ຄໍາວ່າ “ຄາຍ” ແລະ “ຄ້າຍ” ມີຄວາມໝາຍແຕກ​ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຄາຍ” ແລະ “ຄ້າຍ”

ຄໍາວ່າ “ຄາຍ” ແລະ “ຄ້າຍ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ຄາຍ” ໝາຍເຖິງເຄື່ອງທີ່ເຮັດເພື່ອບູຊາຢ່າງນຶ່ງ ໃນພິທີກໍາກ່ຽວກັບຄວາມເຊື່ອທາງຈິດໃຈໂດຍສະເພາະ ທາງສາດສະໜາ ແລະ ຕໍ່ຜູ້ທີ່ເຄົາລົບ ລວມທັງການແກ້ບະແກ້ບົນຕ່າງໆ  ສ່ວນໃຫຍ່ ປະກອບມີດອກໄມ້ທູບທຽນ ເປັນຫຼັກ ແລະ ອື່ນໆຕາມແຕ່ລະທ້ອງຖີ່ນເຊື່ອ. ໃນວຽກດັ່ງກ່າວມີການກະກຽມຄາຍ,  ການຕັ້ງຄາຍ ແລະ ມີຄ່າຄູຄ່າຄາຍນໍາອີກ. “ຄາຍ” ຍັງແມ່ນໝາຍເຖິງສິ່ງເປັນຂົນນ້ອຍໆ ຫຼື ຝຸ່ນ ທີ່ເຮັດໃຫ້ເກີດມີອາການຄັນຄາຍ ເຊັ່ນ: ຄາຍບົ້ງ, ຄາຍເປືອກໄມ້, ຄາຍໝາກຕໍາແຍ. ພ້ອມກັນນັ້ນ, “ຄາຍ” ຍັງແມ່ນຊື່ຕົ້ນໄມ້ ເອີ້ນ ຕົ້ນຄາຍ ຊຶ່ງມີຫຼາຍຢູ່ພາກເໜືອຂອງລາວ, ປະເທດຫວຽດນາມ, ຈີນ, ເກົາຫຼີ, ຍີ່ປຸ່ນ ຕົ້ນຄາຍມີດອກງາມຫຼາຍ ແລະ ໝາກກໍແຊບອີກດ້ວຍ. “ຄາຍ” ຍັງແມ່ນອາການຄັນຄາຍ ເກີດຂຶ້ນຈາກການສໍາພັດ ຂົນ ຫຼື ຝຸ່ນ ທີ່ໄດ້ກ່າວມາຂ້າງເທິງ. ອີກຄວາມໝາຍນຶ່ງ “ຄາຍ” ຍັງແມ່ນການເອົາອາຫານທີ່ຫຍໍ້າໃນປາກ ອອກມາ ຫຼື ແມ່ນອາການຄືນສິ່ງຂອງອອກຈາກປາກ.

ຄໍາວ່າ “ຄ້າຍ” ໝາຍເຖິງສະຖານທີ່ພັກເຊົາ ແລະ ບ່ອນເຮັດວຽກຂອງກໍາລັງປ້ອງກັນຊາດ ຫຼື ທະຫານ, ຕໍ່າຫຼວດ ເຊັ່ນ: ຄ້າຍທະຫານຊາຍແດນ, ຄ້າຍທະຫານເຄື່ອນທີ່, ຄ້າຍທະຫານປ້ອງກັນອາກາດ ເປັນຕົ້ນ. “ຄ້າຍ” ຍັງໝາຍເຖິງຄື ຫຼື ຄ້າຍຄື ຫຼື ເໝືອນ ເຊັ່ນ: ຝາແຝດໜ້າຕາຄ້າຍຄືກັນ, ລູກຄ້າຍຄືພໍ່, ຄົນລາວ ແລະ ໄທ ຄ້າຍຄືກັນ. “ຄ້າຍ” ຍັງໝາຍເຖິງເວລາຕອນທີ່ດວງຕາເວັນກາຍຫົວ ຫຼື ຕັ້ງສາກໄປ ຫຼື ຕອນບ່າຍ ຊຶ່ງເລີຍທ່ຽງໄປແລ້ວ ດັ່ງ ຄ້າຍຄໍ່າລົງແລງ, ຄ້າຍໆຕອນຕາເວັນຊິຕົກດີນ ແລະ ອື່ນໆ.

SA Game
DooDiDoຳ

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຄາຍ”.

“ຄາຍ” (1. ຄໍານາມ) ເຄື່ອງຕອບແທນເພື່ອເປັນຄ່າຢາ ຫຼື ຄ່າປິ່ນປົວ ຫຼື ຄ່າເທດ (ຮຽກຄາຍເທດ). ສິ່ງທີ່ ເປັນຂົນ ຫຼື ຝຸ່ນ ເຊິ່ງພາໃຫ້ເກີດຄັນ ຕິດຢູ່ຕາມເມັດເຂົ້າເປືອກ ຫຼື ໝາກຕໍາແຍ ເປັນຕົ້ນ. ຊື່ຕົ້ນໄມ້ຢ່າງ ນຶ່ງ ຮຽກ ຕົ້ນຄາຍ ຫຼື ຕົ້ນໝາກຄາຍ. (2. ກິລິຍາວິເສດ) ອາການທີ່ເຮັດໃຫ້ຄັນ, ບໍ່ກ້ຽງ, ຫຍະ. (3. ຄໍາກິລິຍາ) ອາການຄືນສິ່ງຂອງອອກຈາກປາກ.

ຕົວຢ່າງ:

  • ກ່ອນດູໝໍ, ໝໍດູແນະນໍາໃຫ້ຜູ້ມາເບີ່ງຕ້ອງຕັ້ງຄາຍດ້ວຍດອກໄມ້ 5 ຄູ່, ທຽນ 5 ຄູ່, ຢາສູບ 5 ກອກ, ເຫຼົ້າຂາວ 1 ແກ້ວ ແລະ ເງິນຈໍານວນນຶ່ງກ່ອນໃຫ້ແມ້ນ.
  • ຕົ້ນຄາຍມີດອກບານງາມຫຼາຍ ຄ້າຍຄືກັບດອກຊະກຸລະຍີ່ປຸ່ນ ແລະ ດອກເໝີຍຈີນ ເບີ່ງແລ້ວເປັນຕາອອນ ຊອນ.
  • ເວລາຄ້ຽວໝາກຈົນຈຶດແລ້ວ ກໍຄາຍຖີ້ມໃສ່ຖັງຂີ້ເຫຍື້ອ ພ້ອມຄາຍນໍ້າໝາກລົງນໍາອີກດ້ວຍ ເພື່ອບໍ່ໃຫ້ ເປື້ອນ.

ຄວາມໝາຍຄຳວ່າຄ້າຍ”.

“ຄ້າຍ” (1. ຄໍານາມ)  ບ່ອນຢູ່ຂອງທະຫານ, ບ່ອນພັກຂອງກອງທັບ. (2. ກິລິຍາວິເສດ) ເໝືອນ, ຄື, ໝົດ (ທັງ ຄ້າຍ). (2. ກິລິຍາວິເສດ) ບ່າຍ, ເລີຍທ່ຽງໄປແລ້ວ.

ຕົວຢ່າງ:

  • ສອງສາມມື້ກ່ອນ ຄ້າຍທະຫານປືນໃຫຍ່ໄດ້ມີການຮຽນສ້ອມຮົບປະຈໍາປີ ເພື່ອກຽມຄວາມພ້ອມສໍາລັບການ ຕໍ່ສູ້.
  • ຝາແຝດສອງຄົນ ມີໜ້າຕາ, ຮູບຮ່າງ ຄ້າຍຄືກັນຫຼາຍ ອີກທັງເປັນເພດດຽວກັນ ຖ້າບໍ່ສັງເກດດີໆ ເຮັດ ໃຫ້ແຍກອອກໄດ້ຍາກວ່າໃຜເປັນໃຜ.
  • ພໍຄ້າຍແລງ ບັນດາຄວາຍ ແລະ ງົວ ທັງຫຼາຍໄດ້ກັບຄືນສູ່ຄອກເພື່ອແຫຼ່ງ ຫຼັງຈາກອອກຫາກິນຫຍ້າ ເກືອບໝົດມື້.

ສະຫຼຸບ.

ຄໍາວ່າ “ຄາຍ” ແລະ “ຄ້າຍ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ຄາຍ” ແມ່ນເຄື່ອງບູຊາ ກ່ຽວກັບຄວາມເຊື່ອທາງສາດສະໜາ ຫຼື ຕໍ່ຜູ້ທີ່ມີຄຸນ “ຄາຍ” ແມ່ນສິ່ງທີ່ເປັນຂົນນ້ອຍໆ ຫຼື ຝຸ່ນ ຖ້າສໍາພັດແລ້ວເຮັດຄັນ. “ຄາຍ” ຍັງແມ່ນຕົ້ນໄມ້ແນວນຶ່ງ ເອີ້ນ ຕົ້ນ ຄາຍ. “ຄາຍ” ຍັງແມ່ນການຄັນຄາຍຜິວໜັງເກີດຂຶ້ນຈາກ ການສໍາພັດຂົນ ຫຼື ຝຸ່ນ ທີ່ມີຄາຍ. “ຄາຍ” ຍັງແມ່ນການຄາຍອາຫານທີ່ຢູ່ປາກອອກມາຈາກປາກ. ສ່ວນຄໍາວ່າ “ຄ້າຍ” ໝາຍເຖິງຄ້າຍທະຫານ ຫຼື ຕໍາຫຼວດ ຊຶ່ງເປັນ ສະຖານທີ່ພັກເຊົາ ແລະ ບ່ອນເຮັດວຽກຂອງເຂົາເຈົ້າ. “ຄ້າຍ” ຍັງໝາຍເຖິງຄືກັນ, ຄ້າຍຄື ຫຼື ເໝືອນ. “ຄ້າຍ” ຍັງແມ່ນເວລາຕອນທີ່ດວງຕາເວັນເລີຍທ່ຽງໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo