ຄໍາວ່າ: ກາວ,ກ່າວ ແລະ ກ້າວ ແຕ່ລະຄໍາມັນມີຄວາມໝາຍແນວໃດ?

SA Game

DooDiDo

ອະ​ທິ​ບາຍ​​ຄວາມ​ໝາຍ​ຂອງຄຳ​ວ່າ ກາວ,ກ່າວ,ກ້າວ ຄວາມໝາຍແນວໃດ ?

ສາມຄໍານີ້ໃຊ້ພະຍັນຊະນະ ແລະ ສະຫຼະ ຕົວດຽວກັນ ຕ່າງແຕ່ວັນນະຍຸດ ແລະ ການອອກສຽງຖ້າບໍ່ແມ່ນຄົນລາວແທ້ໆ ອາດຈະຄິດວ່າແມ່ນສຽງດຽວກັນໂດຍສະເພາະຊາວຕ່າງຊາດທີ່ມາຮຽນພາສາລາວ ສະນັ້ນ,ຕ້ອງໄດ້ຈໍາແນກ ແລະ ເບິ່ງການຂຽນໃຫ້ລະອຽດເສຍກ່ອນ ແລ້ວຈຶ່ງມາຝຶກການອອກສຽງ ກາວ,ກ່າວ,ກ້າວ ມີຄວາມໝາຍໄປຄົນລະຢ່າງດັ່ງນີ້

ກາວ ມີຄວາມໝາຍຄື:
ເປັນຄໍານາມ ເປັນຊື່ຂອງຕົ້ນໄມ້ຊະນິດໜຶ່ງ ເປັນໄມ້ຂະໜາດນ້ອຍ ມີ 2 ປະເພດຄື: (ກ) ກາວຕົ້ນ ມີໃບນ້ອຍມົນ ໃບໃຊ້ຫໍ່ເລັບໃຫ້ມີສີແດງໄດ້, (ຂ) ກາວພຸ່ມ ເປັນຄໍານາມ ມັກເກີດຕາມເດີ່ນພູ ມີກິ່ນຫອມ: ກາວກະເລັນກຽງກິ່ນຫອມໂຮຍເຮົ້າ(ສິນໄຊ).
ເປັນຄໍານາມ ໝາຍເຖິງກາວທີ່ໄດ້ມາຈາກການຜະລິດ ໂດຍການເອົາຢາງໜຽວທີ່ຂ້ຽວຈາກຢາງຂອງໄມ້,ໜັງ ຫຼື ດູກສັດ ໃຊ້ສໍາລັບຕິດໜັງສື,ຕິດເຈ້ຍຕ່າງໆ ແລະ ໃຊ້ເປັນຢາຮັກສາໂຣກ.

SA Game
DooDiDo

ເປັນຄໍານາມ ເປັນຊື່ຂອງເພງດົນຕຣີບູຮານ ມີ 2 ຢ່າງຄື: (ກ) ກາວນອກ ເປັນເພງເສບໃນເວລາແຫ່ (ຂ) ກາວໃນ ເປັນເພງເສບໃນເວລາງັນ
ເປັນຄໍາກໍາມະວິເສດ : ພໍເປັນຮູບເປັນຮ່າງ, ພໍຊາມຊາ; ໄພກາວ ເປັນຄໍານາມ ຊື່ຂອງລາຍສານຊະນິດໜຶ່ງ ສານດ້ວຍຕອກໄມ້ ສາມເສັ້ນພ້ອມກັນ ໂດຍສອດກັນໄປມາ.

ກ່າວ ມີຄວາມໝາຍຄື: ແມ່ນຄໍາກໍາມະ ໝາຍເຖິງການເວົ້າ,ການສະແດງ,ການກ່າວເຕືອນທີເປັນຄໍາເວົ້າຍາວ,ກ່າວຂວັນ,ເວົ້າຂວັນ, ກ່າວຄໍາສັ່ງສອນ,ກ່າວຄໍາຕິເຕືອນ,ກ່າວຄໍາໂອວາດ… ເຫຼົ່ານີ້ເປັນຕົ້ນ.
ກ້າວ ມີຄວາມໝາຍວ່າ:

ເປັນຄໍານາມ ເປັນຊື່ຂອງຕົ້ນໄມ້ຊະນິດໜຶ່ງ ເປັນຕົ້ນສູງຮຽວ ເກີດຕາມບະ ເປືອກຕົ້ນເປັນຮອຍກະດ່າງກະດາວ.
ເປັນກໍາມະ ເປັນບາດກ້າວຍ່າງ ໃນເວລາເຮົາເດີນຍົກຂາໄປວາງທາງໜ້າເທື່ອໜຶ່ງເອີ້ນວ່າກ້າວ
ໜຶ່ງ ສະຫຼັບຍ່າງປ່ຽນຕີນຊ້າຍຂວາສະຫຼັບກັນໄປກໍ່ເອີ້ນວ່າຫຼາຍບາດກ້າວ.
ຄົນ ຫຼື ສັດທີ່ມີການພັດທະນາ ບໍ່ວ່າຈະເປັນການປ່ຽນແປງໃໝ່ທີ່ດີຂຶ້ນກວ່າເກົ່າກໍ່ເອີ້ນວ່າ ກ້າວ ຫຼື ກ້າວໜ້າ.
ເປັນຄໍານາມ ຄື: ຫໍາໝູ,ນໍ້າມັນອັນເປັນກໍາລັງຂອງໝູ.

ນີ້ຄືຄວາມແຕກຕ່າງກັນລະຫວ່າງຄໍາວ່າ: ກາວ, ກ່າວ ແລະ ກ້າວ ໃນຫົວຂໍ້ນີ້ຄົນລຸ່ນໃໝ່ອາດຈະມີຫຼາຍຄົນກໍ່ຍັງບໍ່ທັນຮູ້ ແລະ ເຂົ້າໃຈໄດ້ເທົ່າທີ່ຄວນເພາະບາງຄໍາສັບກໍ່ອາດຈະເປັນການເອົາຄໍາເດີມໆເກົ່າໆ ມາອະທິບາຍ ແຕ່ກໍ່ຕ້ອງໄດ້ຄົ້ນຄວ້າສຶກສາໄປພ້ອມໆກັນ.
ຫົວຂໍ້ນີ້ໄດ້ຮຽບຮຽງມາຈາກວັຈນານຸກົມ ຂອງທ່ານ ມະຫາສິລາ ວິຣະວົງສ໌

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo