ຄໍາວ່າ “ກາຍ” ແລະ “ຜ່ານ” ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ກາຍ” ແລະ “ຜ່ານ”

ຄໍາວ່າ “ກາຍ” ແລະ “ຜ່ານ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ຍັງມີຄວາມໝາຍແຕກຕ່າງກັນອີກດ້ວຍ ຊຶ່ງລາຍລະອຽດມີດັ່ງລຸ່ມນີ້:

ຄໍາວ່າ “ກາຍ” ມີຄວາມໝາຍຄືກັນກັບຜ່ານ ຊຶ່ງໝາຍເຖິງສິ່ງທີ່ເລີຍໄປແລ້ວ ດັ່ງ ເວລາ, ການເດີນທາງ ແລະ ອື່ນໆ ເຊັ່ນ: ເດີນທາງກາຍໄປ, ຍ່າງກາຍໄປ, ປີກາຍ, ກາຍເວລາ, ກາຍຍາມ, ກາຍຕອນທີ 2 ຂ້າມ ໄປຫາຕອນທີສາມ. ນອກຈາກນີ້, “ກາຍ” ຍັງແມ່ນການປ່ຽນ ດັ່ງ ນໍ້າເຢັນກາຍເປັນອາຍ. ຄໍາວ່າ “ກາຍ” ຍັງແມ່ນຮ່າງກາຍ ຫຼື ລໍາໂຕ (ເລົາຄິງກໍວ່າ).

ຄໍາວ່າ “ຜ່ານ” ມີຄວາມໝາຍຄືກັນກັບ “ກາຍ” ຊຶ່ງໝາຍເຖິງສິ່ງທີ່ເລີຍໄປແລ້ວ ດັ່ງ ເວລາ, ການເດີນທາງ ແລະ ອື່ນໆ ເຊັ່ນ: ເດີນທາງຜ່ານ, ຍ່າງຜ່ານ ຜ່ານມາ ເປັນຕົ້ນ. ນອກນັ້ນ, ຄໍາວ່າ “ຜ່ານ” ໝາຍເຖິງລັດຂ້າມໄປ ຫຼື ຕັດໄປ ເຊັ່ນ: ຜ່ານປະຕູ, ຜ່ານແຂວງ ເປັນຕົ້ນ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳວ່າກາຍ”.

“ກາຍ” (1. ຄໍານາມ) ຕົນຕົວ, ຮ່າງຄິງ, ລໍາຕົ້ນ, ໝູ່ພວກ, ໝວດ. (2. ຄໍາກິລິຍາ) ຜ່ານໄປມາ, ເລື່ອນ, ປ່ຽນ, ແປງ, ກັບເກີດ.

ຕົວຢ່າງ:

  • ອີງຕາມວາລະກອງປະຊຸມມີແຜນໃຊ້ເວລາພຽງແຕ່ສອງຊົວໂມງ, ແຕ່ປະຕິບັດຕົວຈິງແມ່ນໃຊ້ເວລາສາມ ຊົ່ວໂມງກາຍໄປ 1 ຊົ່ວໂມງ.
  • ໃນແຕ່ລະມື້ມີລົດກາຍໜ້າເຮືອນ ແລະ ແລ່ນໄວຫຼາຍຮ້ອຍຄັນ, ບາງຄັນກໍເລັ່ງສຽງດັງຄັບບ້ານຄັບເມືອງ.

ຄວາມໝາຍຄຳວ່າຜ່ານ”.

“ຜ່ານ” (1. ຄໍາກິລິຍາ) ກາຍ, ຕັດ, ລັດຂອງທີ່ຂວາງຢູ່ໄປ, ຂ້າມໄປ.

ຕົວຢ່າງ:

  • ອີງຕາມວາລະກອງປະຊຸມມີແຜນໃຊ້ເວລາພຽງແຕ່ສອງຊົວໂມງ, ແຕ່ປະຕິບັດຕົວຈິງເວລາຜ່ານໄປສາມ ຊົ່ວໂມງຍັງບໍ່ແລ້ວ.
  • ໃນແຕ່ລະມື້ມີລົດຜ່ານໜ້າເຮືອນ ແລະ ແລ່ນໄວຫຼາຍຮ້ອຍຄັນ, ບາງຄັນກໍເລັ່ງສຽງດັງຄັບບ້ານຄັບເມືອງ.

ສະຫຼຸບ.

ຄໍາວ່າ “ກາຍ” ແລະ “ຜ່ານ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນອອກໄປ,  ຊຶ່ງຄໍາທີ່ຄືກັນແມ່ນໝາຍເຖິງສິ່ງທີ່ເລີຍໄປແລ້ວອາດຈະເປັນເວລາ, ການເດີນທາງ ແລະ ອື່ນໆ. ນອກນັ້ນ, ຄໍາວ່າ ຍັງໝາຍເຖິງຮ່າງກາຍ ຫຼື ລໍາໂຕ. ສ່ວນຄໍາວ່າ “ຜ່ານ” ຍັງໝາຍເຖິງລັດຂ້າມໄປ ຫຼື ຕັດໄປ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo