ຄໍາວ່າ ກ່ຽວຂ້ອງ ແລະ ກ່ຽວດອງ ມີຄວາມໝາຍແນວໃດ?

SA Game

DooDiDo

ພາສາລາວຄໍາວ່າ ກ່ຽວຂ້ອງ ແລະ ກ່ຽວດອງ ມີຄວາມໝາຍແນວໃດ?

ເນື່ອງຈາກວ່າ ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນໃນການນໍາໃຊ້ ມີບາງຄໍາສັບທີ່ຂຽນ ແລະ ອ່ານຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນ, ບາງຄໍາສັບຂຽນ ແລະ ອ່ານຕ່າງກັນ ແຕ່ພັດວ່າມີຄວາມໝາຍທີ່ຄ້າຍຄືກັນ ເຊິ່ງຖ້າເຮົາບໍ່ສຶກສາລະອຽດກໍ່ອາດເຮັດໃຫ້ການນໍາໃຊ້ຄໍາສັບນັ້ນໆບໍ່ຖືກຕ້ອງຕາມຮູບແບບໂຄງສ້າງຂອງປະໂຫຍກ ແລະ ເຮັດໃຫ້ຄວາມໝາຍຂອງປະໂຫຍກນັ້ນໆປ່ຽນໄປ.

ໃນບົດຄວາມນີ້ເຮົາຈະມາເວົ້າກ່ຽວກັບຄໍາວ່າ ກ່ຽວຂ້ອງ ແລະ ກ່ຽວດອງ ຊຶ່ງສອງຄໍານີ້ມີການສະກົດຄໍາ ແລະ ການອ່ານອອກສຽງແມ່ນທີ່ແຕກຕ່າງກັນ ເຊິ່ງເຮົາສາມາດຈໍາແນກຄໍາດັ່ງກ່າວອອກໄດ້ຢ່າງຊັດເຈນໃນທາງດ້ານການຂຽນ ແລະ ການອ່ານ. ແຕ່ວ່າ, ທາງດ້ານການຕີຄວາມໝາຍຂອງມັນ ແມ່ນມີຄວາມສັບສົນຫຼາຍພໍສົມຄວນ ເນື່ອງຈາກວ່າ ສອງຄໍາສັບນີ້ມີຄວາມໝາຍທີ່ໃກ້ຄຽງກັນ ແລະ ເຊື່ອວ່າຄົນສ່ວນຫຼາຍກໍ່ຄົງບໍ່ເຂົ້າໃຈລະອຽດໃນການໃຊ້ສອງຄໍາສັບນີ້. ສະນັ້ນ, ເຮົາຈະມາອະທິບາຍຄວາມໝາຍ ແລະ ວິທີການໃຊ້ສອງຄໍາສັບດັ່ງກ່າວ.

SA Game
DooDiDo

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບລົງວັນທີ…… ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ
ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້:

ຄຳວ່າ ກ່ຽວຂ້ອງ.

ຄໍານີ້ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ ຂ້ອງຄາກັນ, ຕິດຕໍ່ກັນ, ຜູກພັນກັນດ້ວຍ…

ຕົວຢ່າງ:

ຄອບຄົວບໍ່ໄດ້ກ່ຽວຂ້ອງກັບການຕັດສິນໃຈຂອງຂ້ອຍໃນການເລືອກສາຂາວິຊາຮຽນ.

ຜູ້ເປັນພໍ່ ແລະ ແມ່ ກ່ຽວຂ້ອງໃນການລ້ຽງລູກຮ່ວມກັນ ເຖິງແມ່ນວ່າທັງສອງຄົນໄດ້ຍ່າຮ້າງກັນໄປແລ້ວ.

ຄຳວ່າ ກ່ຽວດອງ.

ຄໍານີ້ກໍ່ໃຊ້ເປັນຄໍາກໍາມະເຊັ່ນກັນ, ມີຄວາມໝາຍວ່າ ຜູກພັນກັນໃນທາງແຕ່ງດອງ, ເປັນຍາດພີ່ນ້ອງກັນໃນທາງແຕ່ງດອງ.

ຕົວຢ່າງ:

ຄົນສອງຄົນມາຈາກສອງຄອບຄົວໄດ້ແຕ່ງດອງກັນແລ້ວ ເອີ້ນວ່າ ກ່ຽວດອງກັນ; ຍາດຕິພີ່ນ້ອງຂອງສອງຝ່າຍກໍ່ຖືວ່າກ່ຽວດອງກັນ; (ພໍ່ກັບແມ່ຂອງເຈົ້າບ່າວເຈົ້າສາວເອີ້ນແທນຊື່ກັນວ່າ “ພໍ່ດອງ ແມ່ດອງ”)

ສະຫຼຸບ.

ທັງສອງຄໍານີ້ມີຄວາມໝາຍຄ້າຍຄືກັນ ແລະ ທັງເປັນຄໍາກໍາມະຄືກັນ ແຕ່ໃຊ້ໃນຮູບແບບທີ່ຕ່າງກັນ ອາດຈະຈໍາແນກໄດ້ຍາກແດ່ ທັງນີ້ມັນກໍ່ຂຶ້ນກັບສະຖານະການທີ່ເຮົາຈະເວົ້າ ແລະ ບົດເລື່ອງທີ່ເຮົາຈະຂຽນ; ຄໍາວ່າ ກ່ຽວຂ້ອງ ໃຊ້ເພື່ອອະທິບາຍຄວາມກ່ຽວພັນຂອງເຫດການ ຫຼື ບຸກຄົນໃດໜຶ່ງ, ສ່ວນຄໍາວ່າ ກ່ຽວດອງ ໃຊ້ແທນສາຍພົວພັນແບບພີ່ນ້ອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo