ຄໍາວ່າ “ຄົງ” ແລະ “ໂຄງ” ມີຄວາມໝາຍແຕກ​ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຄົງ” ແລະ “ໂຄງ”

ຄໍາວ່າ “ຄົງ” ແລະ “ໂຄງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສັ້ນກັບສຽງຍາວ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄຳວ່າ “ຄົງ” ໝາຍເຖິງສິ່ງທີ່ໝັ້ນໜຽວທົນທານ ຫຼື ເປັນສິ່ງທີ່ຟັນແທງບໍ່ເຂົ້າ ຫຼື ຄົງກະພັນ ດັ່ງ ມິດຕະພາບທີ່ໝັ້ນ ຄົງ, ຄົນມີຄົງ, ການຄົງຕົວ. ຄົງແມ່ນຖືກປູກຝັງໃນຄວາມເຊື່ອໃຫ້ແກ່ຄົນຫຼາຍພື້ນທີ່ໃນໂລກ ຊຶ່ງໝາຍເຖິງໜັງ ໜຽວ ໂດຍສະເພາະແມ່ນກ່ຽວຂ້ອງກັບໃສຍະສາດ ເຊັ່ນ ການສັກລາຍ ແລະ ລົງອາຄົມເຮັດໃຫ້ຄົງກະພັນເວລາ ອອກເສິກອອກເສືອມິດ ຟັນບໍ່ເຂົ້າປືນຍິງບໍ່ແຕກເປັນຕົ້ນ.

ຄໍາວ່າ “ໂຄງ” ໝາຍເຖິງໂຄງສ້າງຕ່າງໆ ທີ່ກໍ່ໃຫ້ເກີດເປັນຮູບຮ່າງສາມາດເບີ່ງເຫັນໄດ້ ຫຼື ໂຄງການຈັດຕັ້ງ ເຊັ່ນ: ໂຄງສ້າງຂອງຮ່າງກາຍຄົນ ແລະ ສັດ, ໂຄງສ້າງເຮືອນ, ໂຄງສ້າງລັດຖະບານ, ໂຄງສ້າງອົງກອນ. ພ້ອມນັ້ນ, ຍັງໝາຍເຖິງໂຄງຕ່າງໆໃນການເວົ້າ, ຮ້ອງລໍາທໍາເພັງ ແລະ ການຂິດຂຽນ ເຊັ່ນ: ໂຄງສ້າງບົດປະພັນ, ໂຄງບົດ ເລື່ອງ, ໂຄງກາບກອນ, ໂຄງໄວຍາກອນ, ໂຄງກອນລໍາ ແລະ ອື່ນໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຄົງ”.

“ຄົງ” (1. ຄໍາກິລິຍາ) ໝັ້ນ, ໜຽວ, ທົນ, ຟັນບໍ່ເຂົ້າ, ຍິງບໍ່ອອກ. ເປັນຄໍາປະກອບກິລິຍາບອກອະນາຄົດການ ດັ່ງ ຄົງໄດ້, ຄົງມີ, ຄົງມາ, ຄົງເປັນ (ຄຸງກໍໃຊ້).

ຕົວຢ່າງ:

  • ຄົນເຂົາຊ່າກັນໝົດບ້ານວ່າພໍ່ຕູ້ສາເປັນຄົນມີຄົງ ແລະ ເກັ່ງເພາະສະໄໝສົງຄາມສາມາດຕີຄ້າຍສັດຄົນດຽວ ຈົນແຕກ ໂດຍທີ່ສັດຕູຍິງລາວບໍ່ໄດ້ຮັບບາດແຜພໍດີ້.
  • ມິດຕະພາບລາວ-ຫວຽດແມ່ນມິດຕະພາບທີ່ໝັ້ນຄົງ ເພາະຜ່ານການພິສູດດ້ວຍພຶດຕິກໍາແຫ່ງການຕໍ່ສູ້ລົ້ມ ລຸກຄຸກຄານ ແລະ ລະອິດລະອ້ຽວ.

ຄວາມໝາຍຄຳວ່າໂຄງ”.

“ໂຄງ” (1. ຄໍານາມ) ຮ່າງ, ຮ່າງກາຍ, ຮ່າງກະດູກ. ຄໍາກອນແບບນຶ່ງ. ຄໍາເວົ້າສໍາຜັດກັນ. ຄໍາເວົ້າຄ່ອງກັນ.

ຕົວຢ່າງ:

  • ໂຄງກະດູກໄດໂນເສົາຖືກຄົ້ນພົບຢູ່ແຂວງສະຫວັນນາເຂດ ແລະ ເປັນທີ່ສົນໃຈຂອງນັກວິທະຍາສາດ ລວມທັງຄົນທົ່ວໄປ.
  • ການຂຽນກອນໃຫ້ຖືກຕາມໂຄງ ແລະ ຫຼັກການ ໃຫ້ອອກມາດີແມ່ນຕ້ອງໃຊ້ຄວາມຄິດຄວາມອ່ານພໍສົມ ຄວນ.

ສະຫຼຸບ.

ຄໍາວ່າ “ຄົງ” ແລະ “ໂຄງ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສັ້ນກັບສຽງຍາວ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ຄົງ” ໝາຍເຖິງວັດຖຸສິ່ງຂອງ ຫຼື ໜັງຄົນ, ສັດທີ່ໝັ້ນໜຽວທົນທານຟັນແທງ ດ້ວຍຂອງມີຄົມ, ຂອງແຫຼມບໍ່ເຂົ້າ. ຄົງແມ່ນມິດຕະພາບທີ່ໝັ້ນຄົງບໍ່ຈ່າງຫາຍອີກດ້ວຍ. ສ່ວນຄໍາວ່າ “ໂຄງ” ໝາຍເຖິງໂຄງສ້າງຂອງຄົນ, ສັດ ແລະ ສິ່ງປຸກສ້າງຕ່າງໆ. ພ້ອມນັ້ນ, ຍັງແມ່ນໂຄງ ຫຼື ຫຼັກການໃນການແຕ່ງກາບ ກອນ, ການຂິດຂຽນ, ເພັງ, ລໍາ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo