶ່ງ ດ້ວຍການໃຊ້ມັນສະໝອງ ຫຼື ຄວາມຄິດ ເຊັ່ນ: ການຄົ້ນຄ້ວາດ້ານວິທະຍາສາດ, ການຄົ້ນຄວ້າທາງດາລາສາດ, ການຄົ້ນຄວ້າກ່ຽວກັບວັນນະຄະດີ, ການຄົ້ນຄວ້າກ່ຽວກັບບູຮານຄະດີ, “ຄົ້ນ” ຄົ້ນຄິດປະດິດສ້າງ ສິ່ງຕ່າງໆ ເຊັ່ນ: ຄົ້ນຄິດສູດເລກຄະນິດ, ການຄົ້ນຄິດສ້າງລົດໄຟຟ້າ, ການຄົ້ນຄິດວິທີປູກເຂົ້າໃຫ້ໄດ້ຫຼາຍກວ່າເກົ່າ. ພ້ອມນັ້ນ, “ຄົ້ນ” ຍັງແມ່ນການ ຂຸດຄົ້ນ ດັ່ງ ຂຸດຄົ້ນຖ່ານຫີນ, ຂຸດຄົ້ນຫີນກາວ, ຂຸດຄົ້ນຄໍາ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຄົ້ນ”.

“ຄົ້ນ” (1. ຄໍາກິລິຍາ) ຊອກ, ສະແຫວງ, ຄວັດປີ້ນຂຶ້ນ. ຄົ້ນຫູກ ແມ່ນຈັດເສັ້ນໄໝ ຫຼື ເສັ້ນ ຝ້າຍທີ່ຈະເຮັດເຄືອ ຫູກໃຫ້ພໍດີກັບປ່ອງແຂ້ວຟືນ.

ຕົວຢ່າງ:

  • ພໍ່ຊອກຄົ້ນຫາກະເປົາເງິນຂອງລາວ ກ່ອນຈະອອກໄປວຽກ ເພາະລາວລືມໄວ່ບ່ອນໃດບ່ອນນຶ່ງ.
  • ນັກວິທະຍາສາດຄົ້ນຄວ້າພໍ້ແຮ່ທາດຊະນິດໃໝ່ຈາກການຄົ້ນຫາ ແລະ ຄົ້ນວິໃຈມາຫຼາຍປີ ຈົນ ໄດ້ຈາກແຫຼ່ງຂຸດຄົ້ນຈາກພື້ນດິນລົງໄປຫຼາຍກິໂລແມັດ.

ສະຫຼຸບ.

ຄໍາວ່າ “ຄົ້ນ” ໝາຍເຖິງຊອກຫາວັດຖຸສິ່ງຂອງໃດນຶ່ງ. “ຄົ້ນ” ຍັງໝາຍເຖິງການສືບຫາ. “ຄົ້ນ” ແມ່ນການຄົ້ນພົບ ຫຼື ຄົ້ນພໍ້. ນອກຈາກນີ້, “ຄົ້ນ” ຍັງແມ່ນສະແຫວງຫາຄົ້ນຄ້ວາຄົ້ນຄິດດ້ວຍຫົວມັນສະໝອງ. “ຄົ້ນ” ຍັງແມ່ນການຄົ້ນຄິດປະດິດສ້າງວັດຕະກໍາຕ່າງໆ ແລະ  “ຄົ້ນ” ຍັງໝາຍເຖິງການຂຸດຄົ້ນ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo