ຄໍາວ່າ “ຄົກ” ແລະ “ໂຄກ” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຄົກ” ແລະ “ໂຄກ”

ຄໍາວ່າ “ຄົກ” ແລະ “ໂຄກ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສັ້ນ ແລະ ຍາວແຕ່ມີຄວາມໝາຍແຕກຕ່າງກັນອອກໄປຄົນລະຢ່າງ. ຄໍາວ່າ “ຄົກ” ໝາຍເຖິງພາຊະນະສໍາລັບຕໍາຂອງຕ່າງໆ ໂດຍແບ່ງອອກເປັນ 2 ແນວ ເພື່ອໃຫ້ແທດເໝາະກັບການໃຊ້ງານ ຄື: ຄົກໃຫຍ່ ແລະ ຄົກນ້ອຍ. ຄົກໃຫຍ່ແມ່ນສໍາລັບຕໍາເຂົ້າເປືອກ, ຕໍາເຂົ້າ ສານໃຫ້ເປັນແປ້ງ ຫຼື ສີ່ງອື່ນໆຈໍານວນຫຼາຍ ຊຶ່ງທົ່ວໄປມີຄົກມອງ ຊຶ່ງໃຊ້ຕີນຢຽບໃຫ້ເດື່ອງລົງ, ຄົກມອງ (ເຮັດ ຢູ່ນໍ້າ) ຫຼື ມອງເປຍ, ຄົກມືໃຊ້ມືຈັບສາກຕໍາລົງ.

ຄົກນ້ອຍແມ່ນສໍາລັບຕໍາສິ່ງຕ່າງໆ ເພື່ອປຸງແຕ່ງອາຫານເຊັ່ນ: ຕໍາ ແຈ່ວ, ຕໍາສົ້ມ, ຕໍາໝາກງາ, ຕໍາຂິງຕໍາຂ່າ, ຕໍາປາແຫ້ງ ເປັນຕົ້ນ. ຄົກບາງແນວເຮັດຈາກໄມ້, ດິນເຜົາ, ຂາງ, ຊີ ມັງ. “ຄົກ” ຍັງໝາຍເຖິງຫີນຢູ່ນໍ້າບ່ອນເປັນໂກນຫຼຸບລົງຄ້າຍກັບຄົກ ຊຶ່ງເກີດຈາກຫີນ ຫຼື ພະລານຫີນ ທີ່ຖືກນໍ້າຕົກ ໃສ່ ແລະ ສຽດທານນໍ້າ. ພ້ອມກັນນັ້ນ, “ຄົກ” ຍັງແມ່ນຊື່ເຂົ້າໜົມຄົກ ເປັນເຂົ້າໜົມທີ່ເຮັດຈາກແປ້ງປົນກະທິໃສພາ ຊະນະທີ່ຮ້ອນເປັນຫຼຸມຄືຄົກ.

SA Game
DooDiDo

“ຄົກ” ຍັງໃຊ້ຮຽນປືນຢ່າງນຶ່ງວ່າ ປືນຄົກ. ສ່ວນຄໍາວ່າ “ໂຄກ” ໝາຍເຖິງທີ່ດິນບ່ອນດິນສູງ, ໂນນສູງ ແລະ ມີປ່າໄມ້ຫ່າງໆ ຫຼື ບາງເຂດເອີ້ນ ຄັງ, ຊຶ່ງເວລາຝົນຕົກຫຼາຍນໍ້າບໍ່ຄ່ອຍຖ້ວມກົງກັນຂ້າມ ກັບລ້ອງ. ນອກຈາກນີ້, “ໂຄກ” ຍັງແມ່ນຊື່ເຄື່ອງດື່ມປະເພດນຶ່ງ, ໂຄກກະສຸນ ແມ່ນໄມ້ເຄືອແນວນຶ່ງ ໜ່ວຍມີໜາມໃຊ້ເຮັດຢາ. ລະວັງຄ້າງໂຄກຍັງໃຊ້ເອີ້ນຢອກໄຍຜູ້ບ່າວຜູ້ສາວໝາຍເຖິງລະວັງບໍ່ໄດ້ຜົວ ຫຼື ເມຍ ນັ້ນເອງ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຄົກ”.

“ຄົກ” (1. ຄໍານາມ) ພາຊະນະສໍາລັບຕໍາຂອງຕ່າງໆ ມີອາຫານເປັນຕົ້ນ, ນໍ້າບ່ອນເປັນໂກນຫຼຸບລົງຄ້າຍກັບຄົກ, ເຂົ້າໜົມຢ່າງນຶ່ງ ເຮັດດ້ວຍແປ້ງປົນກະທິແລ້ວເຮັດໃຫ້ສຸກໃນພາຊະນະດິນປັ້ນເປັນຫຼຸມຄືຄົກ. ຄົກມອງ ເປັນຄົກສໍາ ລັບຕໍາເຂົ້າເປືອກໃຫ້ເປັນເຂົ້າສານ ຫຼື ຕໍາສິ່ງຂອງຈໍານວນຫຼາຍ ໃຊ້ຕີນຢຽບໃຫ້ເດື່ອງລົງ. ຄົກມື ແມ່ນຄົກຕໍາເຂົ້າ ເໝືອນກັນແຕ່ໃຊ້ມືຈັບສາກຕໍາລົງ.

ຕົວຢ່າງ:

  • ການຕໍາເຂົ້າດ້ວຍຄົກມອງແມ່ນໄດ້ເຂົ້າສານທີ່ມີວິຕາມີນຫຼາຍ ເພາະເຫຍື້ອຫຸ້ມເຂົ້າແມ່ນບໍ່ແຕກອອກຄືກັບ ສີເຂົ້າດ້ວຍໂຮງສີ ແຕ່ການຕໍາເຂົ້າດັ່ງກ່າວແມ່ນເມື່ອຍເພາະໃຊ້ຕີນຢຽບໃຫ້ເດື່ອງລົງ.
  • ໂຄກມອງ ຫຼື ມອງເປຍ ແມ່ນພູມປັນຍາຊາວບ້ານ ທີ່ເຫັນຢູ່ຫຼາຍທ້ອງຖີ່ນ ໂດຍສະເພາະພາກເໜືອລາວ.

ຄວາມໝາຍຄຳວ່າໂຄກ”.

“ໂຄກ” (1. ຄໍານາມ) ບ່ອນດິນສູງ ແລະ ມີປ່າໄມ້ຫ່າງໆ, ໂນນສູງ.

ຕົວຢ່າງ:

  • ໂຄກໜອງນາ ແມ່ນທິດສະແດງທີ່ໄດ້ຮັບຄວາມນິຍົມຢູ່ປະເທດໄທ ເພາະການປະຕິບັດທິດສະດີດັ່ງກ່າວ ແມ່ນເຮັດໃຫ້ຄົນພໍຢູ່ພໍກິນ ແລະ ບໍ່ເປັນໜີ້.
  • ປີກ່ອນຝົນຕົກຫຼາຍເຮັດໃຫ້ນໍ້າຖ້ວມໜອງ ແລະ ທົ່ງນາສູງພຽງຄໍ ດີແຕ່ມີໂຄກຢູ່ໃຈກາງພໍໄດ້ເອົາງົວທີ່ລ້ຽງ ໄປປະໄວ້ ຖ້າບໍ່ດັ່ງນັ້ນຢ້ານງົວຕາຍໝົດແທ້.

ສະຫຼຸບ.

ຄໍາວ່າ “ຄົກ” ແລະ “ໂຄກ” ມີການອອກສຽງໃກ້ຄຽງກັນ ແຕ່ມີຄວາມໝາຍແຕກຕ່າງກັນອອກຄໍາວ່າ “ຄົກ” ໝາຍເຖິງພາຊະນະທີ່ເປັນຂຸມໃຊ້ສໍາລັບຕໍາຂອງຕ່າງໆ ຄົກປະກອບມີຄົກໃຫຍ່ ແລະ ໂຄກນ້ອຍ ໃຫ້ແທດເໝາະກັບວັດ ຖຸປະສົງການນໍາໃຊ້ ໂດຍທົ່ວໄປມີ ຄົກມອງ ທີ່ໃຊ້ຕີນຢຽບເພື່ອຕໍາ, ຄົກມື ໃຊ້ມືຕໍາ, ຄົກມອງເປຍ ຫຼື ມອງເປຍ ທີ່ໃຊ້ແຮງນໍ້າໝູນ ເພື່ອຕໍາ. ຄົກເຮັດຈາກໄມ້, ດິນເຜົາ, ຂາງ, ຊີມັງ ແລະ ອື່ນໆ. “ໂຄກ” ຍັງໝາຍເຖິງພະລານ ຫີນທີ່ມີນໍ້າເປັນໂກນຫຼຸບລົງຄ້າຍກັບຄົກ. “ໂຄກ” ແມ່ນຊື່ຂອງເຂົ້າຄົກ ເຮັດດ້ວຍແປ້ງປົນກະທິ. ຄໍາວ່າ “ໂຄກ” ໝາຍເຖິງບ່ອນດິນເປັນໂນນສູງ ແລະ ມີປ່າໄມ້ຫ່າງໆ ຫຼື ເອີ້ນຄັງ ກໍວ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo