ຄໍາວ່າ “ກ້ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກ້ອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ກ້ອງ” ໝາຍເຖິງເຄື່ອງມື ຫຼື ອຸປະກອນຢ່າງນຶ່ງທີ່ມະນຸດສ້າງຂຶ້ນ ຊຶ່ງມີລັກສະນະເປັນຮູສໍາລັບ ເບິ່ງເງົາ ຫຼື ເບິ່ງໃຫ້ເຫັນໄກ ເຊັ່ນ: ກ້ອງສ່ອງ, ກ້ອງຖ່າຍຮູບ, ກ້ອງຈຸລະທັດ ເປັນຕົ້ນ. “ກ້ອງ” ຍັງ ໝາຍເຖິງບັ້ງ ຫຼື ຂວດ ເພື່ອບັນຈຸສິ່ງໃດນຶ່ງ ດັ່ງ ລົມ, ນໍ້າ, ນໍ້າມັນຫຼໍ່ລື່ນ ຊຶ່ງກ້ອງທີ່ເຮົາພົບເຫັນໄດ້ທົ່ວ ໄປ ເຊັ່ນ: ກ້ອງສູບລົມ, ກ້ອງດູດລົມ, ກ້ອງໄຟສາຍ, ກ້ອງໄຕ້, ກ້ອງນໍ້າມຶກ, ກ້ອງແກ້ວ, ກ້ອງຢາ, ກ້ອງບັນຈຸເຫຼົ້າ ແລະ ອື່ນໆ.

ນອກຈາກນີ້, “ກ້ອງ” ຍັງໝາຍເຖິງສິ່ງທີ່ຢູ່ລຸ່ມ ຫຼື ທາງລຸ່ມ, ລວມທັງທາງໃຕ້ ເຊັ່ນ: ກ້ອງຕະລ່າງ, ກ້ອງ ເຮືອນ, ກ້ອງຊານ, ກ້ອງລົດ, ກ້ອງຍົນ, ກ້ອງໂຕະ, ກ້ອງຕັ່ງ, ກ້ອງແຂວງບໍລິຄໍາໄຊແມ່ນແຂວງຄໍາມ່ວນ ແລະ ອື່ນໆ. “ກ້ອງ” ຍັງແມ່ນສຽງດັງໄປໄກໆ ຫຼື ສຽງຄື້ນດັງໄປໄກໆ ດັງ ສຽງນໍ້າຕົກຕາດດັງກ້ອງ, ສຽງ ກ້ອງໄປຕາມຮ່ອມພູ, ສຽງຄື້ນທະເລດັງກ້ອງ, ຟ້າຮ້ອງກ້ອງສະໜັ່ນ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກ້ອງ”.

“ກ້ອງ” (1. ຄໍານາມ) ເຄື່ອງທີ່ມີຮູສໍາລັບເບິ່ງເງົາ ຫຼື ໃຫ້ເຫັນໄກ. ກວດແກ້ວ. ທາງລຸ່ມ, ໃຕ້. (2. ຄໍາກິລິຍາວິເສດ) ດັງໄປໄກ (ສຽງກ້ອງ).

ຕົວຢ່າງ:

  • ກ້ອງສ່ອງດາວ ສາມາດສ່ອງໄກຫຼາຍລ້ານຫຼາຍແສນກິໂລແມັດ, ຊຶ່ງຄວາມສາມາດຂອງມັນແມ່ນ ເບີ່ງເຫັນໄດ້ຢ່າງລະອຽດ.
  • ເຮືອນຄົນລາວດັ່ງເດີມແມ່ນຕ້ອງມີກ້ອງຕະລ່າງ ເພື່ອເປັນບ່ອນນັ່ງພັກ, ເຂັນຝ້າຍ, ໄວ້ສິ່ງຂອງ ຕ່າງໆ ບາງທີກະໃຊ້ມັດງົວມັດຄວາຍໄວ້ອີກ.
  • ງານສະແດງຮ້ອງເພັງ ສຽງຕູ້ລໍາໂພງແຮງຫຼາຍດັງກ້ອງສະເທືອນໄປຫຼາຍສິບກິໂລແມັດ, ເຮັດໃຫ້ ບັນດາເຮືອນຢູ່ໃກ້ສັ່ນເປັນບາດເປັນບາດ.

ສະຫຼຸບ.

ຄໍາວ່າ “ກ້ອງ” ແມ່ນເຄື່ອງມື, ອຸປະກອນທີ່ຄົນປະດິດຂຶ້ນ ເພື່ອມາຮັບໃຊ້ໃນການຄົ້ນຄວ້າ, ໃຊ້ປະຈໍາວັນ ແລະ ໃຊ້ໃນອຸສາຫະກໍາ ຊຶ່ງມີລັກສະນະເປັນຮູ, ບັ້ງ, ຂວດ. ນອກນີ້, “ກ້ອງ” ຍັງໃຊ້ເອີ້ນສິ່ງທີ່ຕໍ່າກວ່າ, ຢູ່ ທາງໃຕ້, ຢູ່ທາງລຸ່ມ, ລວມທັງທາງໃຕ້. ອີກຄວາມໝາຍນຶ່ງ “ກ້ອງ” ຍັງແມ່ນສຽງ ຫຼື ຄື້ນສຽງທີ່ດັງອອກ ໄປໄກໆ ຫຼື ສຽງຄື້ນທີ່ດັງໄປ ແລະ ສະທ້ອນກັບ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo