ຄໍາວ່າ ຂັ້ນໄດ ແລະ ຂັ້ນໃດ ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍຄໍາວ່າ ​ຂັ້ນ​ໄດ ແລະ ຂັ້ນ​ໃດ ມີ​ຄວາມ​ໝາຍ​​ແນວ​ໃດ?

ທຸກໆພາສາໃນໂລກນີ້ລ້ວນແລ້ວແຕ່ມີຮູບແບບການນໍາໃຊ້ທີ່ແຕກຕ່າງກັນອອກໄປ ມີທັງຄວາມສະຫຼັບຊັບຊ້ອນໃນການນໍາໃຊ້ ມີທັງຄວາມລຽບງາຍ, ໃຊ້ສື່ສານໄດ້ເຂົ້າໃຈງ່າຍ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງພາສານັ້ນໆ, ໃນ​ພາ​ສາ​ລາວ​ເອງກໍ​ເປັນ​ພາ​ສາ​ໜຶ່ງ​ທີ່​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ, ແຕ່​ຄວາມ​ໝາຍ​ຂອງ​ຄຳ​ແມ່ນ​ແຕກ​ຕ່າງ​ກັນ, ການ​ສະ​ກົດ​ຜິດ​ອາດ​ເຮັດ​ໃຫ້​ໄດ້​ຄວາມ​ໝາຍ​ອື່ນ​ໄປ.

ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍ​ທີ່​ແຕກ​ຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນ​ບົດ​ນີ້​ຈະ​ຍົກ​ເອົາຄໍາວ່າ: ​ຂັ້ນ​ໄດ ແລະ ຂັ້ນ​ໃດ ມາ​ອະ​ທິ​ບາຍ ເຊິງສອງຄໍາຫຼາຍຄົນ​ອາດ​ຈະ​ຫລົງ​ກັນ, ເພື່ອ​ຄວາມ​ຖືກ​ຕ້ອງ ແລະ ເປັນ​ເອ​ກະ​ພາບ​ກັນ ເຮົາຈະ​ມາອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ແຕ່​ລະ​ຄຳ​ໂດຍ​ການ​ອ້າງ​ອີງ​ຈາກວັດ​ຈະ​ນາ​ນຸ​ກົມ​ລາວ​ທີ່​ຄົ້ນ​ພົບ.

SA Game
DooDiDo
ຄຳ​ວ່າ ​ຂັ້ນ​ໄດ

ຂັ້ນໄດ​ ໝາຍເຖິງອົງປະກອບຂອງເຮືອນ,​ ຕຶກ-ອາຄານ​ ໃຊ້ສຳລັບເປັນບ່ອນຂຶ້ນ-ລົງແຕ່ລະຊັ້ນ, ຂື້ນ​ ຫລື ລົງ ຈາກ​ຊັ້ນ​ໜຶ່ງ​ຫາ​ຊັ້ນ​ໜຶ່ງ,​ ລັກສະນະເປັນຂັ້ນໆ ພໍດີບາດຍ່າງ.

ຕົວຢ່າງ:

ຢູ່ຂັ້ນໄດ ໝາຍເຖິງຢືນຢູ່ຂັ້ນໄດພວມຊິຂຶ້ນ-ລົງ.

ມານັງ​ຢູ່​ຂັ້ນ​ໄດນຳ​ຂ້ອຍ​ພີ້​ນະ.

ຄໍາວ່າ ຂັ້ນໃດ.

ຂັ້ນໃດ?​ ໝາຍເຖິງຄຳຖາມທີ່ຢາກຮູ້ກ່ຽວກັບລຳດັບ, ໝາຍ​ເຖິງ​ຢູ່​ຈຸດ​ໃດ​ແລ້ວ, ລະ​ດັບ​ໃດ​ແລ້ວ.

ຕົວຢ່າງ:

ເຈົ້າ​ຮຽນ​ເຮັດ​ໂປ​ຣ​ແກ​ຣມຮອດຂັ້ນໃດແລ້ວ?

ເຈົ້າ​ຄົບ​ກັບ​ລາວຮອດຂັ້ນໃດ?​

ການ​ຮຽນ​ຂອງ​ເຈົ້າໄປຮອດຂັ້ນໃດແລ້ວ?​ ​

ສະຫຼຸບ.

ຄໍາວ່າ: ​ຂັ້ນ​ໄດ ແລະ ຂັ້ນ​ໃດ ສຳ​ນຽງ​ອາດ​ຈະ​ຄ້າຍ​ຄື​ກັນ​ແຕ່​ວ່າ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ​ຫລາຍ​, ເຊິງ ຄໍາວ່າ ຂັ້ນໄດ​ ໝາຍເຖິງອົງປະກອບຂອງເຮືອນ,​ ຕຶກ-ອາຄານ​ ໃຊ້ສຳລັບເປັນບ່ອນຂຶ້ນ-ລົງແຕ່ລະຊັ້ນ, ຂື້ນ​ ຫລື ລົງ ຈາກ​ຊັ້ນ​ໜຶ່ງ​ຫາ​ຊັ້ນ​ໜຶ່ງ,​ ລັກສະນະເປັນຂັ້ນໆ. ຄໍາວ່າຂັ້ນໃດ.​ ໝາຍເຖິງຄຳຖາມທີ່ຢາກຮູ້ກ່ຽວກັບລຳດັບ, ໝາຍ​ເຖິງ​ຢູ່​ຈຸດ​ໃດ​ແລ້ວ, ລະ​ດັບ​ໃດ​ແລ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo