ຄໍາວ່າ “ຄວາຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄວາຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຄວາຍ” ແມ່ນສັດພາຫະນະປະເພດນຶ່ງໃຊ້ລາກແກ່, ລ້ຽງເພື່ອໃຊ້ວຽກທາງກະສິກຳ ໂດຍສະເພາະ ແມ່ນການໄຖນາ. ຊຶ່ງສ່ວນຫຼາຍແມ່ນຢູ່ໃນປະເທດທາງອາຊີ. ຄວາຍຖືວ່າເປັນສັດທີ່ມີປະໂຫຍດຫຼາຍຕໍ່ມະ ນຸດ ຍ້ອນສາມາດໃຊ້ເປັນພາຫະນະຊ່ອຍເຮັດໄຮ່ໄຖນາ ຫຼື ນຳໄປຂ້າເພື່ອກິນຊີ້ນ, ໜັງຂອງມັນ. ປັດຈຸບັນໃນກະສິກຳມີການໃຊ້ຄວາຍໜ້ອຍລົງ ໂດຍສະເພາະແມ່ນປະເທດທີ່ມີຄວາມພັດທະນາສູງ. “ຄວາຍ” ມີຫຼາຍ ຢ່າງຄື ແລະ ແຕກຕ່າງຈາກງົວ.

“ຄວາຍ” ເປັນສັດສີ່ຕີນ ມີກະດູກສັນຫຼັງ ແລະ ລ້ຽງລູກດ້ວຍນ້ຳນົມ, ມີເຂົາ, ເປັນສັດຄ້ຽວເອື້ອງກິນພືດ ໂດຍສະເພາະຫຍ້າ. ຄວາຍມີຫຼາຍແນວແຕກຕ່າງກັນໄປຕາມແຕ່ລະພູມສັນຖານຂອງໂລກ ດັ່ງ ຄວາຍປ່າ ອາຟາລິກກາ, ຄວາຍປ່າອາຊີ, ຄວາຍລ້ຽງທົ່ວໄປ ທີ່ພົບເຫັນກັນໃນປະເທດລາວ, ໄທ, ກໍາປູເຈຍ, ຫວຽດ ນາມ, ຕອນໃຕ້ ຂອງຈິນ, ມຽນມາ, ອິນເດຍ ແລະ ສະຖານທີ່ອື່ນໆ. ຄວາຍລ້ຽງຢູ່ຂົງເຂດອາຊີຕາເວັນ ອອກຊ່ຽງໃຕ້ມັກຟູມບວກອີກດ້ວຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຄວາຍ”.

“ຄວາຍ” (1. ຄໍານາມ) ສັດພາຫະນະສໍາລັບໃຊ້ເຮັດນາ.

ຕົວຢ່າງ:

  • ໃນສະໄໝກ່ອນ, ຊາວນາໃຊ້ຄວາຍ ເພື່ອໄຖນາເປັນຫຼັກ. ແຕ່ສະໄໝນີ້ແມ່ນໃຊ້ກົນຈັກ ເພາະເຮັດ ນາໄດ້ໄວ ແລະ ທັນສະໄໝດີ.
  • ລາບຊີ້ນງົວ ຊີ້ນຄວາຍເປັນທີ່ນິຍົມກັນກິນໃນໝູ່ຄົນລາວ ໂດຍສະເພາະແມ່ນລາບເພ້ຍ, ລາບດິບ. ນອກນັ້ນ, ຍັງມີແກງຊີ້ນຄວາຍ ແລະ ອື່ນໆ.

ສະຫຼຸບ.

“ຄວາຍ” ເປັນສັດສີ່ຕີນ, ມີກະດູກສັນຫຼັງ, ລ້ຽງລູກດ້ວຍນ້ຳນົມ, ມີເຂົາ ແລະ ເປັນສັດຄ້ຽວເອື້ອງກິນ ຫຍ້າເປັນຫຼັກ. “ຄວາຍ” ເປັນສັດພາຫະນະປະເພດນຶ່ງທີ່ຄົນລ້ຽງໄວ້ ເພື່ອລາກແກ່ ໂດຍສະເພາະ ແມ່ນ ການໄຖນາ. ຄົນຍັງນໍາຄວາຍມາຂ້າ ເພື່ອບໍລິໂພກມັນອີກດ້ວຍ ເຊັ່ນ: ຊີ້ນຄວາຍ, ໜັງຄວາຍ ເປັນຕົ້ນ ດ້ວຍການເຮັດເປັນລາຍການອາຫານຕ່າງໆແຕກຕ່າງກັນໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo