ຄໍາວ່າ “ຂີ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຂີ້” ມີຄວາມໝາຍແນວໃດ?

ຄໍາວ່າ “ຂີ້” ແມ່ນໄດ້ຖືກນໍາໃຊ້ຢ່າງກວ້າງຂວາງ ແລະ ມີຫຼາຍຄວາມໝາຍ, ຊຶ່ງຄວາມໝາຍນຶ່ງແມ່ນໝາຍເຖິງສິ່ງເສດເຫຼືອທີ່ອອກຈາກຮ່າງກາຍຂອງຄົນ ແລະ ສັດ ຫຼື ຂອງທີ່ກິນເຂົ້າໄປຜ່ານລະບົບທາງເດີນອາ ຫານ ແລະ ຖືກຖ່າຍອອກຈາກທ້ອງ ເອີ້ນອີກຢ່າງນຶ່ງວ່າອຸຈະລະ (ອຶ ກໍວ່າ). “ຂີ້” ຍັງໝາຍເຖິງເສດຂອງ ຕ່າງໆຈາກການເຮັດກິດຈະກໍາ ຫຼື ການຜະລິດໃດນຶ່ງ ເຊັ່ນ: ຂີ້ເບຍ, ຂີ້ມັນຕົ້ນ (ກາກມັນຕົ້ນ), ຂີ້ເລື່ອຍ, ຂີ້ແກບ, ຂີ້ກົບ (ເສດໄມ້ຈາກການກົບໄມ້ບໍ່ແມ່ນຂີ້ໂຕກົບ) ເປັນຕົ້ນ.

ນອກຈາກນີ້, “ຂີ້” ຍັງໝາຍເຖິງສິ່ງທີ່ຄົນເຮົາຂີ້ດຽດ ຊຶ່ງອອກຈາກ ຫຼື ຕິດພັນກັບຮ່າງກາຍ ຂີ້ໄຄ, ຂີ້ຫູ, ຂີ້ມູກ, ຂີ້ຕາ, ຂີ້ເຕົ່າ. “ຂີ້” ຍັງໃຊ້ເປັນຄໍາສະແດງອາການຂອງຄົນວ່າມີຄວາມໝາຍວ່າ “ຫຼາຍ” ເຊັ່ນ: ຂີ້ຂັດ, ຂີ້ອວດ, ຂີ້ຢ້ານ, ຂີ້ຄຸຍ, ຂີ້ຄ້ານ, ຂີ້ຖີ່ຂີ້ໜຽວ, ຂີ້ຖ່ອຍ ແລະ ອື່ນໆ. “ຂີ້” ຍັງໃຊ້ເປັນຄໍານໍາໜ້າຄົນ ທີ່ເຮັດຊົ່ວ, ບໍ່ດີ ຫຼື ເສດເຫຼືອ ເຊັ່ນ: ຂີ້ລັກ, ຂີ້ຂະໂມຍ, ຂີ້ສໍ້, ຂີ້ໂກງ, ຊີ້ຝອຍ, ຂີ້ລືມ, ຂີ້ເຮີ, ຂີ້ລ້າຍ, ຂີ້ ໂລບ, ຂີ້ທຸກ, ຂີ້ໂມ້ ເປັນຕົ້ນ. ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າ ຂີ້”.

“ຂີ້” (1. ຄໍານາມ) ອາຫານເນົ່າທີ່ຖ່າຍອອກຈາກທ້ອງຂອງຄົນ ແລະ ສັດ, ຂອງຊົ່ວ, ເສດຂອງຕ່າງໆ ທີ່ ບໍ່ຕ້ອງການ ດັ່ງ ຂີ້ເລື່ອຍ, ຂີ້ກົບ. ຂອງຂີ້ດຽດໃນຮ່າງກາຍ ດັ່ງ ຂີ້ມູກ, ຂີ້ຕາ ເປັນຕົ້ນ. (ຄໍາກິລິຍາວິ ເສດ) ມັກ, ຫຼາຍ ດັ່ງ ຂີ້ຢ້ານ, ຂີ້ຄ້ານ. ຊົ່ວ ໃຊ້ເປັນຄໍານໍາໜ້າຄົນ ແລະ ສັດ ຫຼື ຂອງອື່ນໆທີ່ບໍ່ດີ ຫຼື ເສດເຫຼືອ ດັ່ງ ຂີ້ຂະໂມຍ, ຂີ້ລັກ, ຂີ້ໂກງ ເປັນຕົ້ນ.

ຕົວຢ່າງ:

  • ການເອົາອາຫານການກິນໃຫ້ເດັກນ້ອຍກິນຕ້ອງໄດ້ເອົາໃຈໃສເປັນພິເສດ ເພາະຢ້ານເປັນທ້ອງຂີ້ ຮາກ.
  • ຂີ້ກົບ ແລະ ຂີ້ເລື່ອຍນໍາມາດັງໄຟ ເພື່ອປຸງແຕ່ງອາຫານການກິນໄດ້ດ້ວຍການນໍາມາອັດແໜ້ນ ຫຼື ຕໍາໃສ່ເຕົາໂລ້ (ເຕົາໄຟ) ແມ່ນກຸ້ມດົນພໍສົມຄວນເມື່ອທຽບກັບດັງໄຟດ້ວຍຖ່ານ.
  • ໂຕຈັ່ງແມ່ນເປັນຕາຂີ້ດຽດເນາະ! ກິນເຂົ້າຢູ່ແທ້ໆ ຍັງຂາກຂີ້ເທິເສີຍ ແລະ ເຮັດຂີ້ມູກຍ້ອຍດັງໃຫ້ ໝູ່ເບີ່ງອິກ.
  • ລາວເປັນຄົນຂີ້ສໍ້ ດັ່ງນັ້ນຈິ່ງບໍ່ມີຄົນມັກຄົບຫາ ເຮັດໃຫ້ລາວມີໝູ່ເພື່ອບໍ່ພໍເທົ່າໃດຄົນ ແລະ ສ່ວນ ໃຫຍ່ນິດໃສກໍຄືກັນ.

ສະຫຼຸບ.

ຄໍາວ່າ “ຂີ້” ແມ່ນອາຫານການກິນທີ່ຄົນ ຫຼື ສັດ ກິນເຂົ້າປາກ ແລະ ຜ່ານລະບົບທາງເດີນອາຫານຖ່າຍ ອອກຈາກທ້ອງມາ ຫຼື ເອີ້ນອຸຈະລະ. “ຂີ້” ຍັງແມ່ນເສດຂອງຈາກການຜະລິດ ຫຼື ຜະລິດຕະພັນໃດນຶ່ງ. “ຂີ້” ຍັງໃຊ້ເອີ້ນແນວເປັນຕາຂີ້ດຽດ ແລະ ອອກຈາກຮ່າງກາຍຂອງຄົນ ແລະ ສັດ. “ຂີ້” ຍັງໃຊ້ເປັນຄໍາ ສະແດງອາການຂອງຄົນ ຊຶ່ງໝາຍເຖິງ “ຫຼາຍ”. “ຂີ້” ແມ່ນຄໍານໍາໜ້າຄົນທີ່ໃຊ້ເອີ້ນຄົນທີ່ມີພຶດຕິກໍາຊົ່ວ ແລະ ບໍ່ດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo