ຄໍາວ່າ “ຄວາມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄວາມ” ມີຄວາມໝາຍແນວໃດ?

ຄໍາວ່າ “ຄວາມ” ໝາຍເຖິງຄໍາເວົ້າຄໍາຈາຂອງຄົນ ຊຶ່ງເປັນການປາກອອກມາ ຫຼື ອອກສຽງເປັນຄໍາ, ເປັນ ຫຼາຍໆຄໍາ ເອີ້ນ ປະໂຫຍກ ຊຶ່ງເປັນການສື່ສານຊຶ່ງກັນ ແລະ ກັນຮູບແບບນຶ່ງໃນສັງຄົມຂອງມະນຸດ ເພື່ອ ໃຫ້ເຂົ້າໃຈວ່າຢາກເຮັດຫຍັງ ເຊັ່ນ: ຂໍ້ຄວາມ, ຄວາມເວົ້າ, ຄວາມຈາ ເປັນຕົ້ນ. ຄວາມຈະແຕກຕ່າງກັນ ອອກໄປຕາມແຕ່ລະພາສາ ດັ່ງ ຄວາມລາວ, ຄວາມໄທ, ຄວາມຫວຽດ ອື່ນໆ. “ຄວາມ” ຍັງໝາຍເຖິງເນື້ອເລື່ອງຢ່າງໃດຢ່າງນຶ່ງທີ່ປະກົດຂຶ້ນ ຫຼື ເກີດຂຶ້ນຈາກການປະພັນ, ກາບກອນຕ່າງໆທາງວັນນະຄະດີ ດັ່ງ ບົດຄວາມ, ຄວາມຂັບຄວາມລໍາ ອື່ນໆ.

ນອກຈາກນີ້, “ຄວາມ” ຍັງໝາຍເຖິງຄະດີຄວາມທີ່ຮ້ອງຟ້ອງກັນໃນສານ ຊຶ່ງເກີດຈາກການມີບັນຫາຕໍ່ກັນ ມີຫຼາຍກໍລະນີແຕກຕ່າງກັນອອກໄປ ແຕ່ໂດຍລວມຈະມີໂຈດ ແລະ ຈໍາເລີຍ ອັນເປັນຝ່າຍກົງກັນຂ້າມກັນ. “ຄວາມ” ຍັງຖືກໃຊ້ເປັນຄໍານໍາໜ້າກິລິຍາໃຫ້ເປັນນາມ ດັ່ງ ຄວາມເປັນຄວາມຕາຍ, ຄວາມດີຄວາມຊົ່ວ, ຄວາມຫຼີ້ນຄວາມແທ້ ເປັນຕົ້ນ. “ຄວາມ” ໃຊ້ເອີ້ນເຄືອຫູກໃນເວລາຄົ້ນໄດ້ 4 ເສັ້ນວ່າ ຄວາມນຶ່ງ ສີ່ ຄວາມເປັນນຶ່ງລົບ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຄວາມ”.

“ຄວາມ” (1. ຄໍານາມ) ຄໍາເວົ້າ, ເນື້ອເລື່ອງ, ຂໍ້ຄະດີທີ່ໂຈດຟ້ອງກັນ, ຄໍານໍາໜ້າກິລິຍາໃຫ້ເປັນນາມ ດັ່ງ ຄວາມເປັນຄວາມຕາຍ, ໃຊ້ເອີ້ນເຄືອຫູກໃນເວລາຄົ້ນໄດ້ 4 ເສັ້ນ ວ່າ ຄວາມນຶ່ງ, ໂຮມ 8 ຄວາມເປັນຫຼົບ ນຶ່ງ.

ຕົວຢ່າງ:

  • ໃນໂລກນີ້ມີຫຼາຍພາສາ ຊຶ່ງແຕ່ລະພາສາຈະມີຄວາມເວົ້າແຕກຕ່າງກັນໄປ. ແຕ່ໂດຍລວມປະ ໂຫຍກນຶ່ງມີຫູາຍໆຄວາມກ
  • ໃນລະຄອນເລື່ອງສັງສິນໄຊ ເນື້ອຄວາມໄດ້ສະແດງໃຫ້ເຫັນເຖິງການຕໍ່ສູ້ ແລະ ສະແດງໃຫ້ເຫັນ ເຖິງຄວາມເກັ່ງກ້າສາມາດຂອງຕົວລະຄອນເອກ.
  • ເຄືອຫູກຂອງສາວສີ ທີ່ລາວຄົ້ນໄດ້ຫຼາຍຄວາມຫຼາຍລົບຖືກລັກໄປ ແຕ່ສາມາດຈັບໄດ້ໂຈນຄົນລັກ ແລະ ເປັນຄະດີຄວາມກັນດັງໄປທົ່ວບ້ານ.

ສະຫຼຸບ.

ຄໍາວ່າ “ຄວາມ” ແມ່ນຄໍາເວົ້າຄໍາຈາທີ່ຄົນເຮົາເວົ້າອອກມາຈາກປາກໃນການສື່ສານກັນ, ເຖິງວ່າແຕກຕ່າງກັນໄປຕາມແຕ່ລະພາສາກໍຕາມ. “ຄວາມ” ແມ່ນເນື້ອເລື່ອງ ທີ່ເກີດຂຶ້ນຈາກການປະພັນຂອງຄົນ. “ຄວາມ” ຍັງໃຊ້ເອີ້ນການຮ້ອງຟ້ອງກັນໃນສານ ຫຼື ຄະດີຄວາມ ປະກອບມີໂຈດ ແລະ ຈໍາເລີຍ. “ຄວາມ” ຍັງ ໃຊ້ເປັນຄໍານໍາໜ້າກິລິຍາໃຫ້ເປັນນາມອີກດ້ວຍ. ອີກຢ່າງນຶ່ງ “ຄວາມ” ໝາຍເຖິງເຄືອຫູກໃນເວລາຄົ້ນໄດ້ 4 ເສັ້ນວ່າ ຄວາມນຶ່ງ ສີ່ຄວາມເປັນນຶ່ງລົບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo